ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງແນວໂຮມ ເລີ່ມການຕໍ່ສູ້ ຄືນໃໝ່ ເພືື່ອ ຂັບໄລ່ ກຸ່ມລັດອິສລາມ ອອກຈາກເມືອງ ເດຍ ອາລ-ຊົວ

ສະມາຊິກ ກຳລັງປະຊາທິປະໄຕ ຊີເຣຍ ທີ່ໄດ້ຮັບການສະໜັບສະໜູນ ຈາກສະຫະລັດ ຫຼື SDF ຄົນນຶ່ງ ໂຍນລະເບີດລູກນຶ່ງ ໃສ່ປ້ອມກວດກາ ເພື່ອທົດສອບເບິ່ງວ່າ ມີວັດຖຸລະເບີດ ອີກຫຼືບໍ່ ໃນຂະນະທີ່ພວກເຂົາເຈົ້າ ກຳລັງເຮັດໃຫ້ພື້ນທີ່ ສະໜາມກິລາ ປອດໄພ ຊຶ່ງສະຖານທີ່ນີ້ ເປັນທີ່ໝັ້ນສຸດທ້າຍ ຂອງພວກນັກລົບ ລັດອິສລາມ ໃນເມືອງ ຣັກກາ ຂອງຊີເຣຍ, ວັນທີ 18 ຕຸລາ 2017.

ກຳລັງຊີເຣຍ ທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດ ໄດ້ເປີດສາກໂຈມຕີ
ເພື່ອຂັບໄລ່ກຸ່ມລັດອິສລາມອອກຈາກທີ່ໝັ້ນ ແຫ່ງສຸດທ້າຍຂອງພວກເຂົາທີ່ເມືອງ
ເດຍ ອາລ-ຊົວ (Deir al-Zour).

ກຳລັງປະຊາທິປະໄຕ ຊີເຣຍ ຊຶ່ງເປັນພັນທະມິດກັບກອງກຳລັງຊາວເຄີດ ແລະ
ທະຫານບ້ານອາຣັບ ໃນກອງກຳລັງແນວໂຮມຂອງໂລກ ແລະຄູ່ຮ່ວມງານອື່ນໆ
ໄດ້ເລີ້ມການປະຕິບັດງານບຸກໂຈມຕີຄືນອີກ ຫຼັງຈາກໄດ້ ຍ້ອນການບຸກໂຈມຕີ
ຂອງເທີກີໃນເດືອນມັງກອນ ຕໍ່ເຂດອາຟຣິນ ໃນພາກຕາເວັນຕົກສຽງເໜືອຂອງ
ຊີເຣຍ.

ກຸ່ມລັດອິສລາມໄດ້ທຳການໂຈມຕີເພີ້ມຂຶ້ນຢູ່ໃນເຂດດັ່ງກ່າວ ເມື່ອສອງສາມອາ
ທິດທີ່ຜ່ານມານີ້ ໃນຄວາມພະຍາຍາມເພື່ອຊັບຊ້ອນກຳລັງຂອງຕົນຄືນໃໝ່ ອີງ
ໂຄສົກຂອງກຳລັງປະຊາທິປະໄຕຊີເຣຍ ທ່ານລິລວາ ອາລ-ອັບດາລລາ​ ໃນວັນ
ອັງຄານວານນີ້.

ທ່ານອັບດາລລາ ກ່າວວ່າ “ກຸ່ມລັດອິສລາມ ຍັງມີໜ້າຄວບຄຸມຈຸດສຳຄັນໆ ໃກ້
ກັບຊາຍແດນອີຣັກ ທີ່ກຸ່ມດັ່ງກ່າວພະຍາຍາມຮັກສາໄວ້ເປັນທີ່ໝັ້ນຂອງຕົນເພື່ອ
ວາງແຜນໂຈມຕີຢູ່ໃນທົ່ວໂລກແລະຂະຫຍາຍເຂດແດນຂອງຕົນເຂົ້າໄປໃນຊີເຣຍ
ແລະອີຣັກ.”

ສະພາທະຫານຂອງເມືອງເດຍ ອາລ-ຊົວ ກຳລັງທຳການສູ້ລົບພາຍໃຕ້ການບັງ
ຄັບບັນຊາຂອງກຳລັງປະຊາທິປະໄຕຊີເຣຍ. ຜູ້ບັນຊາການອາເມັດ ອາບູ ຄາວລາ
ກ່າວວ່າ ຕົນໃຫ້ການຮ່ວມມືກັບລັດຖະບານ ແລະກອງທັບອີຣັກ ເພື່ອເອົາຊະນະ
ຕໍ່ພວກນັກລົບລັດອິສລາມ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງແຮເທີ ນາວເອີດ ໄດ້ທຳ
ນາຍໃນວັນອັງຄານວານນີ້ວ່າ “ການສູ້ລົບຈະເຕັມໄປດ້ວຍຄວາມຫຍຸ້ງຍາກ ແຕ່
ພວກເຮົາແລະຄູ່ຮ່ວມງານຂອງພວກເຮົາ ຈະເປັນຜູ້ຊະນະ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG