ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄລອມເບຍ ເປັນພາຄີໂລກ ​ຂອງ​ເນໂຕ້ ປະເທດທຳອິດ ໃນອາເມຣິກາລາ​ຕິ​ນ


ປະທານາທິບໍດີ​ໂຄ​ລອມ​ເບຍ ທ່ານ​ຮ​ວນ ມາ​ນູຍ​ແອ​ລ ​ແຊນ​ໂຕສ ​ ​ກ່າວຄຳປາໄສຕໍ່ປະເທດຊາດ ໃນນະຄອນໂບໂກຕາ ປະເທດໂຄລອມເບຍ ວັນທີ 25 ພຶດສະພາ 2018.
ປະທານາທິບໍດີ​ໂຄ​ລອມ​ເບຍ ທ່ານ​ຮ​ວນ ມາ​ນູຍ​ແອ​ລ ​ແຊນ​ໂຕສ ​ ​ກ່າວຄຳປາໄສຕໍ່ປະເທດຊາດ ໃນນະຄອນໂບໂກຕາ ປະເທດໂຄລອມເບຍ ວັນທີ 25 ພຶດສະພາ 2018.

ປະທານາທິບໍດີ​ໂຄ​ລອມ​ເບຍ ທ່ານ​ຮ​ວນ ມາ​ນູຍ​ແອ​ລ ​ແຊນ​ໂຕ​ສ ​ໄດ້​ປະກາດໃນ​ວັນ​ສຸກ​
ວານ​ນີ້​ວ່າ ປະ​ເທດຂອງ​ທ່ານ​ຈະ​ກາຍ​ເປັນ ພາຄີໂລກ​ຂອງ​ອົງການເນໂຕ ໃນອາເມຣິກາ
ລາ​ຕິ​ນ ປະ​ເທດ​ທຳ​ອິດ ​ເລີ້ມໃນ​ອາທິດ​ໜ້າ​ນີ້.

​ໃນ​ການ​ຄຳປາໄສຜ່ານ​ທາງ​ໂທລະພາບ ​ຈາກ​ທຳນຽບປະທານາທິບໍດີ​ນາຣິ​ໂນ ​ແລະ​ຢູ່​
ໃນ​ການຂຽນຂໍ້ຄວາມ​ ລົງ​ທາງ​ທວິດ​ເຕີນັ້ນ ທ່ານ​ແຊນ​ໂຕ​ສ ກ່າວ​ວ່າ “ພວກ​ເຮົາ​ຈະ​ເຮັດ
​ໃຫ້​ເປັນ​ທາງ​ການ​ຢູ່​ນະຄອນບຣັສ​ເຊີລໃນອາທິດ​ໜ້າ​ ​ແລະ​ນີ້​ແມ່ນມີຄວາມສຳຄັນ ທີ່​
ໂຄ​ລອມ​ເບຍ​ໄດ້ເຂົ້າເປັນພາຄີໂລກຂອງ​ອົງການເນໂຕ້. ພວກ​ເຮົາ​ຈະເປັນ​ປະ​ເທດ​ດຽວ
​ໃນ​ອາ​ເມຣິກາລາຕິນ ທີ່​ໄດ້​ຮັບ​ກຽດ​ດັ່ງກ່າວ​ນີ້.”

ທ່ານ​ແຊນ​ໂຕ​ສ ຊຶ່ງ​ໄດ້​ຮັບ​ລາງວັນໂນແບລຂະແໜງ​ສັນຕິພາບ​ໃນ​ປີ 2016 ​ທີ່​ໄດ້​ເຊັນ
ສັນຍາສະຫງົບເສິກ​ກັບ​ພວກ​ກະບົດ ກຳລັງ​ປະຕິວັດ​ປະກອບ​ອາວຸດໂຄລອມເບຍ ທີ່ເອີ້ນ
ຫຍໍ້​ວ່າ FARC ນັ້ນ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ ຈະ​ປັບ​ປຸງ​ພາບ​ພົດຂອງ​ໂຄ​ລອມ​
ເບຍ​ ໃນເວທີ​ສາກົນ.

​ໂຄ​ລອມ​ເບຍ ​ແລະ​ອົງການເນໂຕ ​ໄດ້​ບັນລຸ​ຂໍ້​ຕົກລົງ​ ໃນການເປັນພາຄີ​ເມື່ອ​ເດືອນ​ພຶດສະ
ພາ​ປີ 2017 ຫຼັງ​ຈາກ​ໄດ້​ສະຫລຸບ​ຂໍ້​ຕົກລົງ​ສັນ​ຕິພາບ​ກັບກຸ່ມກະບົດ FARC ຊຶ່ງ​ປັດຈຸບັນ​
ນີ້ເປັນ​ພັກ​ການ​ເມືອງ.

ຂົງ​ເຂດ​ຂອງ​ການ​ຮ່ວມ​ມື​ ແມ່ນຮວມ​ທັງ​ຄວາມ​ປອດ​ໄພທາງອິນ​ເຕີ​ແນັດ ຄວາມ​ປອດ​ໄພ​
ທາງທະ​ເລ ການ​ກໍ່​ການ​ຮ້າຍ ​ແລະການ​ເຊື່ອມ​ໂຍງ ໃສ່ກຸ່ມຈັດ​ຕັ້ງ​ອາຊະຍາກຳ ​ແລະການ​
ສ້າງ​ຄວາມ​ສາມາດ ​ແລະ​ສະມັດ​ຕະພາບ​ ຂ​ອງກຳລັງ​ທະ ຫານ​ໂຄ​ລອມ​ເບຍ ອີງ​ຕາມ​ຖະ
​ແຫຼ​ງການ ​ທີ່​ພິມເຜີຍແຜ່ຢູ່​ໜ້າເວັບ​ໄຊຂອງ​ອົງ ການເນໂຕ.

​ນອກ​ຈາກ​ໂຄ​ລອມ​ເບຍແລ້ວ ລາຍຊື່ຂອງອົງການເນໂຕ ຍັງຮວມທັງ ອັຟກາ​ນິສຖານ
ອອສ​ເຕຣ​ເລຍ ອີຣັກ ຍີ່​ປຸ່ນ ສາທາລະນະ​ລັດ​ເກົາຫຼີ ມົງ​ໂກ​ເລຍ ນິວຊີ​ແລ​ນ ແລະ​ປາ​ກິ​ສ
ຖານ ໂດຍຖືວ່າ​ເປັນ “ພາ​ຄີ​ຢູ່ໃນ​ທົ່ວ​ໂລກ” ຫຼືເວົ້າສັ້ນໆວ່າ “ພາຄີ​ໂລກ.”

​ແຕ່ລະ​ປະ​ເທດ “​ໄດ້​ພັດທະນາ​ແຜນການ​ຮ່ວມ​ມື ການເປັນພາຄີ​ຂອງຕົນ” ​ກັບກຸ່ມພັນ
ທະມິດ 29 ປະເທດ ພາຍໃຕ້ການນຳພາຂອງສະຫະລັດ. ຫລາຍໆປະເທດ ໄດ້ປະກອບ
ສ່ວນຢ່າງສຳຄັນ ຕໍ່​ການ​ປະຕິ​ບັດ​ງານ​ອົງການເນໂຕ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG