ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກຫຼິ້ນສະເກັດນ້ຳກອນ ສະຫະລັດ ໄດ້ລະງັບ ຄວາມເສຍໃຈ ຂອງຕົນ ພ້ອມໆກັບການກືນ ແຮມເບີເກີລົງໄປ


ນັກກິລາສະເກັດນ້ຳກອນລີລາ ຂອງສະຫະລັດ ນາງມີຣາຍ ນາກາຊູ (Mirai Nagasu) ແລະ ນາງແຄເຣນ ເຈີນ (Karen Chen)
ນັກກິລາສະເກັດນ້ຳກອນລີລາ ຂອງສະຫະລັດ ນາງມີຣາຍ ນາກາຊູ (Mirai Nagasu) ແລະ ນາງແຄເຣນ ເຈີນ (Karen Chen)

ເມື່ອສີ່ປີກ່ອນ ນັກແລ່ນສະເກັດລີລາ ຊາວອາເມຣິກັນ ນາງມີຣາຍ ນາກາຊູ (Mirai
Nagasu) ແລະ ທ້າວ ແອດຳ ຣິປປອນ (Adam Rippon) ເຄີຍໄດ້ຮັບຄວາມບໍ່ພໍໃຈ
ທີ່ພວກເຂົາເຈົ້າບໍ່ສາມາດເຂົ້າທິມໂອລິມປິກໄດ້. ພວກເຂົາໄດ້ລະງັບຄວາມໂສກເສົ້າ
ເສຍໃຈຂອງພວກເຂົາເຈົ້າໄວ້ ໃນການກິນແຮມເບີເກີ້ ຢູ່ເທິງລັງຄາເຮືອນຂອງ ນາງ
ນາກາຊູ ດັ່ງທີ່ທ້າວຣິປປອນ ໄດ້ບອກ ລາຍການຂ່າວ ໂທລະພາບ NBC News.

ດຽວນີ້ ນາງນາກາຊູ ອາຍຸໄດ້ 24 ປີ ແລະ ທ້າວ ຣິປປອນ ຜູ້ມີອາຍຸໄດ້ 28 ປີ ແມ່ນອາໄສ
ຢູ່ຫ້ອງດຽວກັນ ໃນໝູ່ບ້ານໂອລິມປິກ ແລະ ພວກເຂົາທັງສອງ ໄດ້ລົງແຂ່ງຂັນສ້າງຜົນ
ງານໄດ້ເປັນຢ່າງດີເລີດ ໃນວັນຈັນມື້ນີ້ ໂດຍເຮັດໃຫ້ພວກນັກແລ່ນສະເກັດລີລາ
ສະຫະລັດ ຊະນະຫຼຽນທອງແດງໃນທິມ.

ທ້າວ ເຣດມັອນ ເຈຣາດ "Redmond Gerard" ອາຍຸ 17 ປີ ຈາກ ສະຫະລັດ ໄດ້ຊະນະການແຂ່ງຂັນກິລາ ສໂນບອດ ສະແດງທ່າລົງພູປະເພດຊາຍ.
ທ້າວ ເຣດມັອນ ເຈຣາດ "Redmond Gerard" ອາຍຸ 17 ປີ ຈາກ ສະຫະລັດ ໄດ້ຊະນະການແຂ່ງຂັນກິລາ ສໂນບອດ ສະແດງທ່າລົງພູປະເພດຊາຍ.

ນາງນາກາຊູ ຈາກເມືອງ ມອນຕີແບລໂລ ຂອງລັດຄາລີຟຣໍເນຍ ໄດ້ກາຍເປັນແມ່ຍິງ
ຊາວອາເມຣິກັນຄົນທຳອິດ ແລະ ເປັນຜູ້ທີ່ສາມ ຈາກທັງໝົດ ທີ່ສາມາດໂດດປິ່ນສາມ
ຮອບໄດ້ເປັນທີ່ສຳເລັດ ໃນການແຂ່ງຂັນແລ່ນສະເກັດລີລາອິດສະລະເພດຍິງ ຮ່ວມ
ກັບທິມ. ນາງປະສົບຜົນສຳເລັດໃນການໂດດດັ່ງກ່າວ ພາຍໃນ 21 ວິນາທີ ເຂົ້າໃນລາຍ
ການສະແດງຂອງນາງ ແລະພວກຜູ້ຊົມພາກັນຢືນຂຶ້ນຕົບມືສັນລະເສີນ ໃຫ້ແກ່ນາງ.

ສ່ວນທ້າວ ຣິປປອນ ຜູ້ທຳອິດທີ່ເປັນນັກແລ່ນສະເກັດລີລາ ທີ່ເປີຍເຜີຍວ່າຕົນເປັນ
ກະເທີຍ ເຂົ້າຮ່ວມໃນການແຂ່ງຂັນໂອລິມປິກ ກໍສາມາດໂດດປິ່ນສາມຮອບໄດ້ ເຖິງ
ສອງຄັ້ງ ໃນລາຍການສະແດງແລ່ນສະເກັດລີລາອິດສະລະຂອງລາວ.

ການາດາ ໄດ້ຊະນະຫຼຽນຄຳ ກັບບ້ານ ໃນການແຂ່ງຂັນແລ່ນສະເກັດລີລາປະເພດທິມ
ໃນຂະນະທີ່ ທິມຂອງຣັດເຊຍ ໄດ້ຮັບຫຼຽນເງິນ.

ໃນຂະນະດຽວກັນ ສະຫະລັດ ກໍໄດ້ຮັບຫຼຽນຄຳ ຫຼຽນທີສອງ ແລະ ມາຈາກ ສະໂນ
ໂບຣດິງ ຫຼື ກິລາແປ້ນຫິມະ ອີກຄັ້ງນຶ່ງ.

ນາງເຈມມີ ແອນເດີຊັນ ສາມາດປ້ອງກັນ ຕຳແໜ່ງ ກິລາສະໂນໂບຣດິງ ປະເພດສະໄຕລ໌
ລົງຄ້ອຍ ເພດຍິງ ຂອງກິລາໂອລິປິກ ລະດູໜາວ. ນາງເປັນຜູ້ນຶ່ງໃນຈຳນວນນ້ອຍທີ່
ສາມາດ ແລ່ນລົງຄ້ອຍ ຜ່ານຮາວຕ່າງໆຫຼາຍຂັ້ນ ທີ່ຍາກໄດ້ ແລະໂດດໄດ້ຢ່າງປອດໄພ
ໃນຂະນະທີ່ລົມພັດແຮງ ໄດ້ສ້າງຄວາມຫຍຸ້ງຍາກ ຢູ່ໃນສະໜາມ.

ນາງເປັນຜູ້ຍິງຄົນທຳອິດ ທີ່ໄດ້ຮັບຫຼຽນຄຳໂອລິມປິກ ຫຼາຍຄັ້ງ ໃນກິລາສະໂນໂບຣດິງ.

ສ່ວນນາງ ລາວຣີ ບລູອິນ (Laurie Blouin) ຈາກການາດາ ໄດ້ເຂົ້າມາເປັນອັນດັບທີ
ສອງ ແລະ ນາງ ເອັນນີ ຣູກາຈາຣວີ ໄດ້ຊະນະຕຳແໜ່ງທີສາມ.

Winter Olympics
please wait
Embed

No media source currently available

0:00 0:01:12 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG