ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະຕຸລາການ ສຫລ ອະນຸມັດ ຂໍ້ຫາຈຸທຳອິດ ໃນການສືບສວນ ກ່ຽວກັບ ເລື່ອງຣັດເຊຍ


ໄອຍະການພິເສດ ທ່ານ Robert Mueller (ຂວາ) ຫຼັງຈາກ ໄປລາຍງານ ໃຫ້ສະພາສູງຊາບ ກ່ຽວກັບ ການສືບສວນ ຂອງທ່ານ. (21 ມິຖຸນາ 2017)​
ໄອຍະການພິເສດ ທ່ານ Robert Mueller (ຂວາ) ຫຼັງຈາກ ໄປລາຍງານ ໃຫ້ສະພາສູງຊາບ ກ່ຽວກັບ ການສືບສວນ ຂອງທ່ານ. (21 ມິຖຸນາ 2017)​

ຄະນະຕຸລາການຂອງລັດຖະບານກາງສະຫະລັດ ໄດ້ໃຫ້ການອະນຸມັດຕໍ່ການກ່າວຫາ
ຈຸທຳອິດ ໃນການສືບສວນ ກ່ຽວກັບການໃຊ້ອິດທິພົນຂອງຣັດເຊຍເຂົ້າໃນການເລືອກ ຕັ້ງຂອງງສະຫະລັດ ຊຶ່ງເປັນການສືບສວນ ທີ່ຢູ່ພາຍໃຕ້ການນຳພາຂອງໄອຍະການພິ
ເສດ ທ່ານ Robert Mueller.

ສື່ມວນຊົນ ໄດ້ລາຍງານ ກ່ຽວກັບການຍື່ນສຳນວນຟ້ອງດັ່ງກ່າວ ໃນຕອນແລງວັນສຸກ
ວານນີ້.

ການເຄື່ອນໄຫວຂອງຄະນະຕຸລາການ ແມ່ນໂທລະພາບ CNN ເປັນຜູ້ລາຍງານກ່ອນ
ໝູ່ ຊຶ່ງໄດ້ອ້າງແຫຼ່ງຂ່າວທີ່ເວົ້າວ່າ ຜູ້ໃດກໍຕາມ ທີ່ຖືກຟ້ອງອາດຈະ ຖືກເຈົ້າໜ້າທີ່ຄວບ
ຄຸມໂຕໄວ້ ພາຍໃນວັນຈັນຈະມານີ້. ເນື້ອໄນຂອງການກ່າວຫາທີ່ແທ້ຈິງນັ້ນ ແມ່ນຍັງບໍ່ ທັນເປັນທີ່ຈະແຈ້ງເທື່ອ.

ໂຄສົກຂອງຫ້ອງການທ່ານ Mueller ບໍ່ຍອມໃຫ້ຄວາມເຫັນໃດໆ ຕໍ່ການຂໍຮ້ອງຂອງ
ໂທລະພາບ CNN.

ໂທລະພາບ CNN ກ່າວວ່າ ພວກທະນາຍຄວາມທີ່ເຮັດວຽກໃຫ້ແກ່ຄະນະຂອງທ່ານ
Mueller ມີຄົນເຫັນເຂົ້າໄປໃນສານລັດຖະບານກາງທີ່ນະຄອນຫຼວງວໍຊິງຕັນໃນວັນ
ສຸກວານນີ້ ບ່ອນທີ່ຄະນະຕຸລາການພົບປະກັນເພື່ອຮັບຟັງຄຳໃຫ້ການນັ້ນ.

ທ່ານ Mueller ບໍ່ຍອມໃຫ້ຂໍ້ມູນກ່ຽວກັບການສືບສວນໃດໆຮົ່ວໄຫລເລີຍ.

ທ່ານ Mueller ໄດ້ຖືກແຕ່ງຕັ້ງ ໃຫ້ເປັນໄອຍະການພິເສດ ໃນເດືອນພຶດສະພາ ປີນີ້ ບໍ່ດົນຫຼັງຈາກ ໄດ້ມີການປົດທ່ານ James Comey ຫົວໜ້າອົງການສັນຕິບານກາງ
ຫຼື FBI ຂອງສະຫະລັດໃນເວລານັ້ນ ເພື່ອສືບສວນເບິ່ງການກ່າວຫາທີ່ວ່າ ຄະນະໂຄ
ສະນາຫາສຽງຂອງທ່ານທຣຳໄດ້ສົມຮູ້ຮ່ວມຄິດກັບຣັດເຊຍຫຼືບໍ່ເພື່ອໃຫ້ໄດ້ຮັບໄຊຊະ ນະໃນການເລືອກຕັ້ງ. ນອກນັ້ນທ່ານຍັງກວດເບິ່ງຄວາມເປັນໄປໄດ້ ທີ່ວ່າປະທານາ
ທິ ບໍດີອາດພະຍາຍາມທີ່ຈະແຊກແຊງເຂົ້າໃນການສືບສວນເລື່ອງຣັດເຊຍ.

ການສືບສວນດັ່ງກ່າວນີ້ ຍັງໄດ້ກວດກາເບິ່ງຄວາມເປັນໄປໄດ້ກ່ຽວກັບຄວາມສຳພັນ
ທາງດ້ານການເງິນ ລະຫວ່າງ ພວກນັກທຸລະກິດຣັດເຊຍ ແລະ ຄະນະໂຄສະນາຫາ
ສຽງ ຂອງທ່ານທຣຳ ແລະການວິ່ງເຕັ້ນຂອງຕ່າງປະເທດ ທີ່ດຳເນີນການ ໂດຍ ທ່ານ
Paul Manafort ອະດີດປະທານໂຄສະນາຫາສຽງຂອງທ່ານທຣຳແລະອະດີດທີ່ປຶກ
ສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Michael Flynn.

ນອກເໜືອໄປຈາກການສືບສວນຂອງທ່ານ Mueller ແລ້ວ ກຳມະການຂອງສະພາ
3 ຄະນະກໍກຳລັງທຳການສືບສວນ ກ່ຽວກັບຄວາມເປັນໄປໄດ້ ໃນການໃຊ້ອິດທິພົນ
ຂອງຣັດເຊຍ ເຂົ້າໃນການເລືອກຕັ້ງສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG