ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິງຕາມອົງການຂ່າວ CNN ດຣ. ຟາວຈີ ວ່າ ໂຄສະນາຂອງທ່ານ ທຣຳ ໄດ້ບິດເບືອນເນື້ອຫາ ໃນຄຳເວົ້າຂອງທ່ານ


ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ ຟັງຄຳເຫັນໃນລະຫວ່າງການໃຫ້ການໂດຍຄະນະກຳມະການສຸຂະພາບ, ແຮງງານ ແລະ ເບ້ຍບຳນານສະພາສູງ ກ່ຽວກັບ ການຕອບໂຕ້ຕໍ່ COVID-19, ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ, 23 ກັນຍາ, 2020.
ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ ຟັງຄຳເຫັນໃນລະຫວ່າງການໃຫ້ການໂດຍຄະນະກຳມະການສຸຂະພາບ, ແຮງງານ ແລະ ເບ້ຍບຳນານສະພາສູງ ກ່ຽວກັບ ການຕອບໂຕ້ຕໍ່ COVID-19, ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ, 23 ກັນຍາ, 2020.

ດຣ. ແອນໂທນີ ຟາວຈີ, ຜູ້ຊ່ຽວຊານລະດັບສູງ ກ່ຽວກັບ ໂຣກຕິດຕໍ່ໃນ ສະຫະລັດ ໄດ້ກ່າວຕໍ່ໂທລະ ພາບ CNN ໃນວັນອາທິດວານນີ້ວ່າ ຄຳເຫັນຂອງທ່ານ “ບໍ່ໄດ້ຖືກລາຍງານຢ່າງຖືກຕ້ອງ” ໃນໂຄ ສະນາສຳລັບປະທານາທິບໍດີ ດໍໂນລ ທຣຳ.

ທ່ານ ຟາວຈີ ໄດ້ກ່າວວ່າ, ໂຄສະນາດັ່ງກ່າວ, ເຊິ່ງໄດ້ຖືກເປີດເຜີຍໃນວັນເສົາທີ່ ຜ່ານມາວ່າທ່ານ ທຣຳ ໄດ້ຫາຍດີຈາກໄວຣັສໂຄໂຣນານັ້ນ, ແມ່ນຖືກເຮັດອອກມາໂດຍບໍ່ໄດ້ຮັບການອະນຸຍາດຈາກທ່ານ.

ທ່ານ ຟາວຈີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງຕໍ່ໂທລະພາບ CNN ວ່າ “ໃນການຮັບໃຊ້ສາທາ ລະນະເກືອບ 5 ທົດສະວັດໃນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າບໍ່ເຄີຍຮັບຮອງຜູ້ລົງແຂ່ງຂັນທາງ ການເມືອງຄົນໃດຢ່າງເປີດເຜີຍຕໍ່ສາທາລະນະ. ຄຳເຫັນຕ່າງທີ່ຖືວ່າເປັນຂອງຂ້າພະເຈົ້າທີ່ບໍ່ໄດ້ຮັບອະນຸຍາດຈາກຂ້າພະເຈົ້າໃນໂຄສະນາຂອງພັກຣີພັບບລີກັນ ແມ່ນໄດ້ບໍ່ໄດ້ຖືກລາຍງານຢ່າງ ຖືກ ຕ້ອງຈາກຄຳເວົ້າທີ່ກວ້າງຂວາງທີ່ຂ້າພະເຈົ້າໄດ້ກ່າວຫຼາຍເດືອນຜ່ານມາ ກ່ຽວກັບ ຄວາມພະຍາ ຍາມຂອງບັນດາເຈົ້າໜ້າທີ່ສາທາລະນະສຸກລັດຖະບານກາງ.”

ໂຄສະນາຍາວ 30 ນາທີທີ່ປາກົດວ່າຈະເປັນການຕັດຕໍ່ພາບວິດີໂອຂອງທ່ານ ຟາວຈີ ກ່າວວ່າ “ຂ້າ ພະເຈົ້າບໍ່ສາມາດຈິນຕະນາການໄດ້ວ່າ ຈະມີຄົນໃດສາມາດເຮັດໄດ້ຫຼາຍກວ່ານີ້” ຫຼັງຈາກຜູ້ບັນ ຍາຍໄດ້ເວົ້າເຖິງຄວາມພະຍາຍາມຂອງລັດຖະບານທ່ານ ທຣຳ ເພື່ອຕໍ່ສູ້ກັບໂຣກລະບາດ.

ການກ່າວຢໍ້າຄຳເວົ້ານັ້ນປະກົດວ່າໄດ້ມາຈາກການສຳພາດກັບໂທລະພາບ Fox News ໃນເດືອນມີນາທີ່ຜ່ານມາ. ໃນລະຫວ່າງການສຳພາດນັ້ນ, ທ່ານ ຟາວຈີ ໄດ້ກ່າວໃນເວລານັ້ນວ່າ “ພວກເຮົາບໍ່ເຄີຍມີໄພຂົ່ມຂູ່ແນວນັ້ນ. ການຕອບໂຕ້ປະສານງານກັນໄດ້ເປັນບາງຢ່າງ, ມັນມີຄຳເວົ້າຫຼາຍອັນທີ່ຈະອະທິບາຍມັນ, ຄຳວ່າໜ້າປະທັບໃຈ, ຂ້າພະເຈົ້າຄິດວ່າແມ່ນນຶ່ງໃນນັ້ນ. ພວກເຮົາກຳລັງເວົ້າ ກ່ຽວກັບ ການເຮັດວຽກຢ່າງໜັກ. ຂ້າພະເຈົ້າ, ແມ່ນນຶ່ງໃນຫຼາຍຄົນຢູ່ໃນທີມ, ຂ້າພະເຈົ້າ ບໍ່ແມ່ນຄົນດຽວເທົ່ານັ້ນ.”

ທ່ານໄດ້ສືບຕໍ່ເວົ້າວ່າ “ນັບຕັ້ງແຕ່ຕອນເລີ່ມຕົ້ນທີ່ພວກເຮົາໄດ້ຮູ້ວ່ານີ້ແມ່ນຫຍັງ, ຂ້າພະເຈົ້າໄດ້ອຸດທິດເວລາຢ່າງເຕັມທີ່ໃສ່ມັນ. ຂ້າພະເຈົ້າໄດ້ໄປທຳນຽບຂາວທຸກ ວັນກັບໜ່ວຍປະຕິບັດການພິເສດ. ມັນແມ່ນທຸກວັນເລີຍ. ສະນັ້ນ, ຂ້າພະເຈົ້າຈຶ່ງບໍ່ສາມາດຈິນຕະນາການໄດ້ວ່າ ພາຍໃຕ້ສະຖານະ ການໃດກໍຕາມມັນຈະມີໃຜຄົນ ໃດເຮັດໄດ້ຫຼາຍກວ່ານີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG