ສົນທິສັນຍາທີ່ມີຜົນບັງຄັບໃຊ້ເມື່ອວັນອາທິດທີ 1 ສິງຫານີ້ ແມ່ນຫ້າມໃຊ້ ຜະລິດ ສະສົມແລະໂອນຍ້າຍລະເບີດຄລັສ ເຕີ ຫລືລະເບີດບັ້ງທີ່ບັນຈຸລະເບີດນ້ອຍໆຢູ່ທາງໃນ. ນອກ ນັ້ນແລ້ວ ສົນທິສັນຍາສະບັບນີ້ ຍັງກຳໜົົດໃຫ້ພວກປະ ເທດຕ່າງໆ ສະສາງກວາດລ້າງພື້ນທີ່ໜ້າດິນ ບ່ອນໃດທີ່ ຍັງມີລະເບີດຄລັສເຕີຕົກຄ້າງຢູ່ ແລະຊ່ວຍເຫລືອພວກໄດ້ ຮັບເຄາະ ທັງຫລາຍນັ້ນ ພ້ອມທັງກຳໜົດວັນເສັ້ນຕາຍ ສຳລັບທຳລາຍແລະກຳຈັດລະເບີດຊະນິດດັ່ງກ່າວ ທີ່ມີສະສົມໄວ້ນັ້ນ.
ທ່ານ ທໍມັສ ແນສ ຜູ້ປະສານງານກຸ່ມຈັດຕັ້ງປະສົມວ່າດ້ວຍລະເບີດຄລັສເຕີ ໄດ້ທໍາການ ປຸກລະດົມໃຫ້ມີການຫ້າມລະເບີດດັ່ງກ່າວນີ້ ນັບຕັ້ງແຕ່ປີ 2003 ເປັນຕົ້ນມາ. ທ່ານແນສ ໄດ້ສົມທຽບສົນທິສັນຍາວ່າດ້ວຍລະເບີດຄລັສເຕີສະບັບນີ້ ໃສ່ກັບສົນທິສັນຍາສະບັບປີ 1997 ທີ່ຫ້າມລະເບີດຝັງດິນ ໂດຍທ່ານກ່າວວ່າ ສົນທິສັນຍາວ່າດ້ວຍລະເບີດຄລັສເຕີນີ້ ເປັນສົນທິ ສັນຍາທີ່ຄົບຖ້ວນຮອບດ້ານ ຊຶ່ງທ່ານກ່າວຕື່ມວ່າ:
ສົນທິສັນຍາທີ່ວ່ານີ້ ແມ່ນເປັນເວທີ ທີ່ອໍານວຍໃຫ້ມີການກວດລ້າງສະສາງລະເບີດຄລັສເຕີ ໃຫ້ໝົດໄປຈາກໜ້າດິນ ແລະໃຫ້ການຊ່ອຍເຫລືອແກ່ຜູ້ໄດ້ຮັບເຄາະຮ້າຍ ແລະທຳ ລາຍຄັງແສງລະເບີດພວກນັ້ນໃຫ້ໝົດໄປ ແລະເພື່ອຮັບປະກັນວ່າພວກປະເທດບໍລິຈາກເງິນຊ່ອຍເຫລືອ ທໍາການຕິດຕໍ່ພົວພັນກັນກັບພວກປະເທດທີ່ໄດ້ຮັບຜົນກະທົບນັ້ນ ໃນທາງບວກ ເພື່ອໃຫ້ຊັບພະຍາກອນຫລືເງິນຫລືການຊ່ວຍເຫລືອຕ່າງໆນັ້ນ ສາມາດໄປຮອດໄປເຖິງຂົງເຂດເຫລົ່ານັ້ນ.
