ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່​ມວນຊົນອາ​ຣັບ​ກ່າວ​ວ່າ ການ​ໂຈມ​ຕີ​ທາ​ງອ​າ​ກາດໄດ້ສັງ​ຫານ​ພວກ​ນັກ​ລົບ​ອິ​ສ​ລາມ ແລະຍາດ​ຕິພີ່​ນ້ອງຂອງພວກເຂົາ


ເມືອງ​ເດ​ຣ ແອ​ລ​-ຊົວ ປະ​ເທດ​ຊີ​ເຣຍ.
ເມືອງ​ເດ​ຣ ແອ​ລ​-ຊົວ ປະ​ເທດ​ຊີ​ເຣຍ.

ຢ່າງ​ໜ້ອຍ 40 ຄົນ​ໄດ້​ເສ​ຍ​ຊີ​ວິດ​ໃນ​ຊີ​ເຣຍ ໂດຍ​ກາ​ນນຳ​ພາຂອງ​ແນວ​ໂຮມ​ສະຫ​ະ​ລັດ
ອີງ​ຕາມ​ສື່​ມວນ​ຊົນ​ຊີ​ເຣຍ ແລະກຸ່ມ​ສັງ​ເກດ​ການ​ຝ່າຍ​ຄ້ານ​ສິດ​ທິ​ມະ​ນຸດ ທີ່​ມີ​ຫ້ອງ​ການ
ຢູ່​ໃນ​ອັງ​ກິດ.

ການ​ໂຈມ​ຕີ​ທາງ​ອາ​ກາດ​ໄ​ດ້ເກີດ​ຂຶ້ນຢູ່​ທາງ​ພາກ​ຕາ​ເວັນອອກ​ຂອງ​ຊີ​ເຣຍ ຢູ່ໃນ​ໝູ່​ບ້ານ
ອາ​ບູ ຮູ​ສ​ນ໌ ໃກ້​ກັບ​ເມືອງ​ຮາ​ຈິນ. ຂົງ​ເຂດ​ນີ້​ຮູ້​ກັນ​ວ່າ ເດ​ຣ ແອ​ລ-ຊໍ​ຣ ທີ່ຕັ້ງຢູ່​ຊາຍ​ແດນ​
ກັບ​ອີ​ຣັກ.

ກາ​ນ​ນຳ​ພາ​ແນວ​ໂຮມ​ສະ​ຫະ​ລັດ ຍັງ​ບໍ່​ທັນ​ໄດ້​ຢືນ​ຢັນ​ລາຍ​ງານເທື່ອ. ຮອງ​ຜູ້​ບັນ​ຊາ​ການ
ນາຍພົນ​ຕີ ຄ​ຣິ​ສ​ໂຕເຟີຣ ກີ​ກາ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ວ່າ ການ​ສູ້​ລົບ​ເປັນ​ທີ່​ “ຍາກ​ລຳ
​ບາກ” ດັ່ງ​ທີ່​ໄດ້​ຄາດ​ໝາຍ​ໄວ້.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ຄຶດ​ເລີຍ​ວ່າ ​ການ​ສູ້​ລົບ​ນີ້​ຈະ​ງ່າຍ​. ພວກ​ເຫລົ່າ​ນີ້​ແມ່ນ​ຈຳ​ນວນ
​ນຶ່ງ​ຂອງ​ນັກ​ລົບ​ທີ່​ໄດ້​ເສຍ​ສະ​ລະທີ່​ສຸດ ແລະ​ເຂົາ​ເຈົ້າ​ມີ​ເວ​ລາ​ຫຼາຍ​ໃນ​ການ​ກະ​ກຽມ.

ທ່ານ​ກັ​ຕ​ຕາ ອາ​ບູ ດຽບ ນັກເສດ​ຖະ​ສາດ​ການ​ເມືອງ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ປາ​ຣີ ກ່າວ​ຕໍ່
ວີ​ໂອ​ເອ ວ່າ ສະ​ພາບ​ອາ​ກາດ​ບໍ່​ດີ ແລະ​ຂີ້​ເຝື້ອ​ປົກ​ຄຸມ​ໃນ​ສອງ​ສາມ​ມື້​ທີ່​ຜ່ານ​ມາ ໄດ້​ໃຫ້
​ເວ​ລາ​ແກ່​ພວກ​ທະ​ຫານ​ບ້ານ​ພະ​ຍາ​ຍາມ​ທີ່​ຈະ​ນຳ​ເອົາ​ດິນ​ແດນ​ທີ່​ເສຍ​ໄປ​ນັ້ນ​ຄືນ​ມາ ຊຶ່ງ​
ເຮັດ​ໃຫ້​ການ​ສູ້​ລົບ​ທາງ​ໜ້າ​ດິນ​ຍາກ​ຂຶ້ນ.

ທ່ານ​ຣາ​ມີ ອັບ​ແດ​ລ ຣາ​ຮ​ມາ​ລ ຂອງ​ຫ້ອງ​ການ​ສັງ​ເກດ​ການ​ສິດ​ທິ​ມະ​ນຸດ​ລາຍ​ງານ​ເ​ຖິງ
​ການ​ເສຍ​ຊີ​ວິດ ກ່າວ​ວ່າ ​ນີ້​ແມ່ນ​ການ​ເສຍ​ຊີ​ວິດ​ທີ່​ມີ​ຈຳ​ນວນ​ສູງ​ທີ່​ສຸດ ນັບ​ແຕ່​ແນວ​ໂຮມ
​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ຢູ່​ໃນ​ເຂດ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ. ທ່ານ​ກ່າວ​ວ່າ ການ​ໂຈມ
ຕີທາງອາ​ກາດ​ໄດ້​ສັງ​ຫານ​ພວກ​ນັກ​ລົບ​ອິ​ສ​ລາ​ມປະ​ມານ ສາມ​ສິບ​ຄົນ ພ້ອມ​ດ້ວຍບັນ​
ດາພົນ​ລະ​ເຮືອນ ແລະ​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ພວກຫົວ​ຮຸນ​ແຮງ.

ໃນ​ຂະ​ນະ​ດຽວ​ກັນ ຜູ້​ສັງ​ເກດ​ການ​ຊີ​ເຣຍ​ກ່າວ​ວ່າ ກຳ​ລັງ​ຊີ​ເຣຍ​ໄດ້​ຄວບ​ຄຸມ​ເອົາ​ຄືນ​ທີ່
​ໝັ້ນ​ບ່​ອນ​ສຸດ​ທ້າຍ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຢູ່ໃນ​ພາກ​ໃຕ້​ຊີ​ເຣຍ ເມືອງ​ຕູ​ລູ​ລ ອາ​ລ-ຊາ​ຟ​າ
ລະ​ຫວ່າງ​ແຂວງ​ດາ​ມັ​ສ​ກັ​ສ ແລະ​ສ​ເວ​ດາ. ຜູ້​ສັງ​ເກດ​ການ​ກ່າວ​ວ່າ ດິນ​ແດນ​ໄດ້​ອ້າງ​ເອົ​າ
​ໂດຍທະ​ຫານ ຫຼັງ​ຈາກ​ພວກ​ຫົວ​ຮຸນ​ແຮງ IS ໄດ້​ຖອນ​ໂຕ ແລະ​ມຸ້ງ​ໜ້າໄປສູ່​ຕາ​ເວັນ​
ອອກ​ເຂົ້າ​ສູ່​ທະ​ເລ​ຊ​າຍ.

ອົງ​ການ​ຂ່າວ​ຊີ​ເຣຍ ຊາ​ນາ ຍັງ​ໄດ້​ລາຍ​ງານ​ເຖິງ​ການ​ປ່ຽນ​ແປງ ​ວ່າ​ພວກ​ທະ​ຫານ​ກຳ
​ລັງ​ກວດ​ລ້າງ​ເຂດ​ດັ່ງ​ກ່າວ​ທີ່​ມີ​ພວກ​ຈີ​ຮາດ​ຢູ່​ທີ່​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG