ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ໂຄລົມເບຍ ແລະ ຝ່າຍກະບົດ ເຈລະຈາ ສັນຕິພາບ

ທ່ານ Humberto de la Calle (ກາງ) ຫົວໜ້າ ພວກເຂົ້າຮ່ວມການເຈລະຈາ ກ່າວຄໍາປາໄສ ຢູ່ຂ້າງຜູ້ການເຈລະຈາ Frank Pearl (ຂວາ) ແລະ ທ່ານ Sergio Jaramillo ກ່ອນຈະຂຶ້ນເຮືອບິນໄປ ຍັງນະຄອນ Havana ຢູ່ສະໜາມບິນທະຫານ ໃນເມືອງ Bogota ໃນວັນທີ 18 ພະຈິກ 2012 ເພື່ອໄປທໍາການເຈລະຈາກັບ ກໍາລັງປະຕິວັດຂອງ ໂຄລົມເບຍ ຫລື FARC ຝ່າຍ ຊ້າຍ

ລັດຖະບານໂຄລົມເບຍ ແລະກໍາລັງທະຫານປະຕິວັດຂອງໂຄ
ລົມເບຍ ຫລື FARC ຝ່າຍ ຊ້າຍ ໄດ້ນັ່ງເຈລະຈາກັນ ໃນວັນຈັນ
ມື້ນີ້ ທີ່ນະຄອນຮາວານາ ໂດຍແນໃສ່ຍຸດຕິ ການຕໍ່ຕ້ານທີ່ຍືດເຍື້ອ
ຍາວນານທີ່ສຸດ ໃນເຂດອາເມຣິກາລາຕິນ.

ການເຈລະຈາສັນຕິພາບ ຊຶ່ງຈັດຂຶ້ນເປັນຄັ້ງທໍາອິດນັບຕັ້ງແຕ່ມີ
ການເຈລະຈາຮອບ ແລ້ວນີ້ ໃນປີ 2002 ທີ່ຫລົ້ມເຫລວນັ້ນ ໄດ້ ເລີ້ມຈັດຂຶ້ນຢ່າງເປັນທາງການ ໃນເດືອນແລ້ວນີ້ ຢູ່ປະເທດນໍເວ.

ພວກເຈົ້າໜ້າທີ່ລັດຖະບານໂຄລົມເບຍເວົ້າວ່າ ພວກເຂົາເຈົ້າ
ຢາກຈະມີການເຊັນສັນຍາ ກັນ ກັບພວກກະບົດໄດ້ ພາຍໃນ
ເວລາເປັນເດືອນ ບໍ່ແມ່ນແກ່ຍາວໄປເປັນຫລາຍປີ.

ມີລາຍງານວ່າ ພວກເຂົ້າຮ່ວມການເຈລະຈາ ເພັ່ງເລັງໃສ່ຫົວຂໍ້ການເຈລະຈາ 5 ຈຸດ ຊຶ່ງນັ້ນກໍຄື ການປະຕິຮູບທີ່ດິນ, ຄວາມສາມາດມີສິດທາງການເມືອງຂອງກຸ່ມກະບົດ ຫລັງຈາກມີການເຊັນສັນຍາສັນຕິພາບແລ້ວ, ການຄ້າຢາເສບຕິດທີ່ຜິດກົດໝາຍ, ການ ປົດອາວຸດ, ແລະການຈ່າຍທົດແທນຄວາມເສຍຫາຍໃຫ້ແກ່ພວກໄດ້ຮັບເຄາະຮ້າຍຈາກ ການຂັດແຍ້ງກັນຂອງສອງຝ່າຍ.

ລັດຖະບານໂຄລົມເບຍ ແລະພວກກະບົດ FARC ໄດ້ທໍາສົງຄາມກາງເມືອງທີ່ ນອງເລືອດ ມາເປັນເວລາດົນນານ ທີ່ໄດ້ເຮັດໃຫ້ຫລາຍແສນຄົນເສຍຊີວິດ.

ນັບແຕ່ປີ 1964 ເປັນຕົ້ນມາ ກຸ່ມຫົວຮຸນແຮງທີ່ວ່ານີ້ ໄດ້ທໍາການລັກພາຕົວຜູ້ຄົນໄປເພື່ອການເມືອງ ແລະໄດ້ໂຈມຕີກໍາລັງຮັກສາຄວາມປອດໄພ ໃນຂະນະທີ່ທຳການສູ້ລົບຕ້ານຝ່າຍລັດຖະບານນັ້ນ.
XS
SM
MD
LG