ລະເບີດຄລັສເຕີນີ້ແມ່ນເປັນລະເບີດທີ່ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ເພາະວ່າມັນ ບັນຈຸລະເບີດນ້ອຍໆ ຫລາຍຮ້ອຍລູກທີ່ຟົ້ງກະຈາຍໄປທົ່ວ ແລະແຕກຂຶ້ນໃນຂົງເຂດ ອັນກວ້າງຂວາງໄດ້. ລະເບີດລູກນ້ອຍໆຫລື ບອມບີທີ່ບໍ່ແຕກເວລາຕົກເຖິງດິນນັ້ນ ສາມາດກາຍເປັນລະເບີດຝັງດິນທີ່ເປັນໄພຂົ່ມຂູ່ຕໍ່ ປະຊາຊົນພົນລະເຮືອນເປັນເວລາ ດົນນານອີກຕໍ່ໄປ ຫລັງຈາກເສິກສົງຄາມໄດ້ສິ້ນສຸດລົງໄປແລ້ວ.
ສົນທິສັນຍາລະເບີດຄລັສເຕີດັ່ງກ່າວນີ້ ໄດ້ຖືກຜ່ານເອົາທີ່ກອງປະຊຸມທີ່ເມືອງດັບບລິນ ໄອແລນເໜືອ ເມື່ອເດືອນພືດສະພາ ປີ 2008 ແລະໄດ້ເປີດໃຫ້ ປະເທດຕ່າງໆເຊັນລົງນາມ ຮັບຮອງເອົາທີ່ກຸງອອສໂລ ປະເທດນໍເວ ໃນທ້າຍປີດຽວກັນນັ້ນ. ນໍເວ ເປັນປະເທດທຳອິດ ທີ່ເຊັນສົນທິສັນຍາສະບັບນີ້ ແລະປະເທດ ເລບານອນ ແລະລາວ ຊຶ່ງເປັນສອງປະເທດທີ່ ຍັງໄດ້ຮັບຜົນກະທົບຈາກລະເບີດຄລັສເຕີສືບຕໍ່ມາຢູ່ນັ້ນ ກໍໄດ້ລົງນາມ ຕາມມາຢ່າງໄວ.
ປະທານາທິບໍດີ ບາຣັກ ໂອບາມາ ກໍໄດ້ລົງນາມໃນກົດໝາຍທີ່ຫ້າມການສົ່ງອອກລະເບີດ ຄລັສເຕີ ທີ່ບໍ່ໄດ້ມາດຕະຖານບາງຢ່າງ. ແຕ່ສະຫະລັດກໍຍັງບໍ່ທັນໄດ້ລົງນາມເປັນພາຄີໃນ ສົນທິສັນຍາວ່າດ້ວຍການຫ້າມລະເບີດຄລັສເຕີນີ້ເທື່ອ. ນອກນີ້ແລ້ວ ກໍມີ ຈີນ ອີສຣາ ແອລ ອິນເດຍ ປາກີສຖານ ແລະອີກຫລາຍປະເທດ ທີ່ຍັງບໍ່ໄດ້ຕົກລົງວ່າຈະລົງນາມໃນ ສົນທິສັນຍາສະບັບນີ້ ໂຮມທັງປະເທດ ຈໍເຈຍ ແລະຣັດເຊຍ ກໍຍັງບໍ່ໄດ້ເຊັນລົງນາມ. ກຸ່ມສິ້ງຊອມສິດທິມະນຸດ ຫລື Human Rights Watch ກ່າວວ່າ ທັງສອງປະເທດນີ້ໄດ້ ໃຊ້ລະເບີດຄລັສເຕີ ໃນລະຫວ່າງການສູ້ລົບກັນໃນປີ 2008 ກ່ຽວກັບເຂດ Ossetia ໃຕ້ ທີ່ຢາກແຍກອອກຈາກຈໍເຈຍນັ້ນ.
