ທະຫານ ໂຄລົມເບຍ ກ່າວວ່າ ຕົນໄດ້ສັງຫານຫົວໜ້າພວກຫົວຮຸນແຮງ ຜູ້ທີ່ໄດ້ປະຕິ
ເສດທີ່ຈະປະຕິບັດຕາມຂໍ້ຕົກລົງສັນຕິພາບ ທີ່ກຸ່ມກະບົດຂອງທ່ານ ແລະລັດຖະບານ
ໄດ້ຕົກລົງກັນໃນປີ 2016.
ປະທານາທິບໍດີໂຄລົມເບຍ ທ່ານ ອີວານ ດູກ ໄດ້ກ່າວໃນວັນເສົາວານນີ້ວ່າ “ມື້ນີິ້ໃນ
ການປະຕິບັດງານທີ່ຫຼ່ຽນໄຫຼລນັ້ນ ອາຊະຍາກອນທີ່ຮູ້ຈັກກັນວ່າ ທ້າວ ໂຣດຣິກໂກ
ກາເດເຕ ນຶ່ງໃນຈຳນວນຜູ້ທີ່ເປັນຕາຢ້ານທີ່ສຸດຂອງລັດທິກໍ່ການຮ້າຍໃນປະເທດ
ຂອງເຮົານັ້ນ ໄດ້ລົບລ້າງໄປແລ້ວ.”
ທ້າວ ກາເດເຕ ຜູ້ທີ່ມີອາຍຸ 52 ປີນັ້ນ ໄດ້ເປັນຜູນຳ ກຳລັງປະຕິວັດປະກອບອາວຸດ
(FARC) ອະດີດຝ່າຍຊ້າຍກຸ່ມກອງໂຈນຂອງປະເທດ ທີ່ໄດ້ວາງອາວຸດ ແລະໄດ້
ຫັນປ່ຽນເຂົ້າສູ່ພັກການເມືອງ ກຳ 10 ບ່ອນນັ່ງຢູ່ໃນສະພາ.
ລັດຖະມົນຕີປ້ອງກັນປະເທດ ທ່ານ ກິລເລໂມ ໂບເຕໂຣ ກ່າວວ່າກອງໂຈນເກົ້າຄົນ
ໄດ້ຖືກຂ້າຕາຍ ແລະພວກກະບົດອື່ນໆໄດ້ຖືກຈັບ ໃນການປະຕິບັດງານດຽວກັນຢູ່
ໃນຂົງເຂດ ກາເກີຕາ ທີ່ໄດ້ສັງຫານທ້າວ ກາເດີເຕ ນັ້ນ.
ລັດຖະມົນຕີກ່າວວ່າ ທ້າວກາເດເຕ ໄດ້ພະຍາຍາມທີ່ຈະຮວມເອົາພວກກະບົດອື່ນໆ
ເພື່ອຕັ້ງກຸ່ມກະບົດໃໝ່.
ທ້າວກາເດເຕ ໄດ້ເຂົ້າຮ່ວມຢູ່ໃນການເຈລະຈາສັນຕິພາບ ດົນຫຼາຍປີ ທີ່ເປັນຜົນ
ເຮັດໃຫ້ກຸ່ມ FARC ວາງອາວຸດ ແຕ່ລາວໄດ້ປະຕິເສດທີ່ຈະຮັບເອົາຂໍ້ຕົກລົງ
ດັ່ງກ່າວ.