ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສັນຕະປາປາ Francis ​ປະພາດ ​ໂຄ​ລອມເບຍ​ ເພື່ອສົ່ງເສີມ ສັນຕິພາບ


ພະ​ສັນຕະປາປາ Francis ໄປເຖິງສະຖານທີ່ ເພື່ອນໍາພາ ການປະກອບພິທີທາງ​ສາສະໜາກາງ​ແຈ້ງ ຢູ່​ສວນສາທາລະນະ Simon Bolivar ໃນນະຄອນຫລວງ Bogota ຂອງ​ໂຄ​ລອມເບຍ ​ໃນ​ຕອນ​ບ່າຍໆຂອງວັນ​ທີ 7 ກັນຍາ 2017.
ພະ​ສັນຕະປາປາ Francis ໄປເຖິງສະຖານທີ່ ເພື່ອນໍາພາ ການປະກອບພິທີທາງ​ສາສະໜາກາງ​ແຈ້ງ ຢູ່​ສວນສາທາລະນະ Simon Bolivar ໃນນະຄອນຫລວງ Bogota ຂອງ​ໂຄ​ລອມເບຍ ​ໃນ​ຕອນ​ບ່າຍໆຂອງວັນ​ທີ 7 ກັນຍາ 2017.

ໃນ​ການ​ໃຫ້​ໂອ​ວາດທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຕື້ນຕັນ​ໃຈຕໍ່ຝູງ​ຄົນ​ຫລາຍ​ພັນ​ຄົນ ທີ່​ພາກັນໄປ​ເຕົ້າ​ໂຮມຢູ່ຈະຕຸ​ລັດ Bolivar Plaza ​ໃນ​ເຂດ​ໃຈກາງ​ນະຄອນຫລວງ​ແຫ່ງນັ້ນຢ່າງ​ຄັບຄາໜາ​ແໜ້ນນັ້ນ ສັນຕະ​ປາປາ Francis ກ່າວ​ວ່າ ພະ​ອົງ "ມາ​ທີ່​ນີ້ ​ເພື່ອ​ຮຽນຮູ້​ນໍາ​ພວກ​ທ່ານ, ຮຽນຮູ້ນໍາ​ຄວາມ​ເຊື່ອ​ຂອງ​ພວກ​ທ່ານ... ຖ້າມກາງ​ການ​ປະ​ເຊີນ​ກັບຄວາມທຸກ​ຮ້ອນ​ນັ້ນ."

ສັນຕະ​ປາປາທີ່​ມີ​ອາຍຸ 80 ປີອົງ​ນີ້​ ໄດ້​ກ່າວ​ໃນ​ຕອນ​ເຊົ້າວັນ​ພະຫັດວານ​ນີ້ ຢູ່​ລະບຽງທີ່​ອ່ວຍໜ້າ​ໄປ​ຫາຈະ​ຕຸ​ລັດ​ດັ່ງກ່າວ ຊຶ່ງ​ເປັນ​ທາງໜ້າຂອງວັດ​ຄາ​ໂຕ​ລິກ​ໃຫຍ່​ຢູ່​ໃນ​ເມືອງ​ທີ່​ທ່ານ​ຫາກໍ່ໄດ້ໄປຢ້ຽມຢາມ​ນັ້ນ. ຢູ່​ຂ້າງ​ລຸ່ມ​ຂອງ​ທ່ານ ​ແມ່ນພວກ​ທີ່​ມີ​ຄວາມເຫລື້ອ​ມ​ໃສທີ່ພາກັນ​ໂຮຮ້ອງ​, ໂບກ​ທຸງ​ໂຄ​ລອມເບຍ ​ແລະ​ເຕັ້ນລໍາ​ເພື່ອສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ.

ໃນ​ການກ່າວ​ດ້ວຍ​ຄວາມ​ຍິ້ມ​ແຍ້ມ​ນັ້ນ ສັນຕະປາປາ​ເວົ້າວ່າ ຄົນໜຸ່ມທັງ​ຫລາຍ​ແມ່ນຕົວ​ແທນ​ໃຫ້​ແກ່​ຄວາມ​ຫວັງຂອງ​ການມີ​ຄວາມ​ປອງ​ດອງ​ກັນ​ອີກ​ຢູ່​ໃນ​ປະ​ເທດ ທີ່​ຖືກ​ທໍາລາຍ​ໂດຍ​ການ​ສູ້​ລົບ​ແບບ​ກອງ​ໂຈນມາ​ເປັນ​ເວລາ​ຫ້າ​ທົດ​ສະ​ວັດ ​ແລະ​ຖືກ​ແບ່ງ​ແຍກ​ໂດຍ​ຄວາມ​ໂກດ​ແຄ້ນ ຂອງ​ຊາວ​ໂຄ​ລອມ​ເບຍ​ຈໍານວນ​ໜຶ່ງ ຕໍ່ຂໍ້​ຕົກລົງ​ສັນຕິ​ພາບ​ທີ່ລັດຖະບານ​ໄດ້​ເຊັນ​ກັບກອງທັບ​ປະຕິ​ວັດ​ປະກອບ​ອາວຸ​ດຂອງ​ໂຄ​ລອມ​ເບຍ ຫລື FARC ນັ້ນ.

ຢູ່​ທີ່ສູນ​ຈະຕຸ​ລັດ​ດັ່ງກ່າວ ສັນຕະປາປາ Francis ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງຄວາມ​ສໍາຄັນ​ຂອງ
ຂັ້ນຕອນ​ສັນຕິພາບ. ພະ​ອົງ​ເວົ້າວ່າ ການ​ຢ້ຽມຢາມ​ຂອງ​ພະ​ອົງ ​ແມ່ນ​ມີ​ຈຸດປະສົງ​ຢາກ
ສະ​ແດງ "ຄວາມ​ສັນລະ​ເສີນ​ຕໍ່ຄວາມ​ພະຍາຍາມທີ່​ໄດ້​ດໍາ​ເນີນ​ມາ​ເປັນ​ຫລາຍ​ທົດ​ສະ​ວັດ
​ເພື່ອ​ໃຫ້​ຢຸດຕິ​ການກໍ່ຄວາມ​ຮຸນ​ແຮງ ​ແລະ​ຊອກ​ຫາ​ທາງ​ສ້າງ​ຄວາມ​ປອງ​ດອງ​ກັນ."

ໃນມື້ທໍາ​ອິດ​ຂອງການ​ຢ້ຽມຢາມປະ​ເທດ​ທີ່ປະຊາຊົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາຄາ​ໂຕ​ລິກ
ເປັນ​ເວລາ​ຫ້າ​ວັນນັ້ນ ສັນຕະປາປາ Francis ​ໄດ້​ພົບ​ກັບ​ປະທານາທິບໍດີ Juan Manuel
Santos ​ແລະ​ສະຕີໝາຍ​ເລກໜຶ່ງ Maria Clemencia Rodriguez, ​ແລະພວກ​ຜູ້​ນໍາ​ໃນ
​ລັດຖະບານ​ ​ແລະ​ສາສະໜາຄົນ​ອື່ນໆ ພ້ອມ​ທັງພວກ​ຊາວໜຸ່ມອີກ​ດ້ວຍ. ພະ​ອົງມີ​ກໍານົດ​
ຈະນໍາພາໃນການປະກອບພິທີທາງ​ສາສະໜາກາງ​ແຈ້ງ ​ແລະທໍາ​ການ​ເທດສະໜາ​ຄັ້ງທໍາ
​ອິດຢູ່​ສວນສາທາລະນະ Simon Bolivar ​ໃນ​ຕອນ​ບ່າຍໆຂອງວັນ​ດຽວກັນນັ້ນ.

​ໃນ​ການ​ພົບ​ກັບ​ພະ​ສັນຕະປາປາ​ນັ້ນ ທ່ານ Santos ໄດ້​ກ່າວທົງ​ທວນຄືນ​ເຖິງຄວາມ​ສັບ​
ສົນຂອງ​ປະ​ເທດ​ທ່ານ​ວ່າ "​ເປັນ​ເວລາ​ເຄິ່ງສັດຕະວັດ ທີ່​ພວກ​ເຮົາ​ໄດ້​ຍອມ​ຈໍານົນ ​ຕໍ່ການ
ກໍ່ຄວາມ​ຮຸນ​ແຮງ​ຢູ່​ເທິງ​ແຜ່ນດິນ​ຂອງ​ພວກ​ເຮົາ​ເອງ ​ແລະ ​ຖ່ານ​ໄຟ​ທີ່ເຫລື​ອຂອງຄວາມ​ຂຸ່ນ
​ເຄືອງ, ຄວາມ​ເຈັບ​ປວດຈາກ​ການກໍ່ຄວາມ​ຮຸນ​ແຮງ​ນັ້ນ, ຖ່ານ​ໄຟ​ຂອງຄວາມແຄ້ນ​ເຄືອງ​
ຍັງ​ເປັນ​ໄຟ​ສຸມ​ອັນ​ຮ້ອງ​ແຮງ​ຢູ່ນັ້ນ ພວກ​ເຮົາ​ຕ້ອງ​ໄດ້​ດັບ​ມອດ​ມັນ​ໃຫ້​ໝົດ​ໄປ."

​ເພື່ອ​ຊ່ວຍ​ໃຫ້​ມີ​ຄວາມ​ເຄັ່ງ​ເຕັງ​ຜ່ອນ​ຄາຍ​ລົງ ​ແລະ​ເພື່ອ​ກຽມຕົວ​ໃຫ້​ແກ່​ຊາວ​ໂຄ​ລອມເບຍ
​ມີອານາ​ຄົດ​ອັນ​ດີກ​ວ່າ​ເກົ່າ ຄະນະ​ລັດຖະບານ​ຂອງ​ທ່ານ Santos ​ໄດ້​ສົ່ງ​ເສີມໃຫ້ມີ​ການ
​ຝຶກ​ອົບຮົ​ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG