ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ທະນາຄວາມ ຂອງ ປ. ທຣຳ ເລີ້ມຕົ້ນ ການໃຫ້ປາກຄຳ ຕໍ່ລັດຖະສະພາ 3 ວັນ ຕິດຕໍ່


ອະດີດທະນາຍຄວາມຂອງປະທານາທິບໍດີ ດໍໂນລ ທຣຳ ທ່ານ ໄມໂກລ ໂຄເຮັນ ກຳລັງອອກມາຈາກສານລັດຖະບານກາງ ຫລັງຈາກ ໄດ້ເຂົ້າຮັບສາລະພາບຜິດ ໃນເຂດ ແມນແຮັຕຕັນ, ຂອງນະຄອນ ນິວຢອກ, ສະຫະລັດ, ວັນທີ 29 ພະຈິກ 2018.
ອະດີດທະນາຍຄວາມຂອງປະທານາທິບໍດີ ດໍໂນລ ທຣຳ ທ່ານ ໄມໂກລ ໂຄເຮັນ ກຳລັງອອກມາຈາກສານລັດຖະບານກາງ ຫລັງຈາກ ໄດ້ເຂົ້າຮັບສາລະພາບຜິດ ໃນເຂດ ແມນແຮັຕຕັນ, ຂອງນະຄອນ ນິວຢອກ, ສະຫະລັດ, ວັນທີ 29 ພະຈິກ 2018.

ທ່ານ ໄມໂກລ ໂຄເຮັນ ຜູ້ທີ່ເຄີຍເປັນທະນາຄວາມສ່ວນຕົວມາຍາວນານ ຂອງປະທາ-
ນາທິບໍດີ ດໍໂນລ ທຣຳ ຈະໄປປາກົດໂຕຕໍ່ໜ້າຄະນະກຳມະການສືບລັບຂອງສະພາສູງ
ໃນວັນອັງຄານມື້ນີ້ ເພື່ອການໃຫ້ປາກຄຳຕໍ່ ຄະນະກຳມະການລັດຖະສະພາ ມື້ທຳອິດ
ໃນໄລຍະສາມວັນ.

ປະທານຄະນະກຳມະການດັ່ງກ່າວ ທ່ານ ຣີຊາຣດ໌ ເບີຣ ກ່າວວ່າ ຈະບໍ່ມີຄຳຖາມໃດ ທີ່
ນອກເໜືອໄປຈາກຂີດຈຳກັດ ຫາກແຕ່ ຄຳຕອບຂອງ ທ່ານ ໂຄເຮັນ ທີ່ຈະໃຫ້ນັ້ນ ແມ່ນ
ເປັນເລື່ອງສ່ວນຕົວ ຍ້ອນວ່າ ສະພາວະການປະຊຸມຂອງວັນອັງຄານມື້ນີ້ ເປັນການ
ປິດລັບ.

ແລ້ວກໍຈະເປັນຄືດັ່ງກ່າວນັ້ນ ໃນວັນພະຫັດເຊັ່ນກັນ ໃນເວລາ ທ່ານໂຄເຮັນ ຈະໄປໃຫ້
ການຕໍ່ຄະນະກຳມະການສືບລັບຂອງສະພາຕ່ຳ. ທັງສອງຄະນະກຳມະການ ທີ່ກ່າວນີ້
ແມ່ນຄາດກັນວ່າ ຈະສອບຖາບ ທ່ານໂຄເຮັນ ກ່ຽວກັບ ການກ່ຽວຂ້ອງໃດໆ ລະຫວ່າງ
ຄະນະໂຄສະນາຫາສຽງການເລືອກຕັ້ງປີ 2019 ຂອງທ່ານທຣຳ ກັບ ຣັດເຊຍ.

ການປະຊຸມໃນພຸດມື້ອື່ນ ຈະແຕກຕ່າງອອກໄປ ໂດຍທີ່ຜູ້ກ່ຽວ ຈະໄປປາກົດໂຕຕໍ່ໜ້າ
ຄະນະກຳມະການກວດກາ ຂອງສະພາຕ່ຳ ທີ່ເປີດກວ້າງຕໍ່ມວນຊົນ ແລະ ມີຄຳຖາມທີ່
ຈຳກັດ ກ່ຽວກັບ ດ້ານການເງິນຂອງທ່ານທຣຳ ລວມທັງ ການຕິດຕໍ່ພົວພັນທຸລະກິດຂອງ
ບໍລິສັດຂອງທ່ານ ຄວາມຂັດແຍ້ງທາງຜົນປະໂຫຍດ ດ້ານທຸລະກິດ ທີ່ອາດເປັນໄປໄດ້
ແລະເງິນທີ່ໄດ້ຈ່າຍເປັນຄ່າປິດປາກ ໃຫ້ແກ່ແມ່ຍິງສອງຄົນ ຜູ້ທີ່ໄດ້ກ່າວວ່າ ພວກເຂົາ
ໄດ້ມີເພດສຳພັນ ກັບທ່ານທຣຳ.

ທ່ານໂຄເຮັນ ໄດ້ຖືກສານຕັດສິນລົງໂທດໃຫ້ຈຳຄຸກ 3 ປີ ຫຼັງຈາກ ໄດ້ຖືກສານພົບເຫັນ
ວ່າ ມີຄວາມຜິດຖານໃຫ້ຄວາມເທັດ ຕໍ່ລັດຖະສະພາ ໃນການໄປປາກົດໂຕຕໍ່ໜ້າສະພາ
ກ່ອນໜ້ານີ້ຫຼາຍຄັ້ງ ການລະເມີດໃນດ້ານການເງິນຂອງການໂຄສະນາຫາສຽງ ທີ່ກ່ຽວ
ພັນກັບເງິນທີ່ຈ່າຍເປັນຄ່າປິດປາກ ການສໍ້ໂກງທາງດ້ານທະນາຄານ ແລະການຫຼີກລ່ຽງ
ພາສີ.

ການເປັນຜູ້ໃກ້ຊິດ ກັບທ່ານທຣຳ ຕະຫຼອດໄລຍະຫຼາຍກວ່າ 10 ປີ ໄດ້ເຮັດໃຫ້ ທ່ານ
ໂຄເຮັນ ເປັນພະຍານພິເສດ ທີ່ໜ້າສົນໃຈ ສຳລັບບັນດາສະມາຊິກສະພາ ພ້ອມດ້ວຍ
ໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ຜູ້ທີ່ກຳລັງສືບສວນສອບສວນ ການແຊກແຊງ
ເຂົ້າໃນການເລືອກຕັ້ງ ສະຫະລັດຂອງຣັດເຊຍ ແລະ ອາດເປັນໄປໄດ້ວ່າ ມີການເຊື່ອມ
ໂຍງກັບຄະນະໂຄສະນາຫາສຽງ ຂອງທ່ານທຣຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG