ລັດຖະບານ Colombia ແລະກຸ່ມກະບົດ FARC ໄດ້ບັນລຸການ
ຕົກລົງ ເພື່ອຍຸດຕິການຄ້າຢາເສບຕິດທີ່ຜິດກົດໝາຍ.
ຂໍ້ຕົກລົງດັ່ງກ່າວນີ້ແມ່ນຮຽກຮ້ອງໃຫ້ກຸ່ມກະບົດ FARC ໃຫ້ການ
ຮ່ວມມືກັບລັດຖະບານ Colombia ເພື່ອຊັກຊວນໃຫ້ ພວກພໍ່ໄຮ່ ຊາວສວນປູກພືດຊະນິດຕ່າງໆ ນອກເໜືອໄປຈາກຕົ້ນໂຄຄ່າ ທີ່ ໃຊ້ໃນການຜະລິດໂຄເຄນນັ້ນ.
ການປະກາດທີ່ວ່ານີ້ ມີຂຶ້ນໃນວັນສຸກວານນີ້ທີ່ນະຄອນຫລວງຮາ
ວານາ ຂອງຄິວບາ ບ່ອນທີ່ທັງສອງຝ່າຍ ໄດ້ທຳການເຈລະຈາ ເພື່ອຍຸດຕິການກໍ່ກະບົດທີ່ດຳເນີນມາເປັນເວລາ 50 ປີແລ້ວນັ້ນ.
ປະເທດ Colombia ເປັນປະເທດທີ່ຜະລິດໂຄເຄນຫຼາຍທີ່ສຸດໃນໂລກ ຈົນເທົ່າຮອດ ເມື່ອບໍ່ ດົນມານີ້ ທີ່ເປຣູໄດ້ແຊງໜ້າ ໃນການປູກຕົ້ນໂຄຄ່າ. ອຸດສາຫະກຳໂຄເຄນ ໄດ້ເປັນແຫຼ່ງທີ່ມາ ອັນສຳຄັນ ຂອງເງິນທຶນ ສຳລັບກຸ່ມກະບົດມາກຊິສຈຸນີ້ ແລະເປັນແຫລ່ງທີ່ມາ ຂອງອາຊະຍາ ກຳແລະການບໍ່ມີສະຖຽນລະພາບ ຢູ່ໃນປະເທດ ທີ່ຕັ້ງຢູ່ໃນອາເມຣິກາໃຕ້ແຫ່ງນີ້.
ດ້ວຍການບັນລຸການຕົກລົງ ເພື່ອຍຸດຕິການຄ້າຢາເສບຕິດນີ້ ທັງສອງຝ່າຍ ແມ່ນໄດ້ແກ້ໄຂ ໄປແລ້ວ 3 ໃນຈຳນວນທັງໝົດ 6 ຫົວຂໍ້ ທີ່ເປັນບັນຫາຂັດແຍ້ງຂອງ ພວກເຂົາເຈົ້າ. ກ່ອນໜ້າ
ນີ້ກຸ່ມກະບົດ FARC ແລະລັດຖະບານ ໄດ້ບັນລຸການຕົກລົງກັນ ກ່ຽວກັບການປະຕິຮູບທີ່ດິນ ແລະການເຂົ້າຮ່ວມທາງດ້ານການເມືອງ.
ນອກນັ້ນ ກຸ່ມກະບົດ FARC ຍັງໄດ້ປະກາດຢຸດຍິງ ແຕ່ພຽງຝ່າຍດຽວ ເປັນເວລານຶ່ງອາທິດ ໃນລະຫວ່າງການເລືອກຕັ້ງປະທານາທິບໍດີ Colombia ຊຶ່ງມີກຳນົດຈະຈັດຂຶ້ນ ໃນວັນທີ 25 ພຶດສະພານີ້.