ທ່ານແນສກ່າວຕໍ່ໄປວ່າ ປາກົດວ່າໄດ້ມີການປ່ຽນແປງໃນທ່າທີຂອງປະຊາຄົມນາໆຊາດ ກ່ຽວກັບລະເບີດຄລັສເຕີນີ້ ແລະນັ້ນໄດ້ມີຜົນກະທົບຕໍ່ພວກປະເທດ ທີ່ຍັງບໍ່ໄດ້ເຊັນຮັບຮອງ ເອົາຂໍ້ຕົກລົງສະບັບນີ້ ຊຶ່ງທ່ານຊີ້ແຈງວ່າ:
ສິ່ງທີ່ພວກເຮົາຫວັງແລະຄາດໝາຍໄວ້ນັ້ນ ກໍແມ່ນວ່າ ການຕໍ່ຕ້ານ ພວກລະເບີດ cluster ຢ່າງແຂງແຮງຂອງປະຊາຄົມນາໆຊາດ ຈະເລີ້ມຍັງຍັ້ງການເຄື່ອນໄຫວຕ່າງໆຂອງພວກປະເທດເຫລົ່ານີ້. ເຖິງແມ່ນພວກປະເທດເຫລົ່ານີ້ ຍັງບໍ່ທັນໄດ້ລົງນາມໃນສົນທິສັນຍາຢ່າງເປັນທາງການກໍຕາມ ແຕ່ພວກເຂົາເຈົ້າຈະມີຄວາມຮູ້ສຶກຖືກກົດດັນ ບໍ່ໃຫ້ໃຊ້ຫລື ຜະລິດ ຫລືໂອນພວກອາວຸດເຫລົ່ານີ້ໄປໃຫ້ປະເທດອື່ນໆຕື່ມອີກ ແລະ ແນ່ ນອນ ອັນນີ້ແຫລະແມ່ນສິ່ງທີ່ພວກເຮົາໄດ້ເຫັນ ໃນໄລຍະ 10 ປີຂອງສົນທິສັນຍາຫ້າມລະເບີດຝັງດິນ ຊຶ່ງໃນປັດຈຸບັນນີ້ ມີປະເທດຜະລິດລະເບີດດັ່ງກ່າວ ໜ້ອຍກວ່າເກົ່າຫລາຍ. ເກືອບວ່າບໍ່ມີຜູ້ໃດໃຊ້ລະເບີດຝັງດິນນີ້ອີກແລ້ວ ແລະພວກເຮົາໄດ້ເຫັນພວກລະເບີດດັ່ງກ່າວນີ້ ເກືອບວ່າໄດ້ຖືກກໍາຈັດຖິ້ມແລະບໍ່ໄດ້ຖືກນໍາມາໃຊ້ເປັນອາວຸດສົງຄາມອີກແລ້ວ.
ທ່ານແນສ ກ່າວວ່າ ມີ 37 ປະເທດແລ້ວ ທີ່ໄດ້ໃຫ້ສັດຕະຍາບັນແກ່ສົນ ທິສັນຍາສະບັບນີ້ ແລະກໍມີຫລາຍໆ ປະເທດທີ່ໄດ້ເລີ່ມເອົາບາດກ້າວໄປສູ່ການລົງນາມ. ກຸ່ມປະສົມວ່າດ້ວຍ ລະເບີດຄສັສເຕີຂອງທ່ານແນສ ກ່າວວ່າ ເມື່ອໝໍ່ໆມານີ້ທັງປະເທດ Moldova ແລະ ນໍເວ ຕ່າງກໍໄດ້ພາກັນທຳລາຍລະເບີດຄລັສເຕີ ຈໍານວນສຸດທ້າຍຂອງພວກຕົນ. ສ່ວນປະເທດ ສະເປນ ກໍໄດ້ທຳລາຍສາງລະເບີດຄລັສເຕີຂອງຕົນ ເມື່ອປີຜ່ານມາ. ນອກນີ້ແລ້ວ ໃນປີ 2009 ປະເທດອາລເບເນຍກໍໄດ້ເປັນພາຄີສົນທິສັນຍານີ້ປະເທດທຳອິດ ທີ່ໄດ້ສໍາເລັດເສັດສີ້ນການເກັບກູ້ລະເບີດຄລັສເຕີ ອອກຈາກໜ້າດິນຂອງຕົນ. ອົງການປະສົມນີ້ເວົ້າຕື່ມວ່າ ຍັງມີເກືອບສິບກວ່າປະເທດ ໂຮມທັງອັງກິດນໍາ ທີ່ໄດ້ເລີ່ມທຳລາຍອາວຸດດັ່ງກ່າວນີ້ ແລ້ວເຊັ່ນກັນ.
