ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ໂຄລົມເບຍ ຈະເຊັນສັນຍາ ສັນຕິພາບກັບ ກຸ່ມກະບົດ ໃນເດືອນກັນຍາ


ປະທານາທິບໍດີໂຄລົມເບຍ ທ່ານ Juan Manuel Santos ຖືຂໍ້ຕົກລົງສັນຕິພາບກັບພວກກະບົດ FARC ໃນນະຄອນຫຼວງ ໂບໂກຕາ. 25 ສິງຫາ, 2016.
ປະທານາທິບໍດີໂຄລົມເບຍ ທ່ານ Juan Manuel Santos ຖືຂໍ້ຕົກລົງສັນຕິພາບກັບພວກກະບົດ FARC ໃນນະຄອນຫຼວງ ໂບໂກຕາ. 25 ສິງຫາ, 2016.

ລັດຖະບານຂອງປະເທດ ໂຄລົມເບຍ ແລະ ກອງທັບປະຕິວັດຂອງ ໂຄລົມເບຍ ຫຼື FARC ໄດ້ມີກຳນົດທີ່ຈະເຊັນຂໍ້ຕົກລົງເພື່ອສິ້ນສຸດສົງຄາມເຄິ່ງສັດຕະວັດຢ່າງເປັນທາງການໃນ ທ້າຍເດືອນໜ້ານີ້, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ໃນວັນເສົາວານນີ້.

ບັນດາເຈົ້າໜ້າທີ່ບໍ່ໄດ້ກ່າວວ່າຈະມີຜູ້ໃດແດ່ເຂົ້າຮ່ວມໃນການເຊັນຢ່າງເປັນທາງການນີ້.

ລັດຖະມົນຕີປ້ອງກັນປະເທດທ່ານ Luis Carlos Villegas ກ່າວວ່າ “ມື້ຂອງການເຊັນ ຢ່າງເຄັ່ງຂຶມ ຈະມີຂຶ້ນ ລະຫວ່າງ ວັນທີ 20 ຫາ 26 ຂອງເດືອນກັນຍານີ້, ແລ້ວແຕ່ຕາ ຕະລາງ ແລະ ຄົນສຳຄັນຜູ້ທີ່ຈະເຂົ້າຮ່ວມ.”

ປະທານາທິບໍດີ Juan Manuel Santos ໄດ້ກ່າວວ່າ ສຳນັກງານໃຫຍ່ອົງການ ສະຫະ ປະຊາຊາດໃນນະຄອນຫຼວງ ໂບໂກຕາ ຫຼື ຄິວບາ ແມ່ນໄດ້ຖືກພິຈາລະນາໃຫ້ເປັນ ສະຖານທີ່ຂອງການພົບປະກັນ.

ຜູ້ນຳໜ້າການເຈລະຈາຂອງ ກອງທັບ FARC ທ່ານ Ivan Marquez (ຊ້າຍ) ແລະ ຜູ້ນຳໜ້າໃນການ ເຈລະຈາຂອງລັດຖະບານ ໂຄລົມເບຍ ທ່ານ Humberto Rodriguez ຈັບມືກັນ ຫຼັງຈາກການເຊັນ ຂໍ້ຕົກລົງສັນຕິພາບສະບັບສຸດທ້າຍໃນນະຄອນຫຼວງ ຮາວານາ. ຄິວບາ. 24 ສິງຫາ 2016.
ຜູ້ນຳໜ້າການເຈລະຈາຂອງ ກອງທັບ FARC ທ່ານ Ivan Marquez (ຊ້າຍ) ແລະ ຜູ້ນຳໜ້າໃນການ ເຈລະຈາຂອງລັດຖະບານ ໂຄລົມເບຍ ທ່ານ Humberto Rodriguez ຈັບມືກັນ ຫຼັງຈາກການເຊັນ ຂໍ້ຕົກລົງສັນຕິພາບສະບັບສຸດທ້າຍໃນນະຄອນຫຼວງ ຮາວານາ. ຄິວບາ. 24 ສິງຫາ 2016.

ກ່ອນການເຊັນສັນຍາຄັ້ງສຸດທ້າຍ, ພວກຜູ້ແທນຂອງກອງທັບ FARC ຢ່າງໜ້ອຍ 200 ຄົນ ຄາດວ່າຈະເຂົ້າຮ່ວມໃນການເຕົ້າໂຮມກັນຄັ້ງສຸດທ້າຍຂອງບັນດາຜູ້ນຳຂອງກອງທັບ FARC ໃນວັນທີ 13 ຫາ 19 ກັນຍານີ້ ໃນເມືອງ San Vicente de Caguan ເຊິ່ງເປັນ ຂົງເຂດທີ່ພວກກະບົດໄດ້ຄວບຄຸມເປັນເວລາດົນນານ.

ການປະກາດຂອງຂໍ້ຕົກລົງຫຼັງຈາກ 4 ປີຂອງການເຈລະຈາ ທີ່ໄດ້ເປີດຄວາມເປັນໄປໄດ້ ສຳລັບປະຊາຊົນ ໂຄລົມເບຍ ທີ່ຈະລະຖິ້ມການນອງເລືອດ ທີ່ໄດ້ຂ້າຄົນຫຼາຍກວ່າ 220,000 ຄົນ ແລະ ເຮັດໃຫ້ປະຊາຊົນຫຼາຍກວ່າ 5 ລ້ານຄົນຕ້ອງໄດ້ໜີຈາກບ້ານເຮືອນ ຂອງພວກເຂົາເຈົ້າ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ເມື່ອບໍ່ດົນມານີ້ໄດ້ໂທລະສັບຫາປະ ທານາທິບໍດີ ໂຄລົມເບຍ ທ່ານ Santos ເພື່ອສະແດງຄວາມຍິນດີຕໍ່ທ່ານ ກ່ຽວກັບ ຂໍ້ຕົກ ລົງນັ້ນ. ທຳນຽບຂາວໄດ້ກ່າວວ່າ “ທ່ານປະທານາທິບໍດີ ໄດ້ຮັບຮູ້ເຖິງວັນແຫ່ງປະຫວັດ ສາດນີ້ດວ່າເປັນຈຸດເຊື່ອມຕໍ່ທີ່ສຳຄັນ ໃນສິ່ງທີ່ຈະເປັນຂະບວນການອັນຍາວນານ ເພື່ອ ປະຕິບັດຄວາມຍຸຕິທຳຢ່າງເຕັມທີ່ ແລະ ຂໍ້ຕົກລົງສັນຕິພາບອັນຍາວນານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG