ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຄລອມເບຍ ອອກຄຳສັ່ງ ໃຫ້ຢຸດຕິ ການໂຈມຕີ ທາງອາກາດ ຕໍ່ກຸ່ມກະບົດ FARC


ກອງ​ກຳລັງ​ປະຕິວັດ​ຂອງ​ໂຄ​ລອມ​ເບຍ ຫຼື (FARC) ບັນດາຜູ້ເຈລະຈາສັນຕິພາບ ແລະ ສະມາຊິກທິມເຈລະຈາຂອງລັດຖະບານ ໄດ້ຈັດກອງປະຊຸມຖະແຫລງຂ່າວຮ່ວມກັນ ໃນນະຄອນຫຼວງຮາວານາ ປະເທດຄິວບາ ເມື່ອວັນພະຫັດ ທີ 4 ມິຖຸນາ 2015.
ກອງ​ກຳລັງ​ປະຕິວັດ​ຂອງ​ໂຄ​ລອມ​ເບຍ ຫຼື (FARC) ບັນດາຜູ້ເຈລະຈາສັນຕິພາບ ແລະ ສະມາຊິກທິມເຈລະຈາຂອງລັດຖະບານ ໄດ້ຈັດກອງປະຊຸມຖະແຫລງຂ່າວຮ່ວມກັນ ໃນນະຄອນຫຼວງຮາວານາ ປະເທດຄິວບາ ເມື່ອວັນພະຫັດ ທີ 4 ມິຖຸນາ 2015.

ປະທານາທິບໍດີ ​ໂຄ​ລອມ​ເບຍ Juan Manuel Santos ​ໄດ້​ອອກ
​ຄຳ​ສັ່ງ​ໃຫ້​ຍຸດຕິ ການ​ໂຈມ​ຕີ​ທາງ​ອາກາດ ຕໍ່​ພວກ​ກະບົດ ກອງ​
ກຳລັງ​ປະຕິວັດ​ຂອງ​ໂຄ​ລອມ​ເບຍ ຫຼື FARC ​ໃນ​ວັນ​ເສົາ​ວານ​ນີ້.

ທ່ານ Juan Manuel Santos ​ເວົ້າວ່າ “ອັນ​ນີ້ ໝາຍຄວາມ​ວ່າ
ຈະມີ​ຜູ້​ເສຍ​ຊີວິດ​ໜ້ອຍ​ລົງ ຄວາມທຸກ​ຍາກ​ລຳບາກ​ໜ້ອຍ​ລົງ
​ແລະ ຜູ້​ເຄາະ​ຮ້າຍໜ້ອຍ​ລົງ.”

ພວກ​ກະບົດ ​ໄດ້​ເລີ້ມ​ກາ​ນຢຸດ​ຍິງ ​ເມື່ອ​ວັນ​ຈັນ​ຜ່ານ​ມາ.

ທ່ານ Santos ​ໄດ້ສັ່ງໃຫ້​ໂຈມ​ຕີ​ທາງ​ອາກາດ​ ຕໍ່​ກຸ່ມ FARC ​ໃນ
​ເດືອນເມສາ ຫຼັງຈາກ​ພວກ​ກະບົດ ​ໄດ້​ສັງຫານ​ທະຫານ​ຈຳນວນ 10 ຄົນ.

​ໂຄ​ລອມ​ເບຍ ​ແລະ ພວກ​ກະບົດຫົວ​ນິຍົມ​ລັດທິ Marxist ​ແມ່​ນກຳລັງ​ທຳ​ການ​ເຈລະຈາ​ສັນຕິພາບ ​ໃນ​ນະຄອນຫຼວງຮາ​ວາ​ນາ ຫຼັງຈາກ​ທີ່​ມີ​ການຕໍ່ສູ້​ຂັດ​ແຍ້​ງກັນ​ພາຍ​ໃນມາ​ໄດ້ ຫຼາຍກວ່າ 50 ປີແລ້ວ. ການ​ກໍ່​ກະບົດ​ທີ່​ເກົ່າ​ແກ່​ທີ່​ສຸດ ຂອງ​ລາ​ຕິ​ນອາ​ເມຣິກາ ທີ່​ເຮັດ​ໃຫ້​ມີ​ການ​ເຂັ່ນຂ້າ​ກັນຫຼາຍກວ່າ 200,000 ຄົນ ​ແລະ ​ເຮັດ​ໃຫ້​ພົນລະ​ເມືອງຫຼາຍລ້ານ​ຄົນ​ຕ້ອງ​ໄດ້​ຍ້າຍທີ່ຢູ່ອາ​ໄສ.

XS
SM
MD
LG