ສົນທິສັນຍາສະບັບໃໝ່ວ່າດ້ວຍການຫ້າມໃຊ້ແລະຜະລິດລະເບີດທີ່ເອີ້ນວ່າ cluster bombs ຊຶ່ງເປັນລະເບີດທີ່ຖິ້ມລົງ
ຈາກເຮືອບິນແລ້ວແຕກອອກເປັນລະເບີດລູກນ້ອຍໆ ກໍານົດມີຜົນບັບຄັບໃຊ້ນັບແຕ່ວັນອາທິດ ມື້ນີ້ເປັນຕົ້ນໄປ.
30 ປະເທດທີ່ຮວມທັງອັງກິດ ຝລັ່ງ ເຢຍລະມັນແລະສປປ ລາວ ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາສະບັບນີ້ແລ້ວ
ແຕ່ພວກປະເທດທີ່ຜະລິດລະເບີດດັ່ງກ່າວລາຍໃຫຍ່ໆ ຈຳນວນນຶ່ງ ທີ່ຮວມທັງອີສຣາແອລ ຣັດເຊຍ ແລະສະຫະລັດອະເມຣິກາ ບໍ່ໄດ້ຮັບຮອງເອົາສົນທິສັນຍາສະບັບນີ້. ຢ່າງໃດກໍຕາມ ບັນດາກຸ່ມໃຫ້ການຊ່ອຍເຫລືອກໍຍັງກ່າວວ່າ ສົນທິສັນຍາສະບັບນີ້ເປັນບາດກ້າວທ່ີສຳຄັນອັນນຶ່ງ ໃນການຢຸດການຜະລິດອາວຸດຊະນິດນຶ່ງ ທີ່ເປັນເຂົາເຈົ້າເວົ້າວ່າໄດ້ສ້າງ ຄວາມທຸກທໍລະມານຢ່າງແສນສາຫັດ ໃຫ້ແກ່ພວກພົນລະເຮືອນ. ສົນທິສັນຍາສະບັບໃໝ່ນີ້ ຫ້າມປະເທດຕ່າງໆນໍາໃຊ້ ຜະລິດ ເກັບມ້ຽນ ຫລືໂອນ ລະເບີດ clusters ໄປໃຫ້ປະເທດອື່ນ.
ລະເບີດ cluster ເປັນລະເບີດບັ້ງໃຫຍ່ ທີ່ບັນຈຸລະເບີດນ້ອຍໆຫລາຍຮ້ອຍໜ່ວຍຢູ່ທາງໃນ ທີ່ເອີ້ນວ່າ ‘bomblets” ຫລື bombies ທີ່ກະຈາຍອອກໄປທົ່ວ ບໍລິເວນອັນກວ້າງຂວາງ ເວລາລະເບີດ cluster ແຕກຂຶ້ນກາງອາກາດ ຫລັງຈາກຖິ້ມລົງມາຈາກເຮືອບິນແລ້ວ. ເວລາລະເບີດ bombies ຕົກລົງສູ່ໜ້າດິນແລະບໍ່ແຕກນັ້ນ ມັນກໍຈະຕົກຄ້າງຢູ່ເທິງໜ້າດິນ ແລະສາມາດແຕກຂຶ້ນໄດ້ໃນເວລາດົນຕໍ່ມາ ແລະເຮັດພວກພົນລະເຮືອນ ໄດ້ຮັບບາດເຈັບແລະເສຍຊີວິດໄປ.
ທ່ານ Lou Maresca ທີ່ປຶກສາດ້ານກົດໝາຍປະຈຳສະພາກາແດງສາກົນ ກ່າວຕໍ່ວີໂອເອໃນວັນເສົາວານນີ້ວ່າ ຄວາມເສຍຫາຍແລະເຈັບປວດດັ່ງກ່າວທີ່ໄດ້ມີມາຍາວນານເປັນເວລາຫລາຍທົດສະວັດຫລັງຈາກ ສົງຄາມຍຸດຕິລົງແລ້ວ ແມ່ນເປັນສິ່ງທີ່ດົນໃຈພາໃຫ້ປະຊາຄົມ ນາໆຊາດຈັດຕັ້ງຂໍ້ຫ້າມນີ້ຂຶ້ນມາ.
ໃນແຕ່ລະປີ ມີປະຊາຊົນປະມານ 300 ຄົນ ໄດ້ຮັບບາດເຈັບຫລືບໍ່ກໍເສຍຊີວິດ ຍ້ອນລະເບີດທີ່ບໍ່ທັນແຕກເຫລົ່ານີ້ ທີ່ປະເທດລາວ.