ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ໂຄລອມເບຍ ພາກັນ ໄປປ່ອນບັດ ເລືອກຕັ້ງ ປະທານາທິບໍດີ


ພວກຄົນງານ ພວມຍ່າງກາຍໜ່ວຍປ່ອນບັດແຫ່ງນຶ່ງ ກ່ອນການເລືອກຕັ້ງປະທານາທິບໍດີ ທີ່ນະຄອນຫຼວງ Bogota (24 ພຶດສະພາ 2014)
ພວກຄົນງານ ພວມຍ່າງກາຍໜ່ວຍປ່ອນບັດແຫ່ງນຶ່ງ ກ່ອນການເລືອກຕັ້ງປະທານາທິບໍດີ ທີ່ນະຄອນຫຼວງ Bogota (24 ພຶດສະພາ 2014)
ປະຊາຊົນຊາວໂຄລອມເບຍ ພາກັນໄປປ່ອນບັດເລືອກຕັ້ງປະທາ
ນາທິບໍດີ ທີ່ອາດຈະຕັດສິນວ່າ ປະເທດດັ່ງກ່າວ ຈະສືບຕໍ່ການເຈ
ລະຈາສັນຕິພາບ ກັບພວກກອງໂຈນມາກຊິສ ຫຼືຈະເພີ້ມການບຸກ ໂຈມຕີທາງທະຫານເພື່ອຍຸດຕິສົງຄາມກາງເມືອງທີ່ດຳເນີນມາໄດ້
50 ປີແລ້ວນັ້ນ.

ປະທານາທິບໍດີ Juan Manuel Santos ທີ່ພວມຊອກຫາຊ່ອງ
ທາງຢາກເຂົ້າຮັບຕຳແໜ່ງເປັນສະໄໝທີສອງນັ້ນ ຕ້ອງການຍຸດ
ຕິບັນຫາຂັດແຍ້ງ ກັບກຸ່ມກະບົດ ກອງກຳລັງປະຕິວັດ ໂຄລອມ
ເບຍຫຼື FARC ດ້ວຍການເຈລະຈາ ຊຶ່ງມີຂຶ້ນທີ່ປະເທດຄິວບາ.

ຄູ່ແຂ່ງຄົນສຳຄັນຂອງທ່ານກໍຄືທ່ານ Oscar Ivan Zuluaga ແມ່ນເອົາທ່າທີທີ່ເຂັ້ມແຂງກວ່າ ລັດຖະບານປັດຈຸບັນແລະບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການເຈລະຈາ ທີ່ພວມດຳເນີນຢູ່ ເວລານີ້ ໂດຍເວົ້າວ່າເປັນການຕາມໃຈພວກກໍ່ການຮ້າຍ.

ການຢັ່ງຫາງສຽງປະຊາຊົນສະແດງໃຫ້ເຫັນວ່າ ຜູ້ສະໝັກທີ່ສຳຄັນທັງສອງຄົນນີ້ ຊຶ່ງຮວມຢູ່ ໃນຈຳນວນຜູ້ສະໝັກເປັນປະທານາທິບໍດີໂຄລອມເບຍທັງໝົດ 5 ຄົນນັ້ນ ພວມມີຄະແນນສຽງ ໃກ້ຄຽງກັນຫລາຍ ໂດຍມີທ່າທາງວ່າ ຈະມີການເລືອກຕັ້ງ ໃນຮອບສອງເພື່ອຕັດສິນຊີ້ຂາດ.
XS
SM
MD
LG