ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍສິບປະເທດ ຂໍເຂົ້າໄປເບິ່ງສູນກັກຂັງຊາວ ວີເກີ ຢູ່ພາກພື້ນ ຊິນຈຽງ ຂອງ ຈີນ


ຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ສະຫະປະຊາຊາດ ທ່ານນາງ ມິແຊລ ບາເຊີເລ ກ່າວຄຳປາໄສ ກ່ຽວກັບ ການພັດທະນາສິດທິມະນຸດໃນໂລກ ໃນລະຫວ່າງກອງປະຊຸມຂອງສະພາສິດທິມະນຸດ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 21 ມິຖຸນາ, 2021.
ຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ສະຫະປະຊາຊາດ ທ່ານນາງ ມິແຊລ ບາເຊີເລ ກ່າວຄຳປາໄສ ກ່ຽວກັບ ການພັດທະນາສິດທິມະນຸດໃນໂລກ ໃນລະຫວ່າງກອງປະຊຸມຂອງສະພາສິດທິມະນຸດ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 21 ມິຖຸນາ, 2021.

ພັນທະມິດທີ່ມີ 41 ປະເທດແມ່ນກຳລັງຮຽກຮ້ອງສຳລັບການເຂົ້າໄປໃນສູນກັກຂັງໃນພາກພື້ນ ຊິນຈຽງ ຂອງ ຈີນ ເພື່ອກວດເບິ່ງສະຖານະການຂອງຊາວ ວີເກີ ທີ່ຄາດວ່າມີ 1 ລ້ານຄົນ ຜູ້ທີ່ຖືກກ່າວ ຫາວ່າຖືກກັກຂັງພາຍໃຕ້ສະ ພາບການລ່ວງລະເມີດ. ນັກຂ່າວວີໂອເອມີລາຍງານຈາກນະຄອນ ເຈນີວາ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ການາດາ ໄດ້ອອກຖະແຫຼງການຮ່ວມຂ້າມພາກພື້ນຢູ່ສະພາສິດທິມະນຸດສະຫະປະຊາຊາດໃນວັນອັງຄານທີ່ຜ່ານມາ. ໃນຄຳປາໄສຂອງທ່ານນາງ ເລັສລີ ນໍຕັນ ເອກອັກຄະລັດຖະທູດ ລັດຖະບານ ອັອດຕາວາ ປະຈຳອົງການສະຫະປະຊາຊາດໃນນະຄອນ ເຈນີວາ ນັ້ນ ທ່ານນາງໄດ້ກ່າວຢໍ້າເຖິງຄວາມຮີບດ່ວນ ເພື່ອຊອກຫາສາເຫດທີ່ແທ້ຈິງ ກ່ຽວກັບ ສະຖານະການດ້ານສິດທິມະນຸດນີ້.

ທ່ານນາງ ນໍຕັນ ໄດ້ກ່າວວ່າ “ລາຍງານທີ່ໜ້າເຊື່ອຖືໄດ້ລະບຸວ່າປະຊາຊົນ ຫຼາຍກວ່າ 1​ ລ້ານຄົນ ໄດ້ຖືກກັກຂັງໂດຍປາສະຈາກເຫດຜົນໃນພາກພື້ນ ຊິນຈຽງ ແລະ ວ່າມັນມີການຕິດຕາມຢ່າງສຸດຂີດໂດຍແນເປົ້າໃສ່ຊາວ ວີເກີ ແລະ ສະມາຊິກຂອງຊົນກຸ່ມນ້ອຍອື່ນໆ ແລະ ການຫ້າມ ກ່ຽວກັບ ເສລີພາບພື້ນຖານ ແລະ ວັດທະນະທຳຂອງຊາວ ວີເກີ. ມັນຍັງມີລາຍງານ ກ່ຽວກັບ ການທໍລະ ມານ ຫຼື ຄວາມໂຫດຮ້າຍ, ຄວາມບໍ່ມີມະນຸດສະທຳ ແລະ ການປະຕິບັດທີ່ຊົ້ວຊ້າ ຫຼື ການລົງໂທດ, ການບັງຄັບເຮັດໝັນ ແລະ ຄວາມຮຸນແຮງ ທາງເພດ ແລະ ເພດຊາຍ ແລະ ຍິງ, ແລະ ການບັງຄັບ ແຍກເດັກນ້ອຍອອກຈາກພໍ່ແມ່ຂອງເຂົາເຈົ້າໂດຍພວກເຈົ້າໜ້າທີ່.”

ທ່ານນາງ ນໍຕັນ ໄດ້ຮຽກຮ້ອງ ຈີນ ໂດຍຕາງໜ້າໃຫ້ພັນທະມິດ ເພື່ອອະນຸຍາດການເຂົ້າໄປພາກພື້ນ ຊິນຈຽງ ສຳລັບບັນດານັກສັງເກດການອິດສະຫຼະໃນທັນ ທີ ແລະ ຢ່າງອິດສະຫຼະ, ລວມທັງຂ້າຫຼວງໃຫຍ່ເພື່ອສິດທິມະນຸດສະຫະປະຊາຊາດ.

ສິ່ງດັ່ງກ່າວນີ້ ມີຂຶ້ນລຸນຫຼັງການຂໍຮ້ອງທີ່ຄ້າຍຄືກັນໂດຍຫົວໜ້າສິດທິມະນຸດ ທ່ານນາງ ມິແຊລ ບາເຊີເລ ຢູ່ພິທີເປີດກອງປະຊຸມສະພາໃນວັນຈັນທີ່ຜ່ານມາ.

ທ່ານນາງ ບາເຊີເລ ໄດ້ກ່າວວ່າ “ຂ້າພະເຈົ້າສືບຕໍ່ທີ່ຈະປຶກສາຫາລືກັບບັນດາອົງການ ຈີນ ສຳລັບການຢ້ຽມຢາມ, ລວມທັງການເຂົ້າຫາທີ່ມີຄວາມໝາຍ, ໃນພາກພື້ນ ຊິນຈຽງ ທີ່ຊາວ ວີເກີ ປົກຄອງຕົນເອງ, ແລະ ຫວັງວ່າມັນຈະບັນລຸເປົ້າໝາຍໃນປີນີ້, ໂດຍສະເພາະໃນຂະນະທີ່ມີລາຍງານ ກ່ຽວ ກັບ ການລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງຍັງສືບຕໍ່ເກີດຂຶ້ນຢູ່.”

ປັກກິ່ງ ໄດ້ອະທິບາຍ ກ່ຽວກັບ ສູນກັກຂັງດັ່ງກັບສູນວິຊາຊີບ ທີ່ເພັ່ງເລັງໃສ່ການຢຸດລັດທິຫົວຮຸນ ແຮງສາສະໜາ ແລະ ການໂຈມຕີກໍ່ການຮ້າຍ.

ຈີນ ໄດ້ກ່າວວ່າເຂົາເຈົ້າຍິນດີຕ້ອນຮັບການຢ້ຽມຢາມ ຈີນ ໂດຍຂ້າຫຼວງໃຫຍ່, ລວມທັງພາກພື້ນ ຊິນຈຽງ, ແຕ່ມີເງື່ອນໄຂທີ່ວ່າມັນຕ້ອງເປັນການຢ້ຽມຢາມມິດຕະພາບ ແລະ ບໍ່ແມ່ນອັນທີ່ເອີ້ນວ່າ “ການສືບສວນສອບສວນ” ພາຍໃຕ້ການຄາດເດົາ ກ່ຽວກັບ ຄວາມຜິດ.

ຈີນ ຍັງໄດ້ຕອບຂ້ອນຂ້າງແຕກຕ່າງຕໍ່ຖະແຫຼງການຮ່ວມທີ່ຮຽກຮ້ອງການເຂົ້າໄປສູນໃນພາກພື້ນ ຊິນຈຽງ.

ລັດຖະມົນຕີ ທ່ານ ຈຽງ ດວນ ໄດ້ເມີນເສີຍຕໍ່ມັນຢ່າງສິ້ນເຊີງ. ແຕ່ກົງກັນຂ້າມ, ທ່ານໄດ້ສະແດງຄວາມເປັນຫ່ວງທີ່ເລິກເຊິ່ງ ກ່ຽວກັບ ການລະເມີດສິດທິມະນຸດທີ່ຮ້າຍແຮງທີ່ຄົນພື້ນເມືອງໄດ້ປະ ສົບໃນປະເທດ ການາດາ. ຖະແຫຼງການຂອງທ່ານໄດ້ຮັບການສະໜັບສະໜູນໂດຍ 7 ປະເທດ ໄດ້ແກ່ ຣັດເຊຍ, ເບລາຣຸສ, ເກົາຫຼີເໜືອ, ເວເນຊູເອລາ, ອີຣ່ານ, ຊີເຣຍ ແລະ ສຣີ ລັງກາ.

ທ່ານ ຈຽງ ໄດ້ກ່າວວ່າ “ຕາມປະຫວັດສາດແລ້ວ, ການາດາ ໄດ້ປຸ້ນສະດົມເອົາດິນແດນຂອງຄົນພື້ນເມືອງ, ຂ້າເຂົາເຈົ້າ ແລະ ລົບລ້າງວັດທະນະທຳຂອງເຂົາເຈົ້າ. ພວກເຮົາຂໍຮຽກຮ້ອງໃຫ້ທຳການສືບສວນສອບສວນຢ່າງຮອບຄອບ ແລະ ຍຸຕິທຳໃນທຸກກໍລະນີ ບ່ອນທີ່ໄດ້ມີການກໍ່ອາຊະຍະກຳຕໍ່ຄົນພື້ນເມືອງດັ່ງກ່າວ, ໂດຍສະເພາະແມ່ນເດັກນ້ອຍ.”

ເອກອັກຄະລັດຖະທູດ ການາດາ ຍອມຮັບວ່າ ຄົນພື້ນເມືອງຍັງປະເຊີນກັບການແບ່ງແຍກເຊື້ອຊາດຜິວພັນຢ່າງເປັນລະບົບ, ການຈຳແນກ, ແລະ ຄວາມບໍ່ຍຸຕິທຳ, ແຕ່ໄດ້ກ່າວເພີ່ມເຕີມວ່າ ລັດຖະ ບານຂອງທ່ານນາງແມ່ນກຳລັງເຮັດວຽກ ເພື່ອແກ້ໄຂຄວາມບໍ່ຖືກຕ້ອງພວກນີ້.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG