ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊີ​ແອັນ​ແອັນ ​ຟ້ອງ​ ປ. ທ​ຣຳ ເພື່ອ​ໃຫ້ ຫົວ​ໜ້າ ​ນັກ​ຂ່າວ​ ຂອງ​ຕົນ​ ປະ​ຈຳ​ທຳ​ນຽບຂາວ ສາ​ມາ​ດກັບ​ຄືນ ເຂົ້າ​ໄປທີ່ນັ້ນ ​ໄດ້​ອີກ


​ຂະ​ນະ​ທີ່ ປ. ​ທ​ຣຳ ຊີ້​ມື​ໃສ່​ ທ.ແອ​ໂຄ​ສ​ຕາ ຈາກ CNN ຢູ່ນັ້ນ ຄົນ​ຝຶກ​ງານໃນ​ທຳ​ນຽບ​ຂາວ ກໍ​ເອົາ​ໄມ​ຈາກທ່ານໄປ​ (7 ພະ​ຈິກ, 2018)
​ຂະ​ນະ​ທີ່ ປ. ​ທ​ຣຳ ຊີ້​ມື​ໃສ່​ ທ.ແອ​ໂຄ​ສ​ຕາ ຈາກ CNN ຢູ່ນັ້ນ ຄົນ​ຝຶກ​ງານໃນ​ທຳ​ນຽບ​ຂາວ ກໍ​ເອົາ​ໄມ​ຈາກທ່ານໄປ​ (7 ພະ​ຈິກ, 2018)

ອົງ​ການ​ຂ່າວ CNN ໄດ້​ຍື່ນຟ້ອງລັດ​ຖະ​ບານ​ທ່ານທ​ຣຳ ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ
​ຍາມເພື່ອ​ເຮັດໃຫ້ຫົວ​ໜ້າ​ນັກ​ຂ່າວ​ຂອງ​ຕົນ​ ປະ​ຈຳ​ທຳ​ນຽບ​ຂາວ​ທີ່​ໄດ້​ຖືກຖອນ​ບັດ​
ນັກ​ຂ່າວນັ້ນ ສາ​ມາ​ດມີ​ສິດ​ເຂົ້າ​ໄປ​ທີ່ນັ້ນ​ໄດ້​ຄືນ​ອີກ.

ທ່ານ​ນາງ ຊາ​ຣາ ແຊນ​ເດີ​ສ໌ ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວບໍ່ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່ການ
ຟ້ອງ​ຮ້ອງ​ດັ່ງ​ກ່າວ ໂດຍ​ຖືວ່າ ມັນ​ເປັນ "ການ​ເຮັດໃຫ້​ມີ​ຄົນ​ສົນ​ໃຈ​ເພີ້ມ​ຂຶ້ນ​ຂອງ​ອົງ​ການ​
ຂ່າວ CNN," ແລະ​ເວົ້າ​ວ່າ ລັດ​ຖະ​ບານ​ຢືນ​ຢັດ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງ​ຕົນໃນ​ການ​ຖອນ
​ບັດ​ທີ່​ໃຫ້​ສິດ​ແກ່ທ່ານ ຈີມ ​ແອ​ໂຄ​ສ​ຕາ (Jim Acosta) ນັ້ນ​ໄວ້.

"ພາຍ​ຫລັງ​ທີ່​ທ່ານແອ​ໂຄ​ສ​ຕາ ຖາມ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີສອງ​ຄຳ​ຖາມ ຊຶ່ງ​ໃນ​ຄຳ​ຖາມ
ແຕ່​ລະ​ອັນ​ນັ້ນ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ກໍ​ໄດ້​ຕອບ​ໄປແລ້ວ ທ່ານຍັງ​ປະ​ຕິ​ເສດ ບໍ່​ຍອມ​ເອົາ
​ໄມ​ໂຄ​ຣ​ໂຟນ​ ໃຫ້​ຜູ້​ຝຶກ​ງານ​ໃນ​ທຳ​ນຽບ​ຂາວ ເພື່ອ​ໃຫ້​ນັກ​ຂ່າວ​ຄົນ​ອື່ນ​ສາ​ມາດ​ຖາມ​ຄຳ
​ຖາມ​ໄດ້. ນີ້ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ນັກ​ຂ່າວ​ຄົນ​ນີ້ ໄດ້​ປະ​ຕິ​ເສດ​ຢ່າງ ບໍ່​ເໝາະ​ສົມແບບ​ນີ້ເພື່ອ
​ຈະປ່ອຍ​ໃຫ້​ຄົນ​ອື່ນ​ມີ​ໂອ​ກາດໄດ້​ຖາມ​ຄຳ​ຖາມ" ນັ້ນ​ຄື​ຄຳ​ ເວົ້າ​ຂອງ​ທ່ານ​ນາງ ແຊນ​ເດີ​ສ໌
ກ່າວ​ຢູ່​ໃນ​ຖະ​ແຫລງ​ການສະ​ບັບ​ນຶ່ງ.

