ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜົນການສໍາຫລວດ ປະຊາກອນສະຫະລັດ ໃນປີ 2010


ທຸງຊາດອະເມຣິກາ
ທຸງຊາດອະເມຣິກາ

ສະຫະລັດ​ໄດ້​ເປີດ​ເຜີຍ​ຜົນ​ການ​ສໍາ​ຫລວດຈໍ​ານວນ​ປະຊາກອນ​ຂອງ​ຕົນໃນ​ປີ 2010 ​ໃຫ້​ຮູ້ ຊຶ່ງ​ອາດ​ຈະ​ເປັນ​ຂ່າວ​ດີ​ໜ້ອຍ​ນຶ່ງ​ສໍາລັບ​ພັກ Republican ກໍ​ເປັນ​ໄປ​ໄດ້. ສິງ​ຈະ​ນໍາ​ລາ​ຍ ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ






ໃນທ້າຍເດືອນແລ້ວ ​ກົມ​ສໍາ​ຫລວດປະຊາກອນ​ສະຫະລັດ​ໄດ້​ເປີດເຜີຍການ ນັບ​ຈໍານວນ​ປະຊາກອນ​ຂອງ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ໃຫ້​ຮູ້ ​ແລະ​ກ່າວວ່າ ມາຮອດ​ວັນ​ທີ 1 ​ເດືອນ​ເມສາ​ແລ້ວ​ນີ້​ ຈໍານວນ​ປະຊາກອນ​ຂອງ​ສະຫະລັດ​ແມ່ນ 308 ລ້ານ 745 ພັນກັບ 538 ຄົນ.

ຈໍານວນ​ປະຊາກອນ​ໄດ້​ເພີ່ມ​ຂຶ້ນ 9.7 ສ່ວນ​ຮ້ອຍ​ໃນ​ຮອບ 10 ປີຜ່ານມາ ຊຶ່ງ​ນັບ​ວ່າເປັນ​ການ​ເຕີບ​ໂຕ​ໃນ​ອັດຕາ​ຕໍ່າ​ທີ່​ສຸດ​ຂອງ​ປະ​ເທດ​ນັບ​ແຕ່​ຊຸມ​ປີ 1930 ​ເປ​ນຕົ້ນ​ມາ.

ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ອັນ​ນີ້​ແມ່ນ​ເຫດຜົນ​ມາ​ຈາກ​ອັດຕາ​ການ​ເກີດຂອງ​ເດັກນ້ອຍເກີດ​ໃໝ່​ລົດ​ລົງ​ໃນ​ໝູ່ປະຊາກອນ​ບາງ​ກຸ່ມ ​ແລະ​ຈໍານວນ​ພວກ​ອົບ​ພະຍົບ​ເຂົ້າ​ເມືອງ​ລົດນ້ອຍ​ລົງ​ຍ້ອນ​ພາວະ​ເສດຖະກິດ​ຕົກ​ຕໍ່າ.

ມີ 2 ລັດ​ທີ່​ມີ​ຈໍານວນ​ປະຊາກອນ​ເພີ່ມ​ຂຶ້ນ​ຫລາຍ​ທີ່​ສຸດ ກໍ​ຄື ລັດ Texas ຊຶ່ງ​ຈໍານວນ​ປະຊາ
ກອນ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 4 ລ້ານ​ຄົນ ຊຶ່ງ​ເປັນ​ຈໍານວນ​ຫລາຍ​ກວ່າລັດ​ອື່ນໆ ສອງ​ມາ​ແມ່ນ
ລັດ Nevada ຊຶ່ງ​ມີ​ອັດຕາ​ການເຕີບ​ໂຕ​ຂຶ້ນ​ໄວ​ກວ່າ​ໝູ່ຊຶ່ງ​ຈໍານວນ​ປະຊາກອນ​ເພີ່ມ​ຂຶ້ນ 35 ສ່ວນ​ຮ້ອຍ ​ຈາກ​ການ​ສໍາ​ຫລວດ​ຄັ້ງ​ຫລ້າ​ສຸດໃນ​ປີ 2000 ນັ້ນ.

ໃນ​ທົ່ວ​ປະ​ເທດ​ນັ້ນ ຈໍານວນ​ປະຊາ​ກອນ​ທີ່​ເພີ່ມ​ຂຶ້ນ​ຫລາຍ​ທີ່​ສຸດ ​ແມ່ນພວກ​ລັດ​ຕ່າງໆໃນ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ. ປະຊາກອນ​ຍັງ​ສືບ​ຕໍ່​ຍົກຍ້າຍ​ຈາກ​ພາກ​ຕາ​ເວັນອອກສຽງ​ເໜືອ​ແລະ​ພາກ​ຕາ​ເວັນ​ຕົກ​ກາງ​ໄປ​ຢູ່​ໃນ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ ຊຶ່ງການ​ຍົກຍ້າຍ​ຂອງ​ປະຊາກອນ​ດັ່ງ​ນີ້​ ໄດ້​ເລີ້ມຂຶ້ນໃນ​ຮອບ 40 ປີຜ່ານມາ.

ລັດຖະທໍາ​ມະນູນ​ຂອງ​ສະຫະລັດ​ບົ່ງ​ໄວ້​ວ່າ ​ໃຫ້​ມີ​ການ​ສໍາ​ຫລວດຈໍານວນ​ປະຊາກອນໃນ​ທຸກໆ 10 ປີ. ​ເລື້ອງ​ນີ້​ຈະ​ຕ້ອງ​ໄດ້​ເຮັດ​ເພື່ອ​ແບ່ງປັນ​ໃຫ້​ມັນສະ​ເໝີ​ກັນ ​ເຂດ​ປ່ອນບັດ​ເລືອກ​ຕັ້ງ​ຈໍານວນ 435 ​ເຂດ​ໃນ​ສະພາ​ຕໍ່າ​ສະຫະລັດ​ໃນ​ບັນດາ​ລັດ​ຕ່າງໆ​ໃນສະ ຫະລັດ. ສະມາຊິກ​ສະພາ​ຕໍ່າ​ແຕ່ລະ​ຄົນ ຄິດ​ສະ​ເລ່ຍ​ແລ້ວ ​ເປັນ​ຜູ້ຕາງໜ້າປະຊາຊົນ​ນຈໍານວນປະມານ 7 ​ແສນ​ຄົນ. ພວກ​ລັດ​ຕ່າງໆ​ທີ່ມີ​ຈໍານວນ​ປະຊາກອນ​ຫລາຍ​ທີ່​ສຸດມີ​ບ່ອນ​ນັ່ງ​ຢູ່​ໃນ​ສະພາ​ຕໍ່າ​ຫລາຍ​ກວ່າພວກ​ລັດ​ທີ່​ມີ​ຈໍານວນ​ປະຊາກອນ​ນ້ອຍ​ກວ່າ.

ລັດ​ທີ່​ມີ​ປະຊາກອນຫລາຍ​ທີ່​ສຸດ​ແມ່ນ​ລັດ California ຊຶ່ງ​ມີ​ບ່ອນ​ນັ່ງ​ຢູ່​ໃນສະພາ​ຕໍ່າ 53 ບ່ອນ​ນັ່ງ ​ແລະ​ລັດ Wyoming ຊຶ່ງ​ມີ​ປະຊາກອນ​ໜ້ອຍ​ທີ່​ສຸດ ມີແຕ່​ບ່ອນ​ນັ່ງ​ດຽວ​ຢູ່​ໃນ​ສະພາ ​ຕໍ່າ​ນັ້ນ.

18 ລັດ​ຈະ​ໄດ້​ຮັບ​ບ່ອນ​ນັ່ງ​ຫລາຍ​ຂຶ້ນ ຫລື​ຫລຸດ​ລົງ​ຢູ່​ໃນ​ສະພາ​ຕໍ່າ​ສະຫະລັດ​ນັ້ນຍ້ອນ​ຜົນ​
ຂອງ​ການ​ສໍາຫລວດ​ຈໍານວນ​ປະຊາກອນ​ຄັ້ງ​ນີ້. ລັດ Texas ຈະ​ໄດ້​ບ່ອນ​ນັ່ງເພີ່ມ​ຂຶ້ນ ຫຼາຍ
ກວ່າລັດອື່ນ ຄືເພີ່ມຂຶ້ນ4ບ່ອນ.

ລັດ Florida ຈະ​ໄດ້​ຮັບບ່ອນ​ນັ່ງຕື່ມ​ອີກ 2 ບ່ອນ. 6 ລັດ​ໃນ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ
ຕົກ ​ແຕ່​ລະ​ລັດຈະ​ໄດ້ຮັບ​ບ່ອນ​ນັ່ງຕື່ມ​ອີກ 1ບ່ອນ. ລັດ Ohio ​ແລະ​ລັດ New York ​
ແຕ່​ລະ​ລັດ​ຈະ​ເສຍ​ບ່ອນ​ນັ່ງ 2ບ່ອນ​ໃນ​ສະພາຕໍ່າ​ນັ້ນ.

8 ລັດ ຊຶ່ງ​ສ່ວນ​ຫລາຍ​ຢູ່​ໃນ​ພາກ​ຕາ​ເວັອອກສຽງ​ເໜືອ​ແລະ​ໃນ​ພາກ​ຕາ​ເວັນ​ຕົກຕອນ
ກາງ ແຕ່ລະລັດຈະ​ເສຍ​ບ່ອນ​ນັ່ງ 1 ບ່ອນ​.

ພວກ​ນັກ​ຊ່ຽວຊານ​ບາງ​ທ່ານ​ກ່າວ​ວ່າ ລາຍ​ງານ​ການ​ສໍາ​ຫລວດ​ຈໍານວນ​ປະຊາກອນຄັ້ງ​ນີ້
ອາດ​ຈະເປັນ​ຂ່າວ​ດີສໍາລັບ​ພັກ Republican ກໍ​ເປັນ​ໄດ້. ພວກລັດ​ທີ່ຈະ​ໄດ້ຮັບ​ບ່ອນ​ນັ່ງ​
ຫລາຍ​ຂຶ້ນ​ນີ້​ສ່ວນ​ຫລາຍຕາມ​ທໍາ​ມະ​ດາ​ນັ້ນ​ແມ່ນ​ສະໜັບ​ສະ​ໜຸນ​ພວກສະມາຊິກ​ພັກ
Republican. ຫລາຍ​ລັດ​ທີ່​ເສຍ​ບ່ອນ​ນັ່ງ​ນີ້ ຕາມ​ທໍາ​ມະ​ດາ​ແມ່ນ​ລົງຄ​ະແນນ​ສຽງ​ສະ
ໜັບສະໜຸນ​ພັກ ​ເດ​ໂມກຣັດ. ນາງ Amy Walter ຊຶ່ງ​ເປັນ​ຜູ້​ອໍານວຍການ​ດ້ານ​ການ
ເມືອງ​ຂອງ​ຕາໜ່າງ​ໂທລະພາບ ABC News ກ່າວ​ວ່າ :

"ມີພວກນັກຊ່ຽວຊານບາງຄົນທີ່ເບິ່ງຂໍ້ມູນນີ້ແລະກ່າວວ່າອີງຕາມສິ່ງທີ່ພວກເຂົາ
ເຈົ້າເຫັນໃນເວລານີ້ ພັກລີພັບບລີກັນອາດໄດ້ຮັບບ່ອນນັ່ງເພີ່ມຕື່ມ 10 ບ່ອນ."

ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ແລະ​ຜູ້​ວ່າການ​ລັດ​ຕ່າງໆ ​ເປັນ​ຜູ້​ຮັບຜິດຊອບໃນ​ການ
ຈັດ​ຕັ້ງ​ເຂດ​ແດນ​ຂອງ​ເຂດ​ເລືອກ​ຕັ້ງ​ຂອງ​ພວກ​ສະມາຊິກ​ສະພາ​ຕໍ່າ​ສະຫະລັດ​ນັ້ນ. ພັກ
Republican ທີ່​ໄດ້​ຮັບ​ບ່ອນ​ນັ່ງ​ຫລາຍ​ຂຶ້ນ​ໃນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກ​ຜ່ານ​ມາ
ຈະ​ເສິມ​ສ້າງ​ອໍານາດ​ຂອງ​ເຂົາ​ເຈົ້າ​ແຂງ​ແຮງ​ຂຶ້ນ​ໃນ​ການ​ດໍາ​ເນີນ​ການ​ແບ່ງປັນ​ເຂດ​ເລືອກ
ຕັ້ງ ຊຶ່ງ​ກໍານົດ​ຈະ​ເລີ້ມ​ຂຶ້ນ​ໃນ​ປີໜ້າ​ນີ້.

ການ​ປ່ຽນ​ແປງ​ບ່ອນ​ນັ່ງ​ໃນ​ສະພາ​ຕໍ່າ​ນີ້ ອາດ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ປ່ອນ​ບັດ​ເລືອກ
ຕັ້ງ​ປະທານາທິບໍດີ​ເຊ່ນ​ກັນ. ພາຍ​ໃຕ້​ກົດໝາຍ​ລັດຖະທໍາ​ມະນູນ ຈໍານວນຜູ້ຕາງໜ້າທີ່
ຈະ​ໄປ​ລົງ​ຄະ​ແນນ​ສຽງ​ເລືອກ​ເອົາ​ປະທານາທິບໍດີ​ແລະ​ຮອງ​ປະທານາທິບໍດີນັ້ນ ​ແຕ່​ລະ
ລັດ​ຈະ​ຕ້ອງ​ອິງ​ຕາມ​ຈໍານວນ​ບ່ອນ​ນັ່ງ​ໃນ​ສະພາ​ຕໍ່າ​ແລະ​ສະພາ​ສູງ​ທັງ​ໝົດ​ຂອງສະຫະ
ລັດ​ນັ້ນ. ​ໃນ​ການເພີ່ມ​ບ່ອນ​ນັ່ງຕື່ມ​ອີກ​ຈຳນວນນຶ່ງໃນ​ພາກ​ໃຕ້​ແລະ​ໃນ​ພາກ​ຕາເວັນ​
ຕົກ​ອາດ​ຈະ​ຊ່ອຍ​ຜູ້​ສະ​ໝັກເຂົ້າ​ແຂ່ງ​ຂັນ​າຂອງພັກ Republican ​ໃນ​ການ​ເລືອກ​ຕັ້ງ
ປະທານາທິບໍດີ​ເທື່ອ​ໜ້າ​ໃນ​ປີ 2012 ນັ້ນ.

ລາຍ​ງານ​ການ​ສໍາ​ຫລວດ​ປະຊາກອນ​ສະບັບ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ປະຊາກອນ
ອະ​ເມ​ລິ​ກາ​ລາ​ຕິນ ​ເປັນເຫດຜົນ​ສໍາຄັນ​ສໍາລັບການ​ເຕີບ​ໂຕ​ຂອງ​ຈໍານວນ​ປະ​ຊາກອນ
ໃນ​ລັດ​ຕ່າງໆ​ເຊ່ນ​ລັດ Texas ,ລັດ Arizona,​ແລະ​ລັດ Florida ນັ້ນ. ​ໃນ​ເມື່ອ​ວ່າ
ພວກ​ອະ​ເມ​ລິ​ກັນ​ເຊື້ອສາຍ​ມາ​ຈາກ​ອະ​ເມ​ລິ​ກາ​ລາ​ຕິນ ຕາມ​ທໍາ​ມະ​ດາ​ນັ້ນ ປ່ອນ​ບັດ​
ເອົາເອົາ​ສະມາຊິກ​ພັກ​ເດ​ໂມກຣັດ ພວກ​ນັກ​ຊ່ຽວຊານ​ກ່າວ​ວ່າ ອັນ​ນີ້​ອາດ​ຈະ​ຊ່ອຍ​
ພວກສະມາຊິກ​ພັກ​ເດ​ໂມກຣັດ​ໃນ​ໄລຍະ​ຍາວ.

XS
SM
MD
LG