ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ກະບົດ ຝ່າຍຊ້າຍ ໂຄລອມເບຍ ປ່ອຍນັກຂ່າວ ເນເທີແລນ ສອງຄົນ


ຜູ້ຄົນພາກັນປະທ້ວງ ການລັກພາໂຕນັກຂ່າວເນເທີແລນ ສອງຄົນ ທ່ານ Derk Johannes Bolt ແລະທ່ານ Eugenio Ernest Marie Follender.

ພວກ​ກະບົດ​ຝ່າຍ​ຊ້າຍ​ໃນ​ໂຄ​ລອມ​ເບຍ ກ່າວ​ວ່າ ຕົນ​ໄດ້​ປ່ອຍ​ນັກ​ຂ່າວ​ເນ​ເທີ​ແລນ
2 ຄົນ ທີ່​ຖືກ​ລັກພາ​ໂຕ​ໄປ​ໃນຕົ້ນອາທິດ​ນີ້.

ການ​ປະກາດ​ຜ່ານ​ທາງ Twitter ​ໂດຍ​ຫ້ອງການ​ສືບສວນ​ກ່ຽວ​ກັບ​ການ​ຮ້ອງທຸກ
ຂອງ​ລັດຖະບານ​ໂຄ​ລອມ​ເບຍ ກ່າວ​ວ່າ ນັກ​ຂ່າວ Derk Johannes Bolt ​ແລະ​ມື
​ກ້ອງ Eugenio Ernest Marie Follender ​ໄດ້​ຖືກ​ນຳ​ໄປ​ມອບ​ໃຫ້​ແກ່ຄະນະ​ຜູ້​
ແທນ​ສິດທິ​ມະນຸດ​ຂອງ​ໂຄ​ລອມ​ເບຍ ​ໃນ​ເຂດຊົນນະບົດ​ຂອງ​ລັດ Norte de
Santander. ຂໍ້ຄວາມ​ທີ່​ຂຽນ​ລົງ​ທາງ Twitter ຂອງ​ກຸ່ມ​ກະບົດ​ມາກ​ຊິ​ສ ELN ​ແຫ່ງ
​ໂຄ​ລອມ​ເບຍ ກ່າວ​ວ່າ ບຸກຄົນ​ທັງ​ສອງ​ໄດ້​ຖືກ​ປ່ອຍ​ຕົວແລ້ວ ​ແລະ​ກໍ​ຢູ່​ໃນ​ສະພາບ​ທີ່​
ດີ​ທີ່ສຸດ.

ບຸກຄົນ​ທັງ​ສອງ​ໄດ້​ຖືກ​ລັກພາ​ໂຕ​ໄປ​ໃນ​ວັນ​ຈັນ​ແລ້ວ ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ
​ເໜືອ​ຂອງ​ປະ​ເທດ​ທີ່​ຕັ້ງຢູ່​ເທິງ​ພູ​ແອນ​ດິສ​ແຫ່ງ​ນີ້.

ELN ​ຊຶ່ງ​ເປັນກຸ່ມ​ກະບົດທີ່​ໃຫຍ່​ເປັນອັນ​ດັບ 2 ​ໃນ​ໂຄ​ລອມ​ເບຍ ກຳລັງ​ຢູ່​ໃນ​ລະ
ຫວ່າງ​ການ​ເຈລະຈາ​ກັບ​ລັດຖະບານ ​ເພື່ອ​ຍຸຕິ​ສົງຄາມ​ທີ່​ດຳ​ເນີນ​ມາ​ເປັນ​ເວລາຫ້າ​
ທົດສະ​ວັດ​ແລ້ວນັ້ນ.

FARC ຊຶ່ງ​ເປັນກຸ່ມ​ກະບົດທີ່​ໃຫຍ່​ສຸດ​ຂອງ​ໂຄ​ລອມ​ເບຍ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ
ສັນຕິພາບ​ກັບ​ລັດຖະບານ​ໃນ​ປີ​ກາຍ​ນີ້.

ພວກ​ກະບົດ​ຝ່າຍ​ຊ້າຍ​ເລີ້ມ​ເຮັດ​ສົງຄາມ​ກອງ​ໂຈນ​ເພື່ອ​ໂຄ່​ນລົ້ມລັດຖະບານ​ໂຄ​ລອມ​
ເບຍ ​ໃນ​ປີ 1964​ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ຫລາຍ​ກວ່າ 220,000 ຄົນ. ພວກ​ເຂົາ​
ໄດ້​ນຳ​ໃຊ້​ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ແລະ​ການ​ລັກພາ​ໂຕ​ຮຽກ​ຄ່າ​ໄຖ່ເພື່ອ​ຫາ​ເງິນ​ສະໜັບສະໜຸນ​ການ​ເຮັດ​ສົງຄາມ​ຂອງ​ພວກ​ເຂົາ​.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG