ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ການ​ໂຈມ​ຕີ ສະ​ຫຼະ​ຊີບ ຢູ່ ໂຄ​ລອມ​ເບຍ ເຮັດ​ໃຫ້ 21 ຄົນ ເສຍ​ຊີ​ວິດ


ປະ​ທາ​ນາ​ທິ​ບໍ​ດີ​ໂຄ​ລອມ​ເບຍ ທ່ານ​ອີ​ວານ ດູ​ເກ ພວມ​ຖະ​ແຫຼງ ຢູ່​ສະ​ຖາ​ບັນ​ຕຳ​ຫຼວດ ທີ່​ຖືກ​ໂຈມ​ຕີ ໃນ​ນະ​ຄອນ​ຫຼວງ​ໂບ​ໂກ​ຕ້າ. (17 ມັງ​ກອນ 2019)
ປະ​ທາ​ນາ​ທິ​ບໍ​ດີ​ໂຄ​ລອມ​ເບຍ ທ່ານ​ອີ​ວານ ດູ​ເກ ພວມ​ຖະ​ແຫຼງ ຢູ່​ສະ​ຖາ​ບັນ​ຕຳ​ຫຼວດ ທີ່​ຖືກ​ໂຈມ​ຕີ ໃນ​ນະ​ຄອນ​ຫຼວງ​ໂບ​ໂກ​ຕ້າ. (17 ມັງ​ກອນ 2019)

ການ​ໂຈມ​ຕີ​ສະ​ຫຼະ​ຊີບ ​ດ້ວຍ​ລົດ​ກະ​ບະ ໃສ່​ສະ​ຖາ​ບັນ​ຕຳ​ຫຼວດ ​ໃນ​ວັນ​ພະ​ຫັດ​ວານນີ້ຢູ່​ປະ​ເທດ​ໂຄ​ລອມ​ເບຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 21 ຄົນ ແລະບາດ​ເຈັບ 68 ຄົນ.

ປະ​ທານ​າ​ທິ​ບໍ​ດີ​ໂຄ​ລອມ​ເບຍ ທ່ານ​ອີ​ວານ ດູ​ເກ ໄດ້​ຍົກ​ເລີກ​ການ​ປະ​ຊຸມ​ທີ່​ຈັດຂຶ້ນ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ໂຄ​ລອມ​ເບຍແລະ​ອອກ​ເດີນ​ທາງ​ໃນ​ທັນ​ທີໄປ​ຢ້ຽມບ່ອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ ໃກ້ໆ​ນະ​ຄອນ​ຫຼວງ​ໂບ​ໂກ​ຕ້າ.

ທ່ານ​ດູ​ເກ ກ່າວ​ວ່າ “ນີ້​ແມ່ນ​ການ​ໂຈມ​ຕີ ບໍ່​ພຽງ​ແຕ່​ຕໍ່​ພວກ​ຊາວ​ໜຸ່ມ​ ກຳ​ລັງ​ຮັກ​ສາ​ຄວາມ​ສະຫງົບ ຫຼື​ຕຳ​ຫຼວດ​ເທົ່າ​ນັ້ນ. ມັນ​ຍັງ​ເປັນ​ການ​ໂຈມ​ຕີ​ຕໍ່​ສັງ​ຄົມ​ນຳ​ດ້ວຍ​ການ​ກະ​ທຳ​ຂອງ ພວກ​ກໍ່​ການ​ຮ້າຍ​ທີ່​ປ່ວງ​ບ້າ​ຈຸນີ້ ບໍ່​ແມ່ນ​ວ່າ​ຈະ​ເຮັດ​ໄປ​ໂດຍ​ທີ່​ບໍ່ຖືກ​ລົງ​ໂທດ.”

​ຮູບ​ຂອງ​ພວກ​ທະ​ຫານ ສະ​ແດງ​ໃຫ້​ເຫັນ​ວ່າ ແປວ​ໄຟ​ກຳ​ລັງ​ລຸກ​ໄໝ້ ຫຼັງ​ຈາກ​ການ​ໂຈມ​ຕີ ທີ່​ໂຮງ​ຮຽນ​ຕຳ​ຫຼວດ ໃນ​ນະ​ຄອນ​ຫຼວງ​ໂບ​ໂກ​ຕ້າ.
​ຮູບ​ຂອງ​ພວກ​ທະ​ຫານ ສະ​ແດງ​ໃຫ້​ເຫັນ​ວ່າ ແປວ​ໄຟ​ກຳ​ລັງ​ລຸກ​ໄໝ້ ຫຼັງ​ຈາກ​ການ​ໂຈມ​ຕີ ທີ່​ໂຮງ​ຮຽນ​ຕຳ​ຫຼວດ ໃນ​ນະ​ຄອນ​ຫຼວງ​ໂບ​ໂກ​ຕ້າ.

ທ່ານ​ຄິມ​ເບີ​ລີ ບ​ຣາຍ​ເອີ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ກິດ​ຈະ​ການ​ລາ​ຕິນ​ອາ​ເມ​ຣິ​ກາ​ ກໍ​ໄດ້​ປະ​ນາມ​ການ​ໂຈມ​ຕີ​ດັ່ງ​ກ່າວ​ແລະ​ເວົ້າ​ວ່າ ສະ​ຫະ​ລັດ​ຂໍ​ສົ່ງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ໄປ​ຍັງ​ຜູ້​ເຄາະ​ຮ້າຍ​ແລະຄອບ​ຄົວ​ເຂົາ​ເຈົ້າ.

​ລົດ​ກະ​ບະ​ທີ່​ບັນ​ຈຸ​ລະ​ເບີດ ໄດ້​ແລ່ນ​ເຂົ້າ​ໄປ​ຕຳ​ປະ​ຕູ​ທາງ​ເຂົ້າ​ໂຮງ​ການ ໂຮງ​ຮຽນ​ຕຳ​ຫຼວດ​ ທີ່​ຢູ່​ທາງ​ໃຕ້​ຂອງ​ນະ​ຄອນ​ຫຼວງ ທັງໆ​ທີ່​ທາງ​ເຂົ້າ​ດັ່ງ​ກ່າວ ແມ່ນ​ມີ​ຍາມຢູ່​ເຕັມ ພ້ອມ​ທັງ​ໝາ​ສືບ​ກິ່ນ​ລະ​ເບີດ.

ຮູບ​ຂອງ​ພວກ​ທະ​ຫານ​ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ໄປ​ຮອດ​ບ່ອນ​ເກີດ​ເຫດ ທີ່​ໂຮງ​ຮຽນ​ຕຳ​ຫຼວດ ໃນ​ນະ​ຄອນ​ຫຼວງ​ໂບ​ໂກ​ຕ້າ (17 ມັງ​ກອນ 2019)
ຮູບ​ຂອງ​ພວກ​ທະ​ຫານ​ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ໄປ​ຮອດ​ບ່ອນ​ເກີດ​ເຫດ ທີ່​ໂຮງ​ຮຽນ​ຕຳ​ຫຼວດ ໃນ​ນະ​ຄອນ​ຫຼວງ​ໂບ​ໂກ​ຕ້າ (17 ມັງ​ກອນ 2019)

ພວກ​ໄອ​ຍະ​ການ​ໂຄ​ລອມ​ເບຍ ໄດ້​ລະ​ບຸ​ໂຕ​ຄົນ​ຂັບ​ລົດແລ້ວ ແຕ່​ຍັງ​ບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ເທື່ອ.

ແຕ່​ກຸ່ມ​ກະ​ບົດ ENL ໄດ້​ເພີ້ມ​ການ​ໂຈມ​ຕີ ຕໍ່​ພວກ​ຕຳ​ຫຼວດ ນັບ​ແຕ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ເວ​ລາ​ພວກ​ກະ​ບົດ​ໄດ້​ປະ​ຕິ​ເສດ​ບໍ່ຍອມ​ຮັບ​ເອົາ​ການ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ ໃຫ້​ປ່ອຍ​ພວກ​ໂຕ​ປະ​ກັນ​ທັງ​ໝົດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG