ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ພະ​ຍາ​ຍາມ​ ເພື່ອ​ຈະ​ຕັ້ງຄະ​ນະ​ລັດ​ຖ​ະ​ບານປະສົມ ​ໃນໄທ 'ຕົກຢູ່​ໃນ​ສະພາບທີ່​ບໍ່​ແນ່ນອນ,' ຕາມທີ່​ນັກ​ຊ່ຽວ​ຊານເວົ້າ


(ພາບ​ໃນ​ແຟ​ມ) ທ່ານພິທາ ລິ້ມຈະເຣີນຣັດ, ຜູ້​ນຳ​ພັກ​ກ້າວ​ໄກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ເພື່ອ​ປະ​ກາດຂໍ້​ຕົກ​ລົງ​ຂອງ​ພັກ​ທ່ານ ກັບພັກ​ຮ່ວມ​ສ້າງ​ຕັ້ງລັດຖະບານປະສົມ ໃນ​ບາງກອກ, ວັນ​ທີ 22 ພຶດ​ສະ​ພາ, 2023
(ພາບ​ໃນ​ແຟ​ມ) ທ່ານພິທາ ລິ້ມຈະເຣີນຣັດ, ຜູ້​ນຳ​ພັກ​ກ້າວ​ໄກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ເພື່ອ​ປະ​ກາດຂໍ້​ຕົກ​ລົງ​ຂອງ​ພັກ​ທ່ານ ກັບພັກ​ຮ່ວມ​ສ້າງ​ຕັ້ງລັດຖະບານປະສົມ ໃນ​ບາງກອກ, ວັນ​ທີ 22 ພຶດ​ສະ​ພາ, 2023

ເປັນ​ເວລາໄດ້​ພຽງ​ບໍ່​ເທົ່າ​ໃດ​ອາທິດ ​ນັບ​ແຕ່ມີ​ການ​ເລືອກ​ຕັ້ງ​ຄັ້ງ​ປະຫວັດສາດ​ຂອງ​ໄທ ທີ່​ໄດ້​ເຫັນບັນດາ​ພັກ​ຝ່າຍ​ຄ້ານ​ໄດ້​ຮັບ​ໄຊຊະນະ​ຢ່າງ​ເດັດດ່ຽວ ​ແຕ່ກໍ​ມີ​ຄຳ​ຖາມ​ຕັ້ງ​ຂຶ້ນຢູ່​ແລ້ວ​ວ່າ ​ຜູ້​ຊະນະ​ຈະ​ມີ​ໂອກາດໄດ້​ປົກຄອງ​ປະ​ເທດ ​ຫຼື​ບໍ່.

ສຳລັບ​ຊາວ​ໄທ​ຫຼາຍ​ຄົນແລ້ວ ການ​ເລືອກ​ຕັ້ງ​ນີ້​ແມ່ນ​ຖື​ວ່າ​ເປັນ​ປະຕູ​ສູ່​ຍຸກ​ການ​ເມືອງ​ໃໝ່ ​ແລະການສິ້ນ​ສຸດຂອງ​ຄວາມ​ບໍ່​ໝັ້ນຄົງ​ທີ່​ມີ​ມາຫຼາຍ​ປີ​ ທີ່​ຂີດ​ໝາຍດ້ວຍ​ການ​ປົກຄອງ​ຂອງ​ທະຫານ, ຄວາມ​ບໍ່​ສະຫງົບ​ທາງ​ການ​ເມືອງ ​ແລະສະພາບ​ເສດຖະກິດ​ຕົກ​ຕ່ຳ.

ຫຼາຍລ້ານຄົນໄດ້ເລືອກເອົາພັກກ້າວ​ໄກ ທີ່ນຸ່ງເສື້ອສີສົ້ມ ແລະນໍາພາໂດຍທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ເພື່ອນໍາພາລັດຖະບານຊຸດຕໍ່ໄປ.

ໂດຍ​ໄດ້ຮັບ 151 ບ່ອນ​ນັ່ງ​ ໃນ​ຈຳນວນທັງ​ໝົດ 500 ບ່ອນ​ນັ່ງ​ຂອງ​ສະພາ​ຕ່ຳ​ ຢູ່ໃນ​ການ​ເລືອກ​ຕັ້ງທີ່ລື່ນ​ພັກ​ອື່ນທັງໝົດ,​ ພັກ​ດັ່ງກ່າວ​ກໍໄດ້​ສ້າງ​ຕັ້ງ​ລັດຖະບານ​ປະສົມ​ກັບ​ພັກ​ຝ່າຍ​ຄ້ານ​ອີກ 7 ພັກຂຶ້ນມາ ລວມ​ທັງ​ພັກເພື່ອ​ໄທ​ຊຶ່ງ​ເປັນພັກ​ຝ່າຍ​ຄ້ານ​ທີ່​ເຄີຍໄດ້​ຊະ​ນະມາກ່ອນ ​ເພື່ອ​ໃຫ້​ໄດ້ 312 ບ່ອນ​ນັ່ງ.

​ແຕ່​ເພື່ອ​ຈະສ້າງ​ຕັ້ງ​ລັດຖະບານໄດ້​ນັ້ນ ພັກ​ດັ່ງ​ກ່າວ​ຕ້ອງໄດ້​ຄວບ​ຄຸມບ່ອນ​ນັ່ງ​ສ່ວນ​ຫຼາຍ​ໃນ​ສະພາ​ຕ່ຳ ​ບວກ​ກັບໃນ​ສະພາ​ສູງອີກ 250 ບ່ອນ​ນັ່ງ ຊຶ່ງ​ສະມາຊິກໃນ​ທີ່ນັ້ນ ຖືກ​ແຕ່ງ​ຕັ້ງ​ໂດຍ​ພວກ​ທະຫານ. ພັກທີ່​ວ່ານີ້ ຍັງລໍຖ້າເບິ່ງວ່າຈະໄດ້ຮັບການສະໜັບສະໜຸນຈາກສະມາຊິກສະພາສູງຢ່າງ​ພຽງ​ພໍ ຫລືບໍ່ ເພື່ອ​ໃຫ້​ໄດ້​ບ່ອນ​ນັ່ງທັງໝົດ 376 ບ່ອນນັ່ງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG