ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນໍ້າຖ້ວມ, ດິນຕົມເຈື່ອນ ໄດ້ສັງຫານປະຊາຊົນ ເກືອບ 200 ຄົນໃນປະເທດ ໂຄລົມເບຍ


ປະຊາຊົນກຳລັງຊ່ວຍເຫຼືອແມ່ຍິງຄົນໜຶ່ງ ຫຼັງຈາກດິນຕົມເຈື່ອນ ໃນເມືອງ Mocoa, ປະເທດ ໂຄລົມເບຍ. 1 ເມສາ 2017.
ປະຊາຊົນກຳລັງຊ່ວຍເຫຼືອແມ່ຍິງຄົນໜຶ່ງ ຫຼັງຈາກດິນຕົມເຈື່ອນ ໃນເມືອງ Mocoa, ປະເທດ ໂຄລົມເບຍ. 1 ເມສາ 2017.

ນໍ້າຈຳນວນຫຼວງຫຼາຍຈາກແມ່ນໍ້າສາມສາຍທີ່ໄຫຼລົ້ນໃນພາກຕາເວັນຕົກສຽງໃຕ້ຂອງປະ
ເທດ ໂຄລົມເບຍ ໄດ້ຊຸເຂົ້າເມືອງ Mocoa ໃນຕອນເດິກວັນສຸກຜ່ານມາ ໃນຂະນະທີ່ປະ
ຊາຊົນນອນຫລັບຢູ່, ເຮັດໃຫ້ເຮືອນຫຼາຍຫຼັງ ແລະ ໂຄງລ່າງພື້ນຖານຖືກທຳລາຍ ແລະ ປະຊາຊົນເກືອບ 200 ຄົນເສຍຊີວິດ.

ປະທານາທິບໍດີ ທ່ານ Juan Manuel Santos ໄດ້ໄປຢ້ຽມຢາມເມືອງທີ່ໄດ້ຮັບຄວາມ
ເປ່ເພເສຍຫາຍ ຕັ້ງຢູ່ 40,000 ພັນກິໂລແມັດໃກ້ໆກັບເຂດຊາຍແດນຕິດກັບປະເທດ
ເອກົວດໍ ໃນວັນເສົາວານນີ້ ແລະ ໄດ້ປະກາດວ່າເຂດດັ່ງກ່າວເກີດສະພາວະໄພພິບັດ.

ທ່ານ Santos ໄດ້ເຕືອນວ່າຈຳນວນຜູ້ເສຍຊີວິດເບິ່ງຄືຈະສູງຂຶ້ນ ແລະ ໄດ້ກ່າວເພີ່ມເຕີມ
ວ່າ “ພວກເຮົາບໍ່ຮູ້ວ່າຈະມີຜູ້ຖືກເຄາະຮ້າຍຈັກຄົນ.”

ສຳລັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນັ້ນ, ທ່ານໄດ້ກ່າວວ່າ “ພວກເຮົາຈະ ເຮັດທຸກໆຢ່າງທີ່ສາມາດເຮັດໄດ້ ເພື່ອຊ່ວຍເຫຼືອພວກເຂົາເຈົ້າ. ຂ້າພະເຈົ້າຮູ້ສຶກເສຍ
ໃຈນຳພວກເຂົາເຈົ້າຫຼາຍ.”

ສຳລັບພາກສ່ວນຂອງພວກເຂົາເຈົ້າ, ບັນດາເຈົ້າໜ້າທີ່ ອົງການສະພາກາແດງໄດ້ກ່າວ
ວ່າ ປະຊາຊົນ 400 ຄົນໄດ້ຮັບບາດເຈັບໃນໄພນ້ຳຖ້ວມນັ້ນ, ພ້ອມກັບປະຊາຊົນຄົນອື່ນໆ
ຢ່າງໜ້ອຍ 200 ຄົນໄດ້ຫາຍສາບສູນໄປ.

ພາບວິດີໂອຈາກສະຖານທີ່ເກີດເຫດໄດ້ສະແດງໃຫ້ເຫັນອາຄານຕ່າງໆຖືກນໍ້າພັດໄປລຽບ
ແລະ ລົດຖືກພັດເປັນກອງ ແລະ ຕົ້ນໄມ້ຖືກພັດຖອນຮາກຫຼາຍຕົ້ນ, ໃນຂະນະທີ່ປະຊາ
ຊົນຜູ້ທີ່ຕື່ນຕົກໃຈໄດ້ພາກັນສຳຫຼວດເບິ່ງຈຸດເກີດເຫດ ແລະ ບັນດາໜ່ວຍກູ້ໄພໄດ້ດຶງເອົາ
ຜູ້ບາດເຈັບ ແລະ ຜູ້ເສຍຊີວິດອອກຈາກຊາກຫັກພັງດັ່ງກ່າວ.

ໄພພິບັດໄດ້ເກີດຂຶ້ນຫຼັງຈາກຝົນຕົກໜັກຫຼາຍມື້ ເຮັດໃຫ້ພື້ນທີ່ສ່ວນໃຫຍ່ຂອງພາກພື້ນບໍ່
ມີໄຟຟ້າ ແລະ ນ້ຳປະປາໃຊ້.

ໃນບໍ່ເທົ່າໃດເດືອນທີ່ຜ່ານມາ, ຝົນຕົກໜັກ ແລະ ນໍ້າຖ້ວມໄດ້ໂຈມຕີຊາຍຝັ່ງຟາກມະຫາ
ສະໝຸດປາຊີຟິກຂອງທະວີບ ອາເມຣິກາໃຕ້, ເຮັດໃຫ້ປະຊາຊົນຈຳນວນຫຼາຍໃນປະເທດ
ເປຣູ ແລະ ເອກົວດໍ ເສຍຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Heavy Rains in Colombia Leave More Than 100 Dead
please wait

No media source currently available

0:00 0:00:30 0:00

XS
SM
MD
LG