ລັດຖະບານໂຄລອມເບຍ ແລະກຸ່ມກະບົດ FARC ຊຶ່ງເປັນກຸ່ມກະບົດທີ່ໃຫຍ່ທີ່ສຸດໃນປະເທດ ມີກຳນົດທີ່ຈະລົງນາມ ໃນຂໍ້ຕົກລົງສັນຕິພາບ ທີ່ໄດ້ມີການເຈລະຈາກັນໃໝ່ ໃນວັນພະຫັດມື້ອື່ນນີ້.
ຂໍ້ຕົກລົງສັນຕິພາບ ທີ່ໄດ້ຮັບການດັດແປງແກ້ໄຂໃໝ່ນີ້ ຈະມີການລົງນາມກັນຢູ່ນະຄອນຫຼວງໂບໂກຕ້າລະຫວ່າງຜູ້ນຳຂອງກຸ່ມກະບົດ FARC ທ່ານ Rodrigo Londono ແລະປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos ທີ່ໄດ້ຮັບລາງວັນໂນແບລ ຂະແນງສັນຕິພາບ ໃນເດືອນແລ້ວນີ້ ໃນການດຳເນີນຄວາມພະຍາຍາມຂອງທ່ານເພື່ອຍຸຕິບັນຫາຂັດແຍ້ງກັບກຸ່ມກະບົດດັ່ງກ່າວ.
ລັດຖະບານແລະຜູ້ຕາງໜ້າຂອງກຸ່ມກອງທັບປະຕິວັດແຫ່ງໂຄລອມເບຍໄດ້ເຈລະຈາກັນ ຢູ່ປະເທດຄິວບາ ມາເປັນເວລາ 4 ປີກວ່າໆ ເພື່ອຍຸຕິບັນຫາຂັດແຍ້ງທີ່ເຮັດໃຫ້ມີຜູ້ເສຍຊີ ວິດຫຼາຍກວ່າ 220,000 ຄົນ ແລະອີກຫລາຍລ້ານຄົນຕ້ອງໄດ້ອົບພະຍົບຫລົບໄພໃນປະເທດທີ່ຕັ້ງຢູ່ພູ Andean ແຫ່ງນີ້.
ໃນເດືອນແລ້ວນີ້ ບັນດາຜູ້ມີສິດປ່ອນບັດທີ່ເຂົ້າຮ່ວມໃນການລົງປະຊາມະຕິໄດ້ປະຕິເສດຢ່າງບໍ່ໜ້າເຊື່ອ ຕໍ່ຂໍ້ຕົກລົງສັນຕິພາບ ສະບັບທຳອິດ. ຫຼັງຈາກໄດ້ມີການລົງນາມກັນແລ້ວ ຂໍ້ຕົກລົງສະບັບໃໝ່ນີ້ຈະຖືກສົ່ງໄປໃຫ້ສະພາອະນຸມັດ ແທນທີ່ຈະໃຫ້ປະຊາຊົນເປັນຜູ້ລົງປະຊາມະຕິຮັບຮອງເອົາ.
ນັບຕັ້ງແຕ່ຂໍ້ຕົກລົງສັນຕິພາບສະບັບຕົ້ນຕໍໄດ້ຮັບຄວາມພ່າຍແພ້ໃນການລົງປະຊາມະຕິ ແລ້ວຄະນະເຈລະຈາຂອງກຸ່ມກະບົດ FARC ແລະລັດຖະບານໄດ້ພາກັນເຮັດວຽກຢ່າງຂຸ້ນຂ້ຽວ ໂດຍໄດ້ທຳການດັດແປງ ຢູ່ປະມານ 50 ກວ່າບ່ອນ ເພື່ອໃຫ້ຂໍ້ຕົກລົງນີ້ ເປັນທີ່ຍອມຮັບຫຼາຍຂຶ້ນຕໍ່ຊາວໂຄລອມເບຍທີ່ນິຍົມແນວທາງເດີມທີ່ໄດ້ປະຕິເສດຢ່າງຖ້ວມລົ້ນ ແທນທີ່ຈະແມ່ນພວກກະບົດ FARC.
ເຖິງແມ່ນໄດ້ມີການແກ້ໄຂແລ້ວກໍຕາມ ຜູ້ນຳຂອງພັກຝ່າຍຄ້ານແລະອະດີດປະທານາທິ ບໍດີ ທ່ານ Alvaro Uribe ໃນວັນອັງຄານວານນີ້ ໄດ້ປະຕິເສດຕໍ່ຂໍ້ຕົກລົງດັ່ງກ່າວ ໂດຍເວົ້າວ່າ ການປ່ຽນແປງແມ່ນມີພຽງຜິວເຜີນບໍ່ມີຄວາມສຳຄັນຫຍັງຫຼາຍ.
ທ່ານ Uribe ຢາກຂໍພົບກັບພວກຜູ້ນຳຂອງກຸ່ມກະບົດ FARC ເພື່ອຫາລືກ່ຽວກັບສິ່ງທີ່ທ່ານກັງວົນ ແຕ່ການຮຽກຮ້ອງຂອງທ່ານ ແມ່ນໄດ້ຮັບການປະຕິເສດ.