ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຄລົມເບຍ ຈະໃຫ້ ອະໄພໂທດ ພວກຕໍ່ຕ້ານ ລັດຖະບານ 30 ຄົນ


ທະຫານນຳຕົວຜູ້ຕ້ອງສົງໄສຕໍ່ຕ້ານລັດຖະບານ ກຸ່ມກອງທັບປະຕິວັດ ແຫ່ງ ໂຄລົມເບຍ ຫຼື (FARC) ຜູ້ທີ່ໄດ້ຍອມຈຳນົນຕໍ່ພວກທະຫານ ໃນເມືອງ Medellin, ປະເທດ ໂຄລົມເບຍ. 20 ກັນຍາ, 2012.
ທະຫານນຳຕົວຜູ້ຕ້ອງສົງໄສຕໍ່ຕ້ານລັດຖະບານ ກຸ່ມກອງທັບປະຕິວັດ ແຫ່ງ ໂຄລົມເບຍ ຫຼື (FARC) ຜູ້ທີ່ໄດ້ຍອມຈຳນົນຕໍ່ພວກທະຫານ ໃນເມືອງ Medellin, ປະເທດ ໂຄລົມເບຍ. 20 ກັນຍາ, 2012.

ລັດຖະບານປະເທດ ໂຄລົມເບຍ ກ່າວວ່າພວກເຂົາເຈົ້າໄດ້ ໃຫ້ອະ ໄພໂທດແກ່ສະມາຊິກກຸ່ມຕໍ່ຕ້ານລັດຖະບານ Marxist ຮູ້ຈັກໃນ ຊື່ວ່າ FARC ທີ່ຖືກຂັງຄຸກ 30 ຄົນ, ເຊິ່ງເປັນສັນຍານການສ້າງ ຄວາມໄວ້ວາງໃຈ ໃນຂະນະທີ່ພວກ ເຂົາເຈົ້າໄດ້ເຈລະຈາສົນທິ ສັນຍາສະບັບໜຶ່ງກັບພວກ ຕໍ່ຕ້ານລັດຖະບານ ເພື່ອສິ້ນສຸດສົງ ຄາມທີ່ແກ່ຍາວມາດົນກວ່າ 5 ປີນັ້ນ.

ການເຄື່ອນໄຫວດັ່ງກ່າວໄດ້ຖືກປະກາດໃນວັນອາທິດວານນີ້ທີ່ ເມືອງ Bogota, ມັນເປັນເຫດການຫຼ້າສຸດຂອງຂໍ້ຕົກລົງເບື້ອງ ຕົ້ນຫຼາຍຄັ້ງທີ່ໄດ້ເປີດເຜີຍໃນສອງສາມເດືອນທີ່ຜ່ານມາໃນຂະ ນະທີ່ນັກເຈລະຈາຈາກທັງສອງຝ່າຍໄດ້ປະຊຸມກັນທີ່ນະຄອນຫຼວງ ຮາວານາ ປະເທດ ຄິວບາ ເພື່ອຫຍັບໃກ້ເຂົ້າຫາການບັນລຸຂໍ້ຕົກລົງສັນຕິພາບ.

ປະທານາທິບໍດີ ທ່ານ Juan Manuel ໄດ້ຕັ້ງເປົ້າໝາຍສຳລັບຂໍ້ຕົກລົງຄັ້ງສຸດທ້າຍໃນເດືອນ ມີນາ 2016 ປີໜ້ານີ້.

ບົດຖະແຫຼງການຈາກຫ້ອງການຂອງທ່ານ Santos ໄດ້ກ່າວວ່າ ບໍ່ມີນັກໂທດຄົນໃດໄດ້ຖືກ ພິພາກສາໂທດ ກ່ຽວກັບອາຊະຍາກຳຄວາມຮຸນແຮງ. ພວກເຂົາເຈົ້າກໍຍັງກ່າວວ່າທີມງານ ຂອງພະນັກງານສາທາລະ ນະສຸກຈະປະເມີນຜົນພວກນັກໂທດດັ່ງກ່າວນັ້ນ, ເຊິ່ງພວກເຂົາ ຈະໄດ້ຮັບການຊ່ວຍເຫຼືອທາງດ້ານຈິດໃຈ, ການຝຶກງານ ແລະ ການຊ່ວຍເຫຼືອສຳລັບຄອບ ຄົວຂອງພວກເຂົາເຈົ້າ ໃນຂະນະທີ່ອະດີດຜູ້ທຳການສູ້ຮົບ ກັບຄືນເຂົ້າຢູ່ຮ່ວມກັບສັງຄົມອີກ ຄັ້ງໜຶ່ງ.

ໃນເດືອນກັນຍາທີ່ຜ່ານມາ, ນັກເຈລະຈາລັດຖະບານ ທ່ານ Humberto de la Calle ໄດ້ ກ່າວວ່າທັງສອງຝ່າຍຈະບັນລຸຂໍ້ຕົກລົງໃນເວລາເສັ້ນຕາຍໃນວັນທີ 23 ມີນາ ປີໜ້າ “ຢ່າງ ແນ່ນອນ.”

XS
SM
MD
LG