ພະ​ນ​ັກ​ງານ​ທຳ​ນຽບ​ຂາວ​ຄົນ​ນຶ່ງ ຍື້​ເອົາ​ໄມ​ໂຄ​ຣ​ໂຟນ​ທີ່ ທ່ານ ຈີມ ​ແອ​ໂຄ​ສ​ຕາຂອງອົງ​ການ​ຂ່າວ CNN ຖື​ຢູ່ນັ້ນໄປ ເວ​ລາ​ຢູ່​ໃນ​ກອງ​ປະ​ຊຸມ​ນັກ​ຂ່າວ ໃນ​ວັນ​ທີ 7 ພະ​ຈິກ 2018 ທີ່​ທຳ​ນຽບ​ຂາວ
ພະ​ນ​ັກ​ງານ​ທຳ​ນຽບ​ຂາວ​ຄົນ​ນຶ່ງ ຍື້​ເອົາ​ໄມ​ໂຄ​ຣ​ໂຟນ​ທີ່ ທ່ານ ຈີມ ​ແອ​ໂຄ​ສ​ຕາຂອງອົງ​ການ​ຂ່າວ CNN ຖື​ຢູ່ນັ້ນໄປ ເວ​ລາ​ຢູ່​ໃນ​ກອງ​ປະ​ຊຸມ​ນັກ​ຂ່າວ ໃນ​ວັນ​ທີ 7 ພະ​ຈິກ 2018 ທີ່​ທຳ​ນຽບ​ຂາວ

ເມື່ອ​ຖືກ​ຖາມ​ຢູ່​ໃນ​ຕອນ​ທ້າຍ​ຂອງ​ງານ​ສະ​ຫລອງ​ບຸນດີ​ວາ​ລີ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​
ທາງ​ກົດ​ໝາຍ​ດັ່ງ​ກ່າວຂອງອົງ​ການຂ່າວ CNN, ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຕອບ​ວ່າ "ພວກ
​ເຮົາ​ຈະ​ເວົ້າ​ກ່ຽວ​ກັບ​ເລື້ອງນີ້​ຢູ່."

ການຟ້ອງ​ຮ້ອງ​ດັ່ງ​ກ່າວ ຖືກ​ຍື່ນ​ໄປ​ຫາ​ສານເຂດ ຂອງ​ສະ​ຫະ​ລັດ ຢູ່​ໃນ​ນະ​ຄອນຫລວງ​ວໍ
​ຊິງ​ຕັນ ໃນ​ວັນ​ອັງ​ຄານ​ວານນີ້ ແລະ​ຄະ​ດີ​ໄດ້​ຖືກມອບ​ໝາຍ​ໃຫ້ຢູ່​ໃນ​ການ​ພິ​ຈາ​ລະ​ນາ​ຂອງ
ຜູ້​ພິ​ພາກ​ສາ ທິມ​ໂມ​ທີ ແຄ​ລ​ລີ ຊຶ່ງ​ເປັນ​ຜູ້​ທີ່​ທ່ານທ​ຣຳ ແຕ່ງ​ຕັ້ງ​ໃຫ້​ກຳ​ຕຳ​ແໜ່ງ​ຢູ່​ທີ່ນັ້ນ.

ໃນ​ຕອນ​ບ່າຍໆ ​ຂອງວັນ​ອັງ​ຄານ​ວານນີ້ ຜູ້​ພິ​ພາກ​ສາແຄ​ລ​ລີໄດ້​ອອກ​ຄຳ​ສັ່ງ​ໃຫ້ທຳ​ນຽບ
​ຂາວ ແລະ​ຈຳ​ເລີຍ​ອື່ນໆ ຕອບ​ຄຳສະ​ເໜີ​ຂອງອົງ​ການຂ່າວ CNN ວ່າ​ໃຫ້​ອອກ​ຄຳ​ສັ່ງ​
ເພື່ອໃຫ້ໄດ້​ສິດເຂົ້າ​ໄປ​ທຳ​ນຽບ​ຂາວ​ຊົ່ວ​ຄາວ ໃນ​ເວ​ລາ 11 ໂມງ​ເຊົ້າ​ຂອງວັນ​ພຸດມື້ນີ້.
ທ່ານ​ໄດ້​ມີ​ກຳ​ນົດ​ທີ່​ຈະ​ຮັບ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບ​ຄຳ​ສັ່ງດັ່ງ​ກ່າວ ທີ່ຈະເອົາ​ສິດ​ໃນ​ການ
​ເປັນ​ນັກ​ຂ່າວ ເຂົ້າ​ໄປ​ທຳ​ນຽບ​ຂາວໃຫ້ແກ່ທ່ານ ແອ​ໂຄ​ສ​ຕາຄືນ​ອີກເປັນ​ການຊົ່ວ​ຄາວ
ຊຶ່ງ​ຈະຂຶ້ນ​ກັບ​ຜົນ​ ຂອງ​ການ​ໄຕ່​ສວນ​ຄະ​ດີນັ້ນ ໃນ​ຕອນບາຍ 3 ໂມງຂອງວັນ​ພຸດມື້ນີ້.

"ການ​ຖອນ​ຄືນ​ສິດ​ຢ່າງ​ຜິດໆ ເຫລົ່າ​ນີ້ ເປັນ​ການ​ລະ​ເມີດ​ຕໍ່ສິດ​ໃນ​ການ​ອອກ​ຂ່າວ​ຂອງ​
ອົງ​ການ​ຂ່າວ CNN ແລະ​ຂອງ​ທ່ານແອ​ໂຄ​ສ​ຕາທີ່​ລະ​ບຸ​ໄວ້ ​ຢູ່​ໃນບົດ​ເພີ້ມ​ເຕີມ​ລັດ​ຖະ
​ທຳ​ມະ​ນູນ ​ຂໍ້ທີນຶ່ງ ຫລື First Amendment ແລະສິດ​ໃນ​ການ​ດຳ​ເນີນ​ຂະ​ບວນການ
​ຍຸ​ຕິ​ທຳ ​ທີ່​ລະ​ບຸ​ໄວ້ ​ຢູ່​ໃນບົດ​ເພີ້ມ​ເຕີມ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທີ​ຫ້າຫລື Fifth Amendment,"
​ນັ້ນ​ຄື​ຄຳ​ເວົ້າຂອງອົງ​ການ​ຂ່າວ CNN ທີ່​ຂຽນ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ຊຶ່ງໄດ້
​ກ່າວ​ເພີ້ມອີກວ່າ "ພວກ​ເຮົາ ​ຂໍ​ໃຫ້​ສານ​ແຫ່ງນີ້ ທຳ​ການ​ອອກ​ຄຳ​ສັ່ງ ​ໃຫ້​ສິດຄືນໃນ​ທັນ​ທີ
​ທັນ​ໃດ ເພື່ອ​ຮຽກ​ຮ້ອງ​ໃຫ້​ເອົາບັດ​ເຂົ້າ​ໄປ​ໃນ​ທຳ​ນຽບ​ຂ​າວ​ຄືນ​ໃຫ້​ແກ່​ທ່ານ ຈີມ ແລະ
ພວກ​ເຮົາ​ຈະ​ຊອກ​ຫາ​ທາງ​ແກ້​ໄຂ​ແບບ​ຖາ​ວອນ ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ການນີ້."

ທີມ​ງານ​ທາງ​ກົດ​ໝາຍ​ຂອງ​ອົງ​ການ​ຂ່າວ CNN ສຳ​ລັບ​ຄະ​ດີນີ້ ແມ່ນອະ​ດີດ ຫົວ​ໜ້າ​
ທະ​ນາຍ​ຄວາມ​ສະ​ຫະ​ລັດ ທ່ານ ເທັດ ອອ​ລ​ຊັນ (Ted Olson).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG