ຜົນການເລືອກຕັ້ງສະພາອີຕາລີສະແດງໃຫ້ເຫັນວ່າ ບໍ່ມີພັກໃດ
ນໍາໜ້າ ຢ່າງຈະແຈ້ງ ຊຶ່ງເປັນສັນຍານໃຫ້ເຫັນເຖິງສະພາບການ
ບໍ່ໄປບໍ່ມາໃນວັນຂ້າງໜ້າ ໃນຂະນະທີ່ກຸ່ມຜົນປະໂຫຍດ ທີ່ຂັດ
ແຍ້ງກັນດີ້ນຮົນໃນການສ້າງຕັ້ງລັດຖະບານປະສົມ.
ລັດຖະບານປະສົມທີ່ເປັນກາງອຽງຊ້າຍ ນໍາພາໂດຍທ່ານ Pier Luigi Bersani ໄດ້ຮັບຄະແນນສຽງຫຼາຍກວ່າໝູ່ຢູ່ໃນສະພາຕໍ່າ ປະມານ 125,000 ຫລື 29.55 ເປີເຊັນ ໜ້ອຍນຶ່ງລື່ນ 29.18 ເປີເຊັນທີ່ພັກອຽງຂວາ ນໍາພາໂດຍອະດີດນາຍົກລັດຖະມົນຕີ Silvio Berlusconi ໄດ້ຮັບນັ້ນ.
ແຕ່ສິ່ງທີ່ໜ້າແປກໃຈກໍຄື ຂະບວນການທີ່ນໍາໂດຍນັກຕະຫລົກ ທ່ານ Beppe Grillo ທີ່ຮູ້ກັນໃນນາມຂະບວນການເຄື່ອນໄຫວຫ້າດາວນັ້ນ ໄດ້ຮັບຄະແນນສຽງຫຼາຍເປັນອັນດັບສາມຢູ່ໃນສະພາຕໍ່າ ຊຶ່ງເປັນສັນຍານສະແດງໃຫ້ເຫັນເຖິງຄວາມບໍ່ພໍໃຈຂອງຊາວອີຕາລີໃນເລື່ອງການເມືອງ ແລະເສດຖະກິດທີ່ອ່່ອນແອຂອງປະເທດ.
ຜົນການເລືອກຕັ້ງຂອງສະພາສູງແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ ເຖິງແມ່ນວ່າ ພັກຂອງທ່ານ Berlusconi ກໍາລັງໄດ້ຮັບຄະແນນສຽງຢ່າງເຂັ້ມແຂງໃນເວລານີ້ກໍຈິງ.
ພັກລັດຖະບານປະສົມຕ້ອງການ 160 ບ່ອນນັ່ງຢູ່ໃນສະພາສູງ ເພື່ອກຳສຽງສ່ວນຫຼາຍສຳລັບໃຫ້ປະຕິບັດວຽກການໄດ້ ແລະທ່ານ Berlusconi ອາດຈະບໍ່ໄດ້ຮັບຄະແນນສຽງສະໜັບສະໜຸນພຽງພໍ ທີ່ຈະເປັນນາຍົກລັດຖະມົນຕີ ຄັ້ງທີສີ່.