ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກະບົດໂຄລໍາເບຍສະເໜີ ເປີດການເຈລະຈາ


ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງໂຄລອມເບຍ ທ່ານ Juan Manuel Santos ໃນລະຫວ່າງ ການໂຄສະນາຫາສຽງ.
ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງໂຄລອມເບຍ ທ່ານ Juan Manuel Santos ໃນລະຫວ່າງ ການໂຄສະນາຫາສຽງ.

ກຸ່ມກະບົດຝ່າຍຊ້າຍ ທີ່ໃຫຍ່ສຸດ ຂອງໂຄລໍາເບຍ ໄດ້ນຳອອກເຜີຍແຜ່ ວີດີໂອເທບ ສະເໜີ ເປີດການເຈລະຈາ ກັບລັດຖະບານ ປະທານາທິບໍດີ ທີ່ຈະເຂົ້າຮັບຕຳແໜ່ງໃໝ່ ຂອງໂຄລອມເບຍ ທ່ານ JUAN MANUEL SANTOS ເພື່ອຊອກຫາຊ່ອງທາງ ແກ້ໄຂທາງດ້ານການເມືອງ ຕໍ່ບັນຫາຂັດແຍ້ງ ໃນປະເທດດັ່ງກ່າວ.

ຜູ້ນຳ ກຸ່ມກອງກຳລັງປະຕິວັດ ຂອງໂຄລໍາເບຍ ທ່ານ ALFONSO CANO ໄດ້ທຳການສະເໜີ ເປີດການເຈລະຈາ ໃນວັນສຸກວານນີ້ ໃນວີດີໂອເທບ ທີ່ຍາວ 36 ນາທີ. ທ່ານ CANO ເວົ້າວ່າ ກຸ່ມຂອງທ່ານ ທີ່ເອີ້ນຫຍໍ້ວ່າ FARC ນັ້ນ ຍັງສືບຕໍ່ ມີຄວາມຕັ້ງໃຈ ທີ່ຈະຊອກຫາຊ່ອງທາງ ແກ້ໄຂບັນຫາຂັດແຍ້ງ ໃນໂຄລໍາເບຍ ທາງດ້ານການເມືອງ.

ນອກນັ້ນ ທ່ານ CANO ຍັງໄດ້ຕຳໜິຕິຕຽນ ຕໍ່ຂໍ້ຕົກລົງ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ລະຫວ່າງ ສະຫະລັດ ກັບໂຄລໍາເບຍ ທີ່ອະນຸຍາດໃຫ້ ສະຫະລັດ ສາມາດໃຊ້ ຖານທັບ 7 ແຫ່ງ ຂອງໂຄລໍາເບຍ ໃນການປະຕິບັດງານ ຕໍ່ຕ້ານຢາເສບຕິດ. ໂຄລໍາເບຍ ເປັນພັນທະມິດ ທີ່ໃກ້ຊິດທີ່ສຸດ ຂອງວໍຊິງຕັນ ໃນອະເມຣິກາລາຕິນ ແລະໄດ້ຮັບ ການຊ່ອຍເຫຼືອ ເປັນມູນຄ່າ ຫຼາຍພັນລ້ານໂດລາ ຊຶ່ງສ່ວນໃຫຍ່ແລ້ວ ເປັນການຊ່ອຍເຫຼືອ ທາງດ້ານທະຫານ ໃນລະຫວ່າງ ການດຳລົງຕຳແໜ່ງ ຂອງປະທານາທິບໍດີ ALVARO URIBE ຊຶ່ງຈະສິ້ນສຸດລົງ ໃນວັນທີ 7 ສິງຫານີ້.

ປາກົດວ່າ ຍັງບໍ່ທັນມີ ປະຕິກິລິຍາໃດໆ ຈາກທ່ານ SANTOS ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງໂຄລໍາເບຍ ຜູ້ຊຶ່ງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ ນະໂຍບາຍ ດ້ານຄວາມໝັ້ນຄົງ ຂອງທ່ານ URIBE. ກຸ່ມກະບົດ FARC ໄດ້ ເຮັດສົງຄາມ ກັບລັດຖະບານ ໂຄລໍາເບຍ ມາໄດ້ 46 ປີແລ້ວ ແຕ່ລັດຖະບານ ທ່ານ URIBE ໄດ້ປະສົບ ກັບຄວາມກ້າວໜ້າ ໃນການປາບປາມ ພວກກະບົດ ໃນໄລຍະ ສອງສາມປີຜ່ານມານີ້.

XS
SM
MD
LG