ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງທັບໂຄລອມເບຍ ສັງຫານຜູ້ນໍາ ກຸ່ມກະບົດ FARC


ທ່ານ Alfonso Cano, ຜູ້ນໍາກຸ່ມ FARC, ກຸ່ມກະບົດໃນໂຄລອມເບຍ ຖືກຂ້າຕາຍໃນວັນສຸກວານນີ້.
ວັນທີ 5 ພະຈິກ 2011D
ທ່ານ Alfonso Cano, ຜູ້ນໍາກຸ່ມ FARC, ກຸ່ມກະບົດໃນໂຄລອມເບຍ ຖືກຂ້າຕາຍໃນວັນສຸກວານນີ້. ວັນທີ 5 ພະຈິກ 2011D


















ພວກ​ກໍາລັງ​ທະຫານ​ຂອງ​ລັດຖະບານ​ໂຄ​ລອມ​ເບຍ​ໄດ້​ສັງຫານ​ຜູ້​ນໍາ​ສູງສຸດ​ຂອງ​ກຸ່ມ​ກະ
ບົດ​ໃຫຍ່​ຝ່າຍ​ຄ້ານ​ຂອງ​ໂຄ​ລອມ​ເບຍ.

ທ່ານ Alfonso Cano ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ກໍາລັງ​ປະກອບ​ອາວຸດ​ປະຕິວັດ​ໂຄ​ລອມ
ເບຍຫລື FARC ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ວັນ​ສຸກ​ວານ​ນີ້ໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ໂຈມ​ຕີ​ຂອງ​
ທະຫານ​ຝ່າຍ​ລັດຖະບານໃນ​ຂົງເຂດ Cauca ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ໂຄ​ລອມ
ເບຍ.

ປະທານາທິບໍດີ​ໂຄ​ລົມ​ເບຍ ທ່ານ Juan Manuel Santos ກ່າວກ່ຽວ​ກັບ​ການ​ເສຍ​ຊີວິດ
ຂອງ​ທ່ານ Cano ຜ່ານທາງ​ໂທລະພາບວ່າ ການ​ເສຍ​ຊີວິດ​ນີ້ ​ເປັນ​ການ​ສ້າງ​ຄວາມ​ປາ​ໄຊ​
ຄັ້ງ​ໃຫຍ່​ທີ່​ສຸດ​ໃຫ້​ແກ່​ກຸ່ມ​ກະບົດ​ໃນ​ປະວັດ​ສາດ​ຂອງ​ໂຄ​ລອມ​ເບຍ. ທ່ານ Santos ​ໄດ້
ຮຽກຮ້ອງ​ໃຫ້​ພວກ​ກະບົດ​ກຸ່ມ FARC ນັ້ນ​ຢຸດ​ເຊົາ​ການ​ຕໍ່ສູ້​ຂອງ​ພວກ​ຕົນ​ວ່າ ບັດ​ນີ້​ຜູ້ນໍາ
ຂອງ​ພວກ​ເຂົາ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ. ປະທານ​າທິບໍດີ Santos ກ່າວ​ວ່າການ​ໃຊ້​ຄວາມ
ຮຸນ​ແຮງ​ບໍ່​ແມ່ນ​ວິທີ​ການ​ທີ່​ດີ.

ທ່ານ Cano ​ໄດ້​ຂຶ້ນ​ມາ​ເປັນ​ຜູ້​ນໍາ​ຂອງ​ກຸ່ມ​ກະບົດ​ໃນ​ປີ 2008 ຫລັງ​ຈາກ​ທ່ານ Manuel
Marulanda Velez ຜູ້​ກໍ່​ຕັ້ງ​ກຸ່ມ​ດັ່ງກ່າວ​ໄດ້​ເສຍ​ຊີວິດ​ໄປ.

ທ່ານ Cano ຊຶ່ງ​ຊື່​ແທ້​ແມ່ນ Guillermo Saenz Vargas ​ໄດ້​ເກີດ​ໃນ​ຄອບຄົວ​ຄົນ​ຊັ້ນ​
ກາງຂອງ​ໂຄ​ລອມ​ເບຍ ​ແລະ​ມື້​ລາງ​ພໍ່​ຂອງ​ທ່ານ​ເປັນນັກ​ກະ​ເສດ​ຕະກໍາ ​ແລະ​ແມ່​ຂອງ​
ທ່ານ​ເປັນ​ນາຍຄູ. ທ່ານ Cano ​ໄດ້​ຮຽນ​ວິຊາ​ມະນຸດ​ສາດ​ໃນ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ
Bogota ກ່ອນທ່ານ​ເຂົ້າ​ຮ່ວມ​ໃນ​ພັກ​ຄອມ​ມີ​ວນິດ. ​ເຊື່​ອກັນ​ວ່າ ຜູ້ກ່ຽວ​ໄດ້​ເຂົ້າ​ຮ່ວມກັບ​
ກຸ່ມ FARC ​ໃນ​ຊຸມ​ປີ 1970.

ກຸ່ມ FARC ​ໄດ້​ທໍາ​ສົງຄາມ​ຕໍ່ຕ້ານ​ລັດຖະບານ​ໂຄ​ລອມ​ເບ​ນຍມາ​ໃນຕັ້ງ​ແຕ່​ປີ 1960. ​
ເງິນ​ລາຍ​ໄດ້​ຂອງ​ພວກ​ກະບົດ​ນີ້​ໄດ້​ມາ​ຈາກ​ການ​ລັກລອບ​ຄ້າຂາຍ​ຢາ Cocain ແລະ​
ການ​ຂູ່​ເຂັນ​ເອົາ​ເງິນ. ​ເຊື່ອ​ກັນ​ວ່າ​ພວກ​ກະບົດ​ຝ່າຍ​ຊ້າຍ​ພວມ​ກັກ​ໂຕ​ຜູ້​ຄົນ​ໄວ້​ຈໍານວນ​ນຶ່ງ
ທີ່​ບໍ້​ຮູ້ຈັກ​ວ່າ​ມີ​ເທົ່າ​ໃດ ​ເພື່ອ​ຮຽກ​ເອົາ​ຄ່າ​ໄຖ່​ຫລື​ເພື່ອ​ຜົນ​ປະ​ໂຍດ​ດ້ານ​ການ​ເມືອງ.

XS
SM
MD
LG