ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ໂຄລົມເບຍ ແລະ ກຸ່ມ FARC ເຊັນຂໍ້ຕົກລົງ ສັນຕິພາບສະບັບໃໝ່


ຜູ້ບັນຊາການກອງໂຈນ FARC ທ້າວ Ivan Marquez, ກາງ, ກັບ ຜູ້ນຳຂອງຄະນະຜູ້ແທນ ໂຄລົມເບຍ ສຳລັບການເຈລະຈາ
ສັນຕິພາບ ທ່ານ Humberto de la Calle, ຈັບມືກັນຫຼັງຈາກ
ເຊັນຂໍ້ຕົກລົງສັນຕິພາບສະບັບໃໝ່ທາງຂ້າງລັດຖະມົນຕີການ
ຕ່າງປະເທດ ຄິວບາ ທ່ານ Bruno Rodriguez Parrilla ໃນນະຄອນຫຼວງ ຮາວາຮາ, 12 ພະຈິກ, 2016.
ຜູ້ບັນຊາການກອງໂຈນ FARC ທ້າວ Ivan Marquez, ກາງ, ກັບ ຜູ້ນຳຂອງຄະນະຜູ້ແທນ ໂຄລົມເບຍ ສຳລັບການເຈລະຈາ ສັນຕິພາບ ທ່ານ Humberto de la Calle, ຈັບມືກັນຫຼັງຈາກ ເຊັນຂໍ້ຕົກລົງສັນຕິພາບສະບັບໃໝ່ທາງຂ້າງລັດຖະມົນຕີການ ຕ່າງປະເທດ ຄິວບາ ທ່ານ Bruno Rodriguez Parrilla ໃນນະຄອນຫຼວງ ຮາວາຮາ, 12 ພະຈິກ, 2016.

ລັດຖະບານຂອງ ໂຄລົມເບຍ ແລະ ກຸ່ມກະບົດທີ່ໃຫຍ່ທີ່ສຸດຂອງພວກເຂົາເຈົ້າໄດ້ປະກາດ ຂໍ້ຕົກລົງໃໝ່ ແລະ ຖືກດັດແປງແລ້ວໃນວັນເສົາວານນີ້, ຫຼັງຈາກພວກຜູ້ລົງຄະແນນສຽງ ໄດ້ປະຕິເສດຂໍ້ຕົກລົງກ່ອນໜ້ານີ້ຢູ່ໃນການລົງປະຊາມະຕິ.

ລັດຖະບານ ແລະ ກອງກຳລັງປະຕິວັດຕິດອາວຸດແຫ່ງ ໂຄລົມເບຍ ຫຼື FARC ເປັນກຸ່ມ ກອງໂຈນນິຍົມລັດທິມາກຊິສ ໄດ້ກ່າວໃນຖະແຫຼງ ການຮ່ວມວ່າ ພວກເຂົາເຈົ້າໄດ້ລວບ ລວມຂໍ້ສະເໜີຕ່າງໆຈາກຫຼາຍກຸ່ມໃນຂໍ້ຕົກລົງສະບັບໃໝ່ນີ້.

ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ຜູ້ທີ່ໄດ້ຮັບລາງວັນໂນແບລ ສັນຕິພາບໃນເດືອນແລ້ວນີ້ ສຳລັບຄວາມພະຍາຍາມຂອງທ່ານເພື່ອສິ້ນສຸດສົງຄາມໄດ້ ກ່າວວ່າ "ມັນແມ່ນຂໍ້ຕົກລົງທີ່ດີກວ່າເກົ່າ.”

ຫົວໜ້ານັກເຈລະຈາລັດຖະບານ ທ່ານ Humberto de la Calle ແລະ ນັກເຈລະຈາຂອງ ກຸ່ມກະບົດ ທ້າວ Luciano Marin ຮູ້ຈັກກັນອີກວ່າທ້າວ Ivan Marquez ໄດ້ເຊັນຂໍ້ຕົກ ລົງໃນນະຄອນຫຼວງ ຮາວານາ, ປະເທດ ຄິວບາ.

ທ່ານ De la Calle ໄດ້ກ່າວວ່າ ການປ່ຽນແປງອັນໜຶ່ງທີ່ສຳຄັນ ແມ່ນ ການຮຽກຮ້ອງໃຫ້ ພວກ FARC ລາຍງານລາຍການຊັບສິນທັງໝົດທີ່ມີຢູ່ຂອງພວກເຂົາເຈົ້າ, ເຊິ່ງໄດ້ເປັນຂໍ້ ກຳນົດສຳລັບຄ່າທົດແທນຂອງຜູ້ເຄາະຮ້າຍ.

ທ່ານ ໄດ້ກ່າວວ່າ “ຂໍ້ຕົກລົງນີ້ແມ່ນໂອກາດຄັ້ງໜຶ່ງທີ່ຈະແກ້ໄຂການກາວວິຈານຢ່າງ ຫຼວງຫຼາຍ ແລະ ຄວາມບໍ່ພໍໃຈຕ່າງໆ, ແຕ່, ເໜືອສິ່ງອື່ນໃດນັ້ນ, ແມ່ນເພື່ອລວມຕົວ ຊາວ ໂຄລົມເບຍ ໃຫ້ເປັນອັນໜຶ່ງອັນດຽວກັນ. ອີກຄັ້ງໜຶ່ງ ພວກເຮົາພິສູດວ່າ, ເຖິງ ແມ່ນຈະມີຄວາມແຕກຕ່າງກັນ ແລະ ມີວິໄສທັດທີ່ບໍ່ຄືກັນ, ຜ່ານການເຈລະຈາກັນແລ້ວ, ມັນມີຄວາມເປັນໄປໄດ້ທີ່ຈະບັນລຸຈຸດໜຶ່ງທີ່ມີຢູ່ຮ່ວມກັນ.”

ທ້າວ Marquez ໄດ້ກ່າວວ່າ “ສິ່ງດຽວທີ່ຂໍ້ຕົກລົງຕ້ອງການໃນຕອນນີ້ແມ່ນເຮັດໃຫ້ມັນ ມີຜົນບັງຄັງໃຊ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Colombia Farc
please wait
Embed

No media source currently available

0:00 0:01:43 0:00

XS
SM
MD
LG