ແຟນໆເພງຂອງ VOA ຈະຕ້ອງທັນສະໄໝໄດ້ຮັບຟັງ
ເພງໃໝ່ໆທັນເຫດການຕະລອດ ແລະວັນນະສອນຈະນຳ
ຜົນງານເພງເດັ່ນໆທີ່ຫາກໍໄດ້ຮັບລາງວັນລູກທົ່ງອະເມຣິກັນ
(CMA-Country Music Awards) ທີ່ຫາກໍປະກາດຜົນ
ໄປໃນວັນທີ່ 10 ເດືອນຕຸລານີ້ ຊຶ່ງເພງທຳອິດນີ້ເປັນຂອງ
Brad Paisley ເຈົ້າຂອງລາງວັນສິນລະປິນດີເດັ່ນແຫ່ງ
ປີຫຼື Entertainer of the Year ແລະນີ້ກໍເປັນ
ຄັ້ງທໍາອິດຂອງຜູ້ກ່ຽວທີ່ໄດ້ຮັບສູງສຸດໃນວົງການເພງລູກ
ທົ່ງອະເມຣິກັນ ທີ່ທຸກໆສິນລະປິນໃຝ່ຝັນຢາກເປັນເຈົ້າຂອງ
ລາງວັນນີ້.
ຂໍມອບເພງ “Water” ຂອງ Brad Paisley ໃຫ້ແກ່ແຟນເພງທີ່ຊື່ນຊອບເພງລູກທົ່ງ
ອະເມຣິກັນ…ແລະຫວັງວ່າທ່ານຜູ້ຟັງຄົງຈະບໍ່ມີຄວາມຮູ້ສຶກທີ່ແຕກຕ່າງໄປຈາກວັນນະສອນ
ທີ່ເຫັນວ່າ ເພງນີ້ແມ່ນສຸດຍອດໄປເລີຍ…
“Water”
ສ່ວນນັກຮ້ອງສາວລູກທົ່ງອະເມຣິກັນ ສຽງດີຢ່າງ Marinda Lambart ກໍມາແຮງທີ່ສຸດ
ໃນເວລານີ້ ຊຶ່ງຜູ້ກ່ຽວມີຊື່ເຂົ້າຊີງລາງວັນເຖິງ 9 ຂະແໜງໃນປີ 2010 ນີ້ແລະກໍໄດ້ຄ້ວາ
ລາງວັນກັບບ້ານໄປ ເຖິງ 3 ລາງວັນດ້ວຍກັນ ອັນມີຕໍາແໜງ ນັກຮ້ອງຍິງດີເດັ່ນແຫ່ງປີ,
Album ຍອດຍ້ຽມແຫ່ງປີ ແລະ Video ຍອດຍ້ຽມແຫ່ງປີ ແລະກໍເປັນປີທໍາອິດເຊັ່ນກັນທີ່
Marinda ໄດ້ຮັບລາງວັນລູກທົ່ງອະເມຣິກັນ (CMA-Country Music Awards).
“The House That Builtt Me”
ວັນນະສອນຂໍແນະນຳຜົນງານເພງທີ່ໄດ້ຮັບລາງວັນຂອງກຸ່ມສິນລະປິນຍອດຍ້ຽມແຫ່ງປີ
Lady Antebelum ໃນບົດເພງ Need You Now ແລະຄັ້ງຕໍ່ໄປ ວັນນະສອນຈະນຳ
ຜົນງານເດັ່ນໆມາຝາກທ່ານຜູ້ຟັງອີກຟັງ ນອນລັບຝັນດີ ພົບກັນໃໝ່ໃນສັບປະດາໜ້າ.
“Need You Now”