ເຈົ້າໜ້າທີ່ກອງທັບຄົນນຶ່ງກ່າວວ່າ ທະຫານ Colombia ໄດ້ສັງ
ຫານສະມາຊິກ 18 ຄົນ ຂອງກຸ່ມກະບົດຝ່າຍຊ້າຍ ກອງກຳລັງ
ປະຕິວັດປະກອບອາວຸດໂຄລົມເບຍ ຫລື FARC ໃນວັນພະຫັດ
ວານນີ້ ຈາກການໂຈມຕີຖີ້ມລະເບີດ.
ການປະຕິບັດງານດັ່ງກ່າວໄດ້ມີຂື້ນຢູ່ໃນຂົງເຂດ Cauca ທາງ
ພາກຕາເວັນຕົກຂອງໂຄລົມເບຍ ຊຶ່ງເປັນທີ່ໝັ້ນອັນເຂັ້ມແຂງ
ຂອງພວກກະບົດ FARC ແລະເປັນເຂດຄ້າຢາເສບຕິດທີ່
ສຳຄັນ.
ການໂຈມຕີທາງອາກາດຄັ້ງນີ້ແມ່ນການໂຈມຕີທີ່ຮ້າຍແຮງທີ່ສຸດບັ້ນນຶ່ງລະຫວ່າງ ພວກ
ກອງໂຈນແລະລັດຖະບານ ນັບຕັ້ງແຕ່ການເຈລະຈາສັນຕິພາບ ລະຫວ່າງສອງຝ່າຍໄດ້
ເລີ້ມຂື້ນເມື່ອສອງປີກ່ອນ.
ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ໄດ້ຍົກເລີກການໂຈະການ
ໂຈມຕີທາງອາກາດຕໍ່ພວກກອງໂຈນ Maxist ໃນເດືອນແລ້ວນີ້ ຫລັງຈາກສະມາຊິກ
ຂອງກຸ່ມກະບົດ ເປັນທີ່ສົງໄສວ່າ ໄດ້ສັງຫານທະທານ 10 ຄົນ.
ກຸ່ມກະບົດ FARC ໄດ້ທຳການສູ້ລົບກັບລັດຖະບານໂຄລົມເບຍ ຕັ້ງແຕ່ກາງຊຸມປີ 1960.
ບັນຫາຂັດແຍ້ງດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫລາຍກວ່າ 200,000 ຄົນ.