ຢ່າງໃດກໍຕາມ ຫ້ອງການກະຊວງຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການເກັບກູ້ ລະເບີດແລະລົດປະລິມານອາວຸດຕ່າງໆ ກ່າວໃນປີ 2008 ນັ້ນວ່າ ລະເບີດຄລັສເຕີເປັນ ເຄຶ່ອງມືທີ່ຈຳເປັນໃນຄັງອາວຸດຂອງປະເທດໃດນຶ່ງ ແຕ່ກໍສາມາດສ້າງໃຫ້ມັນ ປອດໄພກວ່ານັ້ນໄດ້ ສຳລັບພົນລະເຮືອນ.
ໃນປີດຽວກັນນັ້ນ ກະຊວງປ້ອງກັນປະເທດສະຫະລັດກໍໄດ້ຈັດຕັ້ງປະຕິບັດນະໂຍບາຍ ວ່າດ້ວຍລະເບີດຄລັສເຕີຊຸດປັດຈຸບັນຂອງຕົນ. ຈຸດສໍາຄັນທີ່ສຸດຂອງນະໂຍບາຍນີ້ ກໍແມ່ນວ່າ ຫລັງຈາກປີ 2018 ໄປແລ້ວ ກອງທັບສະຫະລັດຈະໃຊ້ແຕ່ລະເບີດຄລັສເຕີທີ່ບັນຈຸລະເບີດນ້ອຍໆ ຫລືບອມບີ ທີ່ຈະບໍ່ແຕກນັ້ນ ໜ້ອຍກວ່ານຶ່ງເປີເຊັນເທົ່ານັ້ນ ຊຶ່ງນີ້ກໍຈະເປັນການລົດຜ່ອນຈຳນວນລູກລະເບີດບອມບີທີ່ບໍ່ແຕກ ທີ່ຈະກາຍເປັນລະເບີດຝັງດິນນັ້ນລົງໄດ້ຫລາຍ. ກອງທັບສະຫະລັດກ່າວວ່າ ຕົນໄດ້ໃຊ້ລະເບີດຄລັສເຕີທີ່ວ່ານີ້ ໃນລະຫວ່າງສົງຄາມອີຣັກ.
ທ່ານແນສ ຜູ້ນໍາພາໃນການປຸກລະດົມຕໍ່ຕ້ານລະເບີດຄລັສເຕີ ກ່າວວ່າ ວ່າພວກປຸກລະດົມທັງຫລາຍກຳລັງຕັ້ງໜ້າລໍຄອຍ ກອງປະຊຸມຂອງພວກປະເທດພາຄີໃນສັນທິສັນຍາສະບັບນີ້ເທື່ອທຳອິດ ຊຶ່ງຈະໄດ້ຈັດຂື້ນໃນເດືອນພະຈິກປີນີ້ ທີ່ ສປປ ລາວ.
ເວລານີ້ຍັງບໍ່ຮູ້ຢ່າງແຈ້ງຂາວເມື່ອວ່າ ສະຫະລັດຈະສ່ົ່ງຜູ້ສັງເກດການຂອງຕົນໄປຮ່ວມໃນ ກອງປະຊຸມນັ້ນຫລືບໍ່ ເຖິງແມ່ນວ່າສະຫະລັດຍັງບໍ່ໄດ້ລົງນາມຮັບຮອງເອົາສົນທິສັນຍາ ສະບັບດັ່ງກ່າວນັ້ນກໍຕາມ.