ວ່າ FARC ນັ້ນໄດ້ປ່ອຍພວກຄົນງານນໍ້າມັນຈີນ 4 ຄົນຢູ່ໃນເຂດ
ປາຕຶບດົງໜ້າທາງພາກໃຕ້ຂອງປະເທດບ່ອນດຽວກັນກັບທີ່ພວກ ກະບົດຈັບໂຕເຂົາເຈົ້າໄປເມື່ອ 17 ເດືອນກ່ອນນັ້ນ.
ຊາວຈີນທັງ 4 ຊຶ່ງ 3 ຄົນເປັນຄົນງານນໍ້າມັນແລະອີກຄົນນຶ່ງເປັນ
ນາຍພາສາ ແມ່ນເປັນຊາວຕ່າງປະເທດພຽງຈຸດຽວເທົ່ານັ້ນເທົ່າ
ທີ່ຮູ້ກັນວ່າ ຖືກຈັບໂຕໄວ້ໂດຍກຸ່ມກອງທັບປະຕິວັດໂຄລອມເບຍ.
ຍັງບໍ່ທັນເປັນທີ່ຮູ້ກັນເທື່ອວ່າ ໄດ້ມີການຈ່າຍເງິນຄ່າໄຖ່ ສຳລັບ
ໂຕປະກັນທັງ 4 ຫຼືບໍ່. ຜູ້ບັນຊາການຕຳຫຼວດປະຈຳລັດຂອງໂຄ
ລອມເບຍພັນເອກ Carlos Vergas ກ່າວວ່າໂຕປະກັນໄດ້ຖືກ
ປ່ອຍໂດຍທັງໝົດຍັງມີສຸຂະພາບແຂງແຮງຢູ່ໃນເຂດຊົນນະບົດ ທີ່ສອກຫຼີກຫ່າງໄກແຫ່ງນຶ່ງ ຂອງແຂວງ Vicente del Caguan ປະມານເວລາທ່ຽງຄືນ ຂອງແລງວັນພຸດຜ່ານມາ.
ຊາວຈີນທັງ 4 ໄດ້ຖືກຈັບໂຕໄປໃນເດືອນມິຖຸນາປີ 2011 ຂະນະທີ່ພວມທຳການສຳຫຼວດ ຫາບໍ່ນໍ້າມັນໃຫ້ແກ່ສາຂາກຸ່ມ Sinochem ຂອງຈີນ ທີ່ມີສຳນັກງານຢູ່ປະເທດອັງກິດ.
ການປ່ອຍຊາວຈີນທັງ 4 ໄດ້ມີຂຶ້ນໃນຂະນະທີ່ຄະນະເຈລະຈາຂອງລັດຖະບານແລະພວກ ກະບົດ FARC ພວມປະຊຸມກັນ ທີ່ນະຄອນຮາວານາ ປະເທດຄິວບາ ເພື່ອຫາທາງຕົກລົງ ກັນກ່ຽວກັບລາຍລະອຽດ ຂອງແຜນການສັນຕິພາບ 5 ຂໍ້ ທີ່ອາດຍຸຕິບັນຫາຂັດແຍ້ງ ຊຶ່ງໄດ້ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ຫຼາຍສິບພັນຄົນ ແລະອີກຫຼາຍລ້ານຄົນຕ້ອງໄດ້ອົບພະຍົບ ຫຼົບໜີ ທີ່ເລີ້ມມາແຕ່ປີ 1964.
ການເປີດສາກບຸກໂຈມຕີ ທີ່ດຳເນີນມາເປັນເວລານຶ່ງທົດສະວັດ ຂອງລັດຖະບານຕໍ່ກຸ່ມກະ
ບົດ FARC ໄດ້ຂັບໄລ່ ພວກກະບົດກຸ່ມນີ້ໃຫ້ຖອຍເລິກເຂົ້າໄປໃນເຂດປ່າຕຶບດົງໜາ ທີ່ບໍ່
ເໝາະສຳລັບການຢູ່ອາໄສ ຊຶ່ງຊ່ອຍໃຫ້ ບັນດາບໍລິສັດຂອງຕ່າງປະເທດ ແລະ ບໍລິສັດໃນ ເຂດທ້ອງຖິ່ນ ພ້ອມດ້ວຍພວກຄົນງານຂອງຕົນ ຂຸດເຈາະນໍ້າມັນໄດ້ຢ່າງປອດໄພຫຼາຍຂຶ້ນ. ແຕ່ພວກກະບົດມາກຊິດກຸ່ມນີ້ ໄດ້ເພີ້ມການໂຈມຕີຕໍ່ບ່ອນຂຸດນໍ້າມັນຕ່າງໆໃນໄລຍະນຶ່ງປີ ກວ່າໆຜ່ານມານີ້ ຮວມທັງການລັກພາໂຕພວກຄົນງານ.