ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງໂຄລອມເບຍທີ່ຖືພາ 3,100 ກໍລະນີ ຕິດເຊື້ອໄວຣັສ Zika


ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos, ຖະແຫລງ ຕໍ່ກອງປະຊຸມນັກຂ່າວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 5 ກຸມພາ 2016, ທີ່ທ່ານກ່າວວ່າ ບັນດາພະນັກງານ
ສືບສວນ ດ້ານການແພດຂອງສະຫະລັດ ຈະເດີນທາງໄປ
ເຖິງ ປະເທດຂອງທ່ານ ໃນໄວໆນີ້ ເພື່ອຊ່ອຍກວດສອບ
ເຊື້ອໄວຣັສ Zika.
ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos, ຖະແຫລງ ຕໍ່ກອງປະຊຸມນັກຂ່າວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 5 ກຸມພາ 2016, ທີ່ທ່ານກ່າວວ່າ ບັນດາພະນັກງານ ສືບສວນ ດ້ານການແພດຂອງສະຫະລັດ ຈະເດີນທາງໄປ ເຖິງ ປະເທດຂອງທ່ານ ໃນໄວໆນີ້ ເພື່ອຊ່ອຍກວດສອບ ເຊື້ອໄວຣັສ Zika.

ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos
ກ່າວວ່າ ພວກແມ່ຍິງທີ່ຖືພາ ຫຼາຍກວ່າ 3,100 ຄົນ ຢູ່ໃນປະ
ເທດຂອງທ່ານ ໄດ້ຕິດເຊື້ອໄວຣັສ Zika ທີ່ເກີດມາຈາກຍຸງ.

ແຕ່ທ່ານ Santos ຂະນະທີ່ຖະແຫລງໃນວັນເສົາວານນີ້ ຜ່ານ
ທາງໂທລະພາບແຫ່ງຊາດ ໄດ້ກ່າວວ່າ ບໍ່ມີຫລັກຖານຢ່າງແນ່
ນອນເທື່ອວ່າ ເຊື້ອໄວຣັສດັ່ງກ່າວ ມີສ່ວນກ່ຽວພັນກັບການເຕີບ
ໂຕຂອງທາລົກທີ່ຜິດປົກກະຕິຢ່າງຮ້າຍແຮງ ທີ່ຮູ້ຈັກກັນຄື
microcephaly ຊຶ່ງເຮັດ ໃຫ້ພວກເດັກທາລົກທີ່ເກີດໃໝ່ມີຫົວ
ກະໂຫລກ ແລະ ສະໝອງ ທີ່ດ້ອຍການຈະເຣີນເຕີບໂຕ.

ຍັງບໍ່ມີຢາວັກຊີນ ຫຼື ການຮັກສາປິ່ນປົວໃດໆສຳລັບເຊື້ອໄວຣັສນີ້ ແລະ ບັນດານັກວິທະ
ຍາສາດ ກໍຍັງບໍ່ສາມາດຢັ້ງຢືນໄດ້ເຖິງການພົວພັນໂດຍກົງ ລະຫວ່າງເຊື້ອໄວຣັສ Zika
ແລະ ຈຳນວນທີ່ເພີ້ມຂຶ້ນຢ່າງຫຼວງຫຼາຍ ຂອງການເກີດທີ່ບໍ່ສົມບູນ ຊຶ່ງມີລາຍງານ ຢູ່ໃນ
ປະເທດບຣາຊີລນັ້ນ.

ZIKA
please wait
Embed

No media source currently available

0:00 0:01:05 0:00

ຢູ່ໃນຖະແຫລງການນັ້ນ ທ່ານ Santos ຍັງໄດ້ເວົ້າວ່າ ບັນດາພະນັກງານສືບສວນ ດ້ານ
ການແພດຂອງສະຫະລັດ ຈະເດີນທາງໄປເຖິງປະເທດຂອງທ່ານ ໃນໄວໆນີ້ ເພື່ອຊ່ອຍ
ກວດສອບເຊື້ອໄວຣັສ ຊຶ່ງທ່ານ ກ່າວວ່າ ອາດເປັນໄປໄດ້ວ່າ ມີຊາວໂຄລອມເບຍ ຫຼາຍ
ກວ່າ 25,600 ຄົນ ທີ່ໄດ້ຕິດເຊື້ອໄວຣັສດັ່ງກ່າວ. ໃນວັນສຸກຜ່ານມາ ບັນດາເຈົ້າໜ້າທີ່
ໂຄລອມເບຍ ໄດ້ເຊື່ອມໂຍງ ເຊື້ອໄວຣັສ Zika ໃສ່ກັບ ໂຣກ Guillain-Barre ທີ່ເຮັດໃຫ້
ເກີດມີສະພາບອຳມະພາດ ຊຶ່ງບັນດາເຈົ້າໜ້າທີ່ ກ່າວວ່າ ມັນເອົາຊີວິດຢ່າງໜ້ອຍ 3 ຄົນ
ແລ້ວຢູ່ໃນປະເທດ.

ຖະແຫລງການຂອງທ່ານ Santos ໄດ້ມີຂຶ້ນ ຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກ ໃນ
ບຣາຊີລ ສືບຕໍ່ສົ່ງສຽງອອກມາວ່າ ພວກຕົນມີຄວາມສົງໄສຢ່າງໜັກແໜ້ນວ່າ ເຊື້ອໄວ
ຣັສ Zika ໄດ້ກໍ່ໃຫ້ເກີດມີກໍລະນີ ຂອງ microcephaly ຫຼາຍຂຶ້ນຢ່າງຫຼວງຫຼາຍ.

ໃນວັນພຸດຜ່ານມາ ລັດຖະມົນຕີສາທາລະນະສຸກ ຂອງບຣາຊີລ ລາຍງານວ່າມີ 4,180 ກໍລະນີຂອງ ເຊື້ອໄວຣັສ Zika ທີ່ກ່ຽວພັນກັບ microcephaly ນັບຕັ້ງແຕ່ ເດືອນຕຸລາ ໃນຂະນະທີ່ ມີພຽງ 147 ກໍລະນີ ເຊັ່ນນີ້ ໄດ້ຖືກບັນທຶກໄວ້ຢູ່ທີ່ແຫ່ງນີ້ ໃນຕະຫຼອດປີ 2014.

ການເພີ້ມສູງຂຶ້ນນັ້ນ ໄດ້ກໍ່ໃຫ້ເກີດ ຄວາມຢ້ານກົວໃນທົ່ວໂລກ ແລະ ມີການຕັກເຕືອນ
ບັນດາແມ່ຍິງທີ່ຖືພາ ໃຫ້ຫຼີກລ່ຽງການເດີນທາງໄປຍັງປະເທດຕ່າງໃນ ອາເມຣິກາ ລາຕິນ
ແລະ ເກາະ Caribean ບ່ອນທີ່ມີລາຍງານກ່ຽວກັບກໍລະນີ ເຊື້ອໂຣກ Zika ນັ້ນ.

XS
SM
MD
LG