ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາເຟອາດຊ່ວຍຜູ້ຊາຍ ຫລຸດຜ່ອນ ຄວາມສ່ຽງ ຕໍ່ການເປັນໂຣກມະເຮັງ ໃນຕ່ອມນໍ້າກາມ


ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຜູ້ຊາຍທີ່ດື່ມກາເຟມື້ລະຫົກຈອກຂຶ້ນໄປ ມີລະດັບຄວາມສ່ຽງ 60 ເປີເຊັນ ຕໍ່າກວ່າ ພວກຜູ້ຊາຍທີ່ບໍ່ດື່ມກາເຟ​ເລີຍ ໃນການເປັນໂຣກມ​ະເຮັງຕ່ອມ​ນໍ້າກາມຊະນິດ​ຮາຍ​ແຮ​ງ ທີ່ພາໃຫ້ເສຍຊີວິດນັ້ນ.(AP Photo)
ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຜູ້ຊາຍທີ່ດື່ມກາເຟມື້ລະຫົກຈອກຂຶ້ນໄປ ມີລະດັບຄວາມສ່ຽງ 60 ເປີເຊັນ ຕໍ່າກວ່າ ພວກຜູ້ຊາຍທີ່ບໍ່ດື່ມກາເຟ​ເລີຍ ໃນການເປັນໂຣກມ​ະເຮັງຕ່ອມ​ນໍ້າກາມຊະນິດ​ຮາຍ​ແຮ​ງ ທີ່ພາໃຫ້ເສຍຊີວິດນັ້ນ.(AP Photo)

ການ​ສຶກສາຄົ້ນຄວ້າ​ໃໝ່ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຊາຍ​ທີ່​ດື່ມ​ກາ​ເຟຫລາຍບໍ່ຄ່ອຍມັກຈະເປັນໂຣກ ​ມ​ະເຮັງ​ໃນຕ່ອມ​ນໍ້າກາມ ທີ່​ອາດ​ສາມາດເປັນອັນຕະລາຍຕໍ່​ຊີວິດ​​ໄດ້ນັ້ນ​. ຜູ້​ສື່​ຂ່າວດ້ານ​ສຸຂະ ​ພາບຂອງ​ວີ​ໂອ​ເອ Art Chimes ​ລາຍ​ງານວ່າ ການຄົ້ນພົບ​ທີ່​ວ່ານີ້​ເປັນຜົນຂອງການ​ສຶກສາຄົ້ນ ຄວ້າ​ບັ້ນຫລ້າ​ສຸດ ທີ່​ສະ​ແດງ​​ໃຫ້​ເຫັນ​ເຖິງ​ຜົນ​ກະທົບ​ທີ່ເປັນປະ​ໂຫຍ​ດຂອງ​ເຄື່ອງ​ດື່ມ ​ທີ່​ນິຍົມ ດື່ມກັນ​ຫລາຍ​ທີ່​ສຸດຊະນິດ​ນຶ່ງຂອງ​ໂລກ. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີທ່ານ.

ການຄົ້ນຄວ້າໄດ້ລວມເອົາຜູ້ຊາຍ 50,000 ຄົນ ທີ່ລາຍງານກ່ຽວກັບການກິນກາເຟ​ຂອງ
​ເຂົາ​ເຈົ້າ​ໃສ່ໃນແບບຟອມຕອບຄໍາຖາມທຸກໆສີ່ປີ. ໃນໄລຍະເວລາດົນກວ່າ 2 ທົດສະວັດ
ຫລື 20 ກວ່າ​ປີ, ການ​ສຶກ​ສາ​ພົບ​ວ່າ ຜູ້ທີ່ດື່ມກາເຟໃນລະດັບປານກາງ ມີແນວໂນ້ມຂ້ອນ
ຂ້າງຕໍ່າ ທີ່ຈ ເປັນໂຣກມ​ະເຮັງຕ່ອມ​ນໍ້າກາມ ບໍ່ວ່າ​ຊະ​ນິດໃດ​ກໍ​ຕາມ. ແຕ່ວ່າ ​ຜູ້ນຳພາ​ການ
​ສຶກສາ ທ່ານນາງ Kathryn Wilson ຈາກສະ​ຖາ​ບັນ​ສາທາລະນະ​ສຸກຂອງມະຫາວິທະ
ຍາໄລ Harvard ຫລື Harvard School of Public Health ກ່າວວ່າ ຄວາມແຕກ
ຕ່າງທີ່ແທ້ຈິງ​ໃນ​ດ້ານ​ນີ້ ປາກົດອອກມາໃຫ້ເຫັນໃນເວລາທີ່ພວກນັກຄົ້ນຄວ້າສັງເກດເບິ່ງ
ກໍ​ລະ​ນີການເປັນໂຣກມ​ະເຮັງຕ່ອມ​ນໍ້າກາມທີ່ຮ້າຍແຮງທີ່ສຸດ. ທ່ານ​ນາງ​ຊີ້​ແຈງ​ດັ່ງນີ້:

"Men who drink six or..... and decaffeinated coffee."

