ມີຢ່າງນ້ອຍ 20 ຄົນເສຍຊີວິດແລະອີກ 6 ຄົນໄດ້ຮັບບາດ
ເຈັບ ໃນເຫດລະເບີດທີ່ບໍ່ຖ່ານຫີນແຫ່ງນຶ່ງ ໃນພາກຕາເວັນ
ອອກສຽງເໜືອຂອງໂຄລອມເບຍ.
ເຈົ້າໜ້າທີ່ກ່າວວ່າ ເຫດລະເບີດດັ່ງກ່າວເກີດຂຶ້ນໃນຕອນ
ເຊົ້າຂອງມື້ວັນພຸດວານນີ້ ທີ່ບໍ່ຖ່ານຫີນ La Preciosa
ໃນແຂວງ Norte de Santander ຊຶ່ງມີຊາຍແດນຕິດ
ກັບ ປະເທດເວເນຊູເອລາ.
ມາຮອດປັດຈຸບັນມີການພົບເຫັນສົບພວກເສຍຊີວິດແລ້ວ
ຢ່າງນ້ອຍ 8 ສົບ. ລາຍງານຂ່າວແຈ້ງວ່າພວກກູ້ໄພພວມ
ຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້.
ເຈົ້າໜ້າທີ່ກ່າວວ່າ ຮ່ອງຮອຍໃນຂັ້ນຕົ້ນ ໄດ້ຊີ້ໄປໃສ່ການກໍ່ໂຕຂຶ້ນ ຂອງແກັສ Methane ທີ່ພາໃຫ້ເກີດເຫດລະເບີດໃນຄັ້ງນີ້. ກະຊວງບໍ່ແຮ່ແລະພະລັງງານຂອງໂຄລອມເບຍກ່າວວ່າ
ບໍ່ແຮ່ແຫ່ງນີ້ຈະຖືກປິດໂດຍບໍ່ມີກຳນົດເວລາ.
ປະເທດໂຄລອມເບຍ ແມ່ນຮວມຢູ່ໃນ 5 ປະເທດ ທີ່ສົ່ງຖ່ານຫີນອອກ ໄປຂາຍຕ່າງປະເທດ
ຫລາຍທີ່ສຸດໃນໂລກ.