ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ການຢຸດຍິງ ຢູ່ ໂຄລອມເບຍ ເລີ້ມມີຜົນບັງຄັບ ໃນວັນອາທິດນີ້


ພວກກະບົດ ກອງທັບປົດປ່ອຍຊາດ ຫຼື ELN ຖືປ້າຍ ເຄື່ອງໝາຍຂອງພັກ ຢູ່ດົງແຫ່ງນຶ່ງ ທາງພາກຕາເວັນຕົກ ສຽງເໜືອຂອງປະເທດ ເມື່ອວັນທີ 30 ສິງຫາ 2017.

ຂໍ້​ຕົກລົງ​ຢຸດ​ຍິງ​ສອງ​ຝ່າຍ ທີ່​ບັນລຸ​ກັນໃນຕົ້ນ​ເດືອນ​ນີ້ ລະຫວ່າງ​ລັດຖະບານ​ໂຄ​ລອມ
​ເບຍແລະ​ພວກ​ກອງ​ໂຈນ​ກຸ່ມ​ສຸດ​ທ້າຍ​ຂອງ​ປະ​ເທດ ຄືກອງທັບ​ປົດ​ປ່ອຍ​ຊາດ ​ທີ່​ເອີ້ນ
ຫຍ້ໍ​ວ່າ ELN ຈະ​ເລີ້ມມີ​ຜົນ​ບັງຄັບໃຊ້ ​ໃນ​ວັນ​ອາທິດ​ມື້ອື່ນ​ນີ້.

ຫົວໜ້າ​ຂອງ​ກຸ່ມ ELN ທ່ານ Nicolas Rodriguez ທີ່​ມີ​ຊື່​ຫຼິ້ນວ່າ Gabino ໄດ້​ນຳ
​ວີ​ດີ​ໂອ​ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ສັ່ງ​ໃຫ້​ພວກກະບົດບໍ່
​ໃຫ້ທຳການ​ເຄື່ອນ​ໄຫວ ກ່ອນ​ໜ້າການ​ຢຸດ​ຍິງ ເລີ້ມ​ມີ​ຜົນ​ບັງຄັບໃຊ້.

ທ່ານ​ກ່າວ​ວ່າ “ມື້ນີ້ ວັນ​ທີ 20 ກັນຍາ ຂ້າພະ​ເຈົ້າຂໍ​ສັ່ງ​ໃຫ້​ກຳລັງ​ທັງ​ໝົດ ​ໃນ​ທົ່ວປະ​
ເທດ ຢຸດ​ເຊົາ​ການ​ບຸກ​ໂຈມ​ຕີທັງ​ໝົດ ​ເພື່ອ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ​ສອງຝ່າຍ
ທີ່​ໄດ້​ມີ​ການ​ເຈລະຈາ​ກັນ ລະຫວ່າງ ​ລັດຖະບານ ​ໂຄ​ລອມ​ເບຍ ແລະ​ ກອງທັບປົດ
​ປ່ອຍ​ຊາດ ​ແລະ​ຈະ​ເລີ້ມມີ​ຜົນ​ບັງຄັບ​ໃຊ້​ໃນ​ເວລາ​ສູນ​ໂມງ ຫຼືທ່ຽງ​ຄືນ​ຂອງ​ວັນ​ທີ 1
ຕຸລາ ​ໄປ​ຈົນ​ຮອດ​ເວລາ​ທ່ຽງ​ຄືນ ຂອງ​ວັນ​ທີ 9 ມັງກອນ​ປີ 2018.”

​ໃນ​ການ​ນັ່ງ​ຢູ່​ຕໍ່ໜ້າ​ ເຄື່ອງ​ຄອມ​ພິວ​ເຕີ້ແລັບ​ທັອບ ​ແລະ​ເວົ້າວິທະຍຸ​ສະໜາມ​ຂອງ​
ພວກ​ກອງ​ໂຈນ ພ້ອມກັບ​ພວກ​ກະບົດ​ປະກອບ​ອາວຸດ ​ທີ່​ໃສ່​ໜ້າ​ກາກ​ຈຳນວນ​ນຶ່ງ​
ທີ່ຢູ່​ໃກ້ໆ​ນັ້ນ ທ່ານ Rodriguez ​ໄດ້​ສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນວ່າ ພວກ​ກະບົດຈຳ
ນວນ 1,500 ຄົນ​ຂອງ​ກຸ່ມ ELN ຈະ​ເຊື່ອ​ຟັງ​ຄຳ​ສັ່ງ ບໍ່​ໃຫ້​ໂຈມ​ຕີ​ ທະຫານ​ລັດຖະ
ບານຫລື​ການ​ບຸກ​ໂຈ​ມຕີ​ໃດໆ ທີ່​ໄດ້​ຖືກ​ຫ້າມ​ ໂດຍ​ຂໍ້​ຕົກລົງ​ຢຸດ​ຍິງ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Colombia Ceasefire
please wait
Embed

No media source currently available

0:00 0:02:47 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG