ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄລອມເບຍ ແລະ ກຸ່ມກະບົດ FARC ລົງນາມ ໃນຂໍ້ຕົກລົງ ຢຸດຍິງ


ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos (ກາງ) ແລະຜູ້ບັນຊາການ ກຸ່ມກະບົດ FARC ທ່ານ Timoleon Jimenez ຈັບມືກັນ ໃນລະຫວ່າງພິທີລົງນາມ
ໃນສັນຍາຢຸດຍິງ ແລະປົດອາວຸດ ທີ່ນະຄອນ Havana ປະເທດ Cuba. ຢູ່ທາງກາງແມ່ນປະທານາທິບໍດີຄິວບາ ທ່ານ Raul Castro.
ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos (ກາງ) ແລະຜູ້ບັນຊາການ ກຸ່ມກະບົດ FARC ທ່ານ Timoleon Jimenez ຈັບມືກັນ ໃນລະຫວ່າງພິທີລົງນາມ ໃນສັນຍາຢຸດຍິງ ແລະປົດອາວຸດ ທີ່ນະຄອນ Havana ປະເທດ Cuba. ຢູ່ທາງກາງແມ່ນປະທານາທິບໍດີຄິວບາ ທ່ານ Raul Castro.

ລັດຖະບານ​ໂຄ​ລອມ​ເບຍແລະ​ພວກ​ກະບົດ​ຝ່າຍ​ຊ້າຍທີ່​ເອີ້ນຫຍ້ໍ​ວ່າ FARC ນັ້ນ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງຢຸດ​ຍິງ​ແລະ​ປົດ​ອາວຸດ​ໃນ​ວັນ​ພະຫັດ​ວານ​ນີ້ ຊຶ່ງ​ເປັນ​ບາດກ້າວ​ທີ່​ສຳຄັນ ອີກບາດກ້າວ​ນຶ່ງ ​ໄປ​ສູ່​ການສິ້ນສຸດ​ລົງ ​ໃນ​ການ​ເຮັດ​ສົງຄາມ​ກອງ​ໂຈນ​ແລະ​ກໍ່​ການ​ຮ້າຍ​ເປັນ​ເວລາ 50 ກວ່າ​ປີ.

ປະທາ​ນາ​ທິບໍດີ​ໂຄ​ລອມ​ເບຍ ທ່ານ Juan Manuel Santos ​ແລະ​ຜູ້ນຳ​ຂອງກຸ່ມ​ກະບົດ FARC ທ່ານ Rodrigo Londono Echeverri ​ໄດ້​ລົງນາມ​ໃນ​ຂໍ້ ຕົກລົງ​ດັ່ງກ່າວ​ ທີ່​ນະ ຄອນ​ຮາ​ວານາ ຊຶ່ງ​ເປັນ​ເຈົ້າພາບ​ຈັດ​ໃຫ້​ມີ​ການ​ເຈລະຈາ​ສັນ​ຕິ​ພາບ​ທີ່​ດຳ​ເນີນ​ມາ​ເປັນ​ເວ ລາ 4 ປີທີ່​ບາງ​ຄັ້ງບາງ​ຄາວ​ກໍໄດ້​ປະສົບ​ກັບຄວາມ​ຫຍຸ້ງຍາກ​.

ປະທານາທິບໍດີ​ຄິວ​ບາ ທ່ານ Raul Castro ​ແລະ ​ລັດຖະມົນຕີ​ການ​ຕ່າງປະ​ເທດນໍເວ ທ່ານ Borge Brende ຊຶ່ງ​ປະ​ເທດ​ຂອງ​ພວກ​ທ່ານ​ເປັນ​ຜູ້​ຊ່ອຍ​ໄກ່​ເກ່ຍ​ໃນການ​ເຈລະ ຈາດັ່ງກ່າວ​ເປັນ​ສັກຂີ​ພິຍານ ​ໂດຍ​ມີ​ເລຂາທິການ​ໃຫຍ່​ອົງການສະຫະປະຊາ​ຊາດທ່ານ Ban Ki-moon ​ແລະ​ທູດ​ພິ​ເສດ​ຂອງ​ສະຫະລັດ ທ່ານ Bernard Aronson ​ແລະ​ປະ ທານາທິບໍດີ​ຂອງ​ອາ​ເມຣິກາ​ລາ​ຕິ​ນອື່ນໆ​ອີກ​ຫລາຍ​ປະ​ເທດ​ເຂົ້າຮ່ວມ​ນຳ.

ປະຊາຊົນພາກັນສະຫລອງຂໍ້ຕົກລົງຢຸດຍິງ​
ປະຊາຊົນພາກັນສະຫລອງຂໍ້ຕົກລົງຢຸດຍິງ​

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ອອກ​ຖະ​ແຫຼງການ​ສະ ບັບ​ນຶ່ງ ​ເອີ້ນການ​ຢຸດ​ຍິງ​ນີ້ວ່າ ​ເປັນ​ຂ່າວ​ທີ່​ໜ້າ​ຊື່ນ​ຊົມສຳລັບ​ປະຊາຊົນໂຄ​ລອມ​ເບຍ​ແລະ​ທຸກໆ​ຄົນ​ທີ່​ປະສົງ​ຢາກ​ໃຫ້​ມີ​ສັນຕິພາບ.

ສະຫະລັດ​ ແມ່ນ​ສະໜັບສະໜຸນ​ໂຄ​ລອມ​ເບຍ ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍ​າມ​ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ລະບອບ​ປະຊາທິປະ​ໄຕ ​ແລະ​ຄຸ້ມ​ຄອງ​ຄວາມປອດ​ໄພ​ໃຫ້ ​ແກ່ປະຊາຊົນ​ຂອງ​ຕົນ. ມິດ​ຕະພາບ​ນັ້ນຈະ​ດຳ​ເນີນ​ຕໍ່​ໄປ​ໃນ​ຂະນະ​ທີ່ພວກ​ຜູ້ນຳ​ຂອງ​ໂຄ​ລອມ​ເບຍ​ປະຕິບັດ​ໃຫ້​ສຳ​ເລັດ​ລຸ​ລ່ວງ​ຂັ້ນຕອນ​ສັນຕິພາບ​ແລະເອົາ​ບາດກ້າວ​ຕ່າງໆ​ເພື່ອ​ຮຳບາດ​ແຜ​ຂອງ​ຄວາມ​ແຕກ​ແຍກ​ແລະ​ບັນຫາ​ຂັດ​ແຍ້​ງ ທີ່​ມີ​ມາ​ເປັນ​ເວລາ​ຫຼາຍໆປີ.

ການ​ຢຸດ​ຍິງ​ແມ່ນ​ບາດກ້າວ​ທີ່​ສຳຄັນ​ອັນສຸດ​ທ້າຍກ່ອນ​ທີ່​ທັງ​ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ​ຂັ້ນສຸດ​ທ້າຍ. ທ່ານ Santos ກ່າວ​ວ່າ ທ່ານ​ຄາດ​ວ່າ​ ຈະ​ມີຂຶ້ນ​ໃນ​ວັນ​ທີ 20 ກໍລະກົດ ຊຶ່ງ​ເປັນ​ວັນ​ທີ​ໂຄ​ລອມ​ເບຍໄດ້​ຮັບ​ເອກ​ກະລາດ​ຈາກ​ສະ​ເປ​ນ​ໃນ​ປີ 1810.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG