ກຸ່ມກະບົດຝ່າຍຊ້າຍ ທີ່ໃຫຍ່ທີ່ສຸດຂອງໂຄລອມເບຍ ທີ່ຖືກ
ທະຫານລັດຖະບານບຸກໂຈມຕີມາຕະຫຼອດປີນັ້ນ ກ່າວວ່າ
ຕົນຈະຊອກຫາຊ່ອງທາງເພື່ອໃຫ້ມີການຢຸດຍິງໃນເດືອນ
ໜ້ານີ້ເວລາການເຈລະຈາໃນຂັ້ນຕົ້ນກັບລັດຖະບານໂບໂກ
ຕາເລີ້ມຂຶ້ນ.
ການປະກາດກ່ຽວກັບການຢຸດຍິງຂອງກຸ່ມກຳລັງປະຕິວັດປະ
ກອບອາວຸດໂຄລອມເບຍທີ່ຮູ້ກັນດີໂດຍຊື່ຫຍໍ້ວ່າ FARC ນັ້ນ
ໄດ້ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກປະທານາທິບໍດີ Juan Manuel
Santos ໄດ້ແຈ້ງໃຫ້ຊາບກ່ຽວກັບການຕົກລົງທີ່ຈະເປີດການ
ເຈລະຈາ ກັບກຸ່ມກະບົດດັ່ງກ່າວ ໃນເດືອນໜ້ານີ້ ແນໃສ່ເພື່ອ
ຫາທາງຍຸ ຕິສົງຄາມທີ່ດຳເນີນມາເປັນເວລາເກືອບຫ້າທົດສະ
ວັດ. ແຕ່ແນວໃດກໍຕາມປະທາ ນາທິບໍດີໂຄລອມເບຍກ່າວວ່າ
ຈະບໍ່ມີການຢຸດຍິງໃນຂະນະທີ່ການເຈລະຈາໄຂຂຶ້ນທີ່ນະຄອນອົສໂລ ປະເທດນໍເວ.
ການສະແດງຄວາມປະສົງໃນການຢາກຢຸດຍິງຂອງກຸ່ມກະບົດ FARC ແມ່ນມີຂຶ້ນລຸນຫຼັງ
ການປະກາດຂອງລັດຖະບານໃນມື້ວັນພຸດຜ່ານມານີ້ວ່າ ຜູ້ນຳທີ່ສຳຄັນຂອງກຸ່ມກະບົດອີກ ຄົນນຶ່ງໄດ້ຖືກຂ້າຕາຍໃນການໂຈມຕີຖິ້ມລະເບີດຂອງລັດຖະບານໃນສັບປະດານີ້ໃກ້ໆຊາຍ
ແດນເວເນຊູເອລາ.