“ພວກຜູ້ຊາຍທີ່ດື່ມກາເຟ 6 ຈອກ ຂຶ້ນໄປຕໍ່ມື້ ມີລະດັບຄວາມສ່ຽງ 60 ເປີເຊັນ ຕໍ່າກວ່າພວກຜູ້ຊາຍທີ່ບໍ່ດື່ມກາເຟ​ເລີຍ ໃນການເປັນໂຣກມ​ະເຮັງຕ່ອມ​ນໍ້າກາມ
ຊະນິດ​ຮ້າຍ​ແຮ​ງ ທີ່ພາໃຫ້ເສຍຊີວິດນັ້ນ. ແລະພວກເຮົາພົບວ່າ ການຫລຸດລົງ
ໃນຄວາມສ່ຽງດັ່ງກ່າວນີ້ ​ແມ່ນມີທັງຢູ່​ກຸ່ມຜູ້ທີ່ກິນກາເຟຊະນິດທຳ​ມະ​ດາ ​ແລະ
ກາເຟທີ່ກັ່ນເອົາເຊື້ອກາເຟອອກແລ້ວ ຫລືຊະນິດທີ່ເອີ້ນ​ວ່າ decaffeinated ນັ້ນ.”

ກາເຟແມ່ນ​ເຄື່ອງ​ດື່ມ​ ປະ​ເພດ​ຕົ້ມ ທີ່ເຕັມໄປດ້ວຍສານແອນທາຍອອ໊ກຊີດັນ (antioxi-
dants) ຫລື​ສານ​ຕໍ່ຕ້ານ​ເຊື້ອ​ມະ​ເຮັງ ແລະສານປະສົມອື່ນໆ ທີ່ອາດສົ່ງຜົນກະທົບຕໍ່ການ
ກໍ່​ໂຕແລະຂະຫຍາຍໂຕຂອງໂຣກມ​ະເຮັງຕ່ອມ​ນໍ້າກາມ.

ພາບສະແດງໃຫ້ເຫັນຕ່ອມນໍ້າກາມ ທີ່ຢູ່ກ້ອງພົກປັດສະວະທີ່ອາດເປັນ ໂຣກມະເຮັງໄດ້
ພາບສະແດງໃຫ້ເຫັນຕ່ອມນໍ້າກາມ ທີ່ຢູ່ກ້ອງພົກປັດສະວະທີ່ອາດເປັນ ໂຣກມະເຮັງໄດ້

ໂຣກມ​ະເຮັງຕ່ອມນໍ້ກາມ ເປັນພະຍາດມະເຮັງອັນດັບສອງ
ທີ່ພວກຜູ້ຊາຍໃນທົ່ວໂລກມັກເປັນຫລາຍທີ່ສຸດ ຊຶ່ງໄດ້ເອົາ
ຊີວິດຂອງພວກເຂົາເຈົ້າໄປປະມານສອງແສນຫ້າໝື່ນຄົນ
ໃນ​ແຕ່ລະປີ.

ທ່ານນາງ Wilson ​ເວົ້າ​ວ່າ ຍັງ​ບໍ່​ເປັນ​ທີ່​ຮູ້​ກັນ​ຢ່າງ​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ສ່ວນ​ປະກອບ ຫລື ພວກ​ອົງ​ປະກອບ​ອັນ​ໃດ​ຂອງ​ກາ​ເຟ ທີ່​ສາມາດພາ​ໃຫ້ຫລຸດ​ຄວາມ​ສ່ຽງຕໍ່ການ​ເປັນ
ໂຣກມ​ະເຮັງຕ່ອມ​ນໍ້າກາມລົງ​ໄດ້ ແລະ​ອັນ​ນັ້ນ​ແມ່ນເປົ້າໝາຍສຳລັບ​ການຄົ້ນຄວ້າໃນ​ອານາ​ຄົດ.

ໃນ​ຂະນະ​ດຽວກັນ ທ່ານ​ນາງ​ກໍຍັງ​ກ່າວ​ອີກ​ວ່າ ມັນ​ເປັນ​ການ​ໄວ​ເກີນ​ໄປ​ທີ່​ຈະ​ບອກວ່າ ​ພວກ​ຜູ້​
ຊາຍຄວນ​ພາກັນດື່ມ​ກາ​ເຟ​ໃຫ້​ຫລາຍໆ ​ເພື່ອ​ຈະຫລຸດຜ່ອນ​ຄວາມ​ສ່ຽງຕໍ່ການ​ເປັນໂຣກມ​ະເຮັງ
ຕ່ອມ​ນກາມທີ່​ຮຸນ​ແຮງ​ນັ້ນ​.

ແຕ່​ຢາງ​ໃດ​ກໍ​ຕາມ ທ່ານ​ນາງເວົ້າວ່າ ມີ​ຫລັກ​ຖານທາງ​ວິທະຍາ​ສາດ ພິສູດໃຫ້​ເຫັນຫລາຍ​ຂຶ້ນ ນັບ​ມື້ວ່າ ກາ​ເຟ​ໃຫ້​ຄຸນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ ​ແກ່​ສຸຂະພາບ​ຂອງ​ຄົນ​ໃນ​ຫລາຍໆດ້ານ.

"It's not harmful...... a source of relief to a lot of coffee drinkers."

ທ່ານນາງ Wilson ເວົ້າວ່າ: “ການ ດື່ມ​ກາ​ເຟບໍ່​ເປັນ​ອັນຕະລາຍ ຖ້າ​ຈະ​ເວົ້າໃນ​ແງ່​ການ​ເປັນ​ພະຍາດຫົວ​ໃຈ ຫລື​ໂຣກລົມ​ສາລະ​ບາດກໍ​ດີ ​ແລະເບິ່ງ​ຄືວ່າ ມັນສາມາດ​ປ້ອງ​ກັນ​ໂຣກມະ​ເຮັງ​ຕັບ​ໄດ້ຄື​ກັນ, ​ແລະ​ມັນ​ກໍ​ມີ ສ່ວນກ່ຽວ​ເນື່ອງ​ກັບ​ການ​ເຮັດໃຫ້ຄວາມ​ສ່ຽງຕໍ່ການ​ເປັນ​ໂຣກ​ເບົາຫວານ​ປະ​ເພດ 2 ຫລຸດຕໍ່າລົງ​ໄດ້. ສະນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ມີຫລັກ​ຖານສະ​ສົ​ມ​ກັນ​ຫລາຍ​ຂື້ນ​ເລື້ອຍ ທີ່ພິສູດໃຫ້​ເຫັນ​ວ່າ ກາ​ເຟຢ່າງໜ້ອຍກໍ​ບໍ່​ເປັນ​ອັນຕະລາຍ ແລະ​ອາດ​ເປັນ ​ປະໂຫຍ​ດຕໍ່ສະພາບຂອງ​ສຸຂະພາບ​ທາງຮ່າງກາຍບາງ​ຢ່າງຂອງ​ຄົນ​ເຮົາດ້ວຍຊໍ້າ ແລະ​ເພາະ​ສະນັ້ນ ຂ້າພະ​ເຈົ້າຄິດວ່າ ມັນ​ເປັນ​ແຫ​ລ່ງຂໍ້​ມູນ​ທີ່​ເຮັດ​ໃຫ້ພວກ​ນັກ​ດື່ມ​ກາ​ເຟຫລາຍຄົນມີ​ຄວາມສະບາຍ​ໃຈ​ ຫລື​ຫາຍກັງວົນ​ໃຈ​ໄດ້.”

ກາເຟອາດຊ່ວຍຜູ້ຊາຍ ຫລຸດຜ່ອນ ຄວາມສ່ຽງ ຕໍ່ການເປັນໂຣກມະເຮັງ ໃນຕ່ອມນໍ້າກາມ
ກາເຟອາດຊ່ວຍຜູ້ຊາຍ ຫລຸດຜ່ອນ ຄວາມສ່ຽງ ຕໍ່ການເປັນໂຣກມະເຮັງ ໃນຕ່ອມນໍ້າກາມ

ທ່ານນາງ Kathryn Wilson ​ແລະ​ເພື່ອ​ນຮ່ວມງານ​ ທີ່ສະ​ຖາ​ບັນ
​ສາທາລະນະ​ສຸກຂອງມະຫາວິທະຍາໄລ Harvard ​ໄດ້​ລົງ​ພິມ​ເຜີຍ
​ແຜ່​ລາຍ​ງານຜົນ​ການສຶກສາຄົ້ນຄວ້າ ກ່ຽວກັບ​ການພົວພັນ​ກັນ
​ລະຫວ່າງ ການ​ດື່ມ​ກາ​ເຟ ​ແລະ​ການ​ເປັນໂຣກມ​ະເຮັງຕ່ອມ​ນໍ້າກາມ
ປະ​ເພດ​ທີ່​ຮ້າຍ​ແຮງເຖິງແກ່​ຊີວິດ​ນັ້ນ​ ຢູ່ໃນ​ໜ້າ​ເວັບ​ໄຊ້ທ໌ຂອງວາລະ
ສານຂອງ​ສະ​ຖາ​ບັນວ່າ​ດ້ວຍ​ໂຣກ ມະ​ເຮັງ​ແຫ່ງ​ຊາດ ຫລື
"Journal of the National Cancer Institute."

XS
SM
MD
LG