ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ອະນຸຍາດໃຫ້ ນັກຂ່າວ ເກົາຫຼີໃຕ້ ໄປເບິ່ງການທັບມ້າງ ບ່ອນທົດລອງນິວເຄລຍ


ພາບນີ້ ເອົາມາຈາກ ວີດີໂອ ທີ່ບໍ່ໄດ້ລະບຸ ວັນເວລາ ທີ່ອອກອາກາດ ໂດຍອົງການຂ່າວ KRT ຂອງເກົາຫຼີເໜືອ ເມື່ອວັນຈັນ ທີ 15 ພຶດສະພາ 2017, ສະແດງໃຫ້ເຫັນ ທ່ານກິມ ຈົງ ອຶນ ຢູ່ທີ່ອັນທີ່ໄດ້ກ່າວກັນວ່າ ເປັນສະຖານທີ່ທົດລອງ ລູກສອນໄຟແຫ່ງນຶ່ງ ໃນເກົາຫຼີເໜືອທີ່ບໍ່ໄດ້ຖືກເປີດເຜີຍ.
ພາບນີ້ ເອົາມາຈາກ ວີດີໂອ ທີ່ບໍ່ໄດ້ລະບຸ ວັນເວລາ ທີ່ອອກອາກາດ ໂດຍອົງການຂ່າວ KRT ຂອງເກົາຫຼີເໜືອ ເມື່ອວັນຈັນ ທີ 15 ພຶດສະພາ 2017, ສະແດງໃຫ້ເຫັນ ທ່ານກິມ ຈົງ ອຶນ ຢູ່ທີ່ອັນທີ່ໄດ້ກ່າວກັນວ່າ ເປັນສະຖານທີ່ທົດລອງ ລູກສອນໄຟແຫ່ງນຶ່ງ ໃນເກົາຫຼີເໜືອທີ່ບໍ່ໄດ້ຖືກເປີດເຜີຍ.

ນັກຂ່າວຂອງເກົາຫຼີໃຕ້ ແປດຄົນ ໄດ້ເດີນທາງເຂົ້າໄປໃນເກົາຫຼີເໜືອແລ້ວ ໃນວັນພຸດມື້ນີ້
ຫຼັງຈາກທີ່ ໄດ້ຮັບການຮັບຮອງ ໃນນາທີສຸດທ້າຍ ໂດຍລະບອບການປົກຄອງທີ່ໂດດດ່ຽວ
ເພື່ອໃຫ້ສັງເກດເບິ່ງ ການທັບມ້າງບ່ອນທົດລອງນິວເຄລຍ ຂອງເກົາຫຼີເໜືອ.

ພວກນັກຂ່າວເກົາຫຼີໃຕ້ເຫຼົ່ານີ້ ແມ່ນຈະເດີນທາງໄປຮ່ວມກັບກຸ່ມພວກນັກຂ່າວຕ່າງ
ປະເທດ ທີ່ມາຈາກ ສະຫະລັດ ອັງກິດ ຈີນ ແລະ ຣັດເຊຍ ໃນວັນອັງຄານວານນີ້ ໃນ
ຖ້ຽວບິນ ຈາກປັກກິ່ງ ບິນໄປຍັງ ເມືອງ ວອນຊານ ຂອງເກົາຫຼີເໜືອ. ແຕ່ໂຊລ ກ່າວວ່າ
ກຸ່ມນັກຂ່າວຕ່າງປະເທດ ບໍ່ໄດ້ຂຶ້ນຖ້ຽວບິນນັ້ນ ຫຼັງຈາກທີ່ພຽງຢາງ ໄດ້ປະຕິເສດ ບໍ່ຮັບ
ເອົາພວກເຂົາເຈົ້າ.

ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ກ່າວວ່າ ພວກນັກຂ່າວ ໄດ້ຖືກຮັບເອົາໃນທີ່ສຸດ
ໂດຍເກົາຫຼີເໜືອ ໃນວັນພຸດມື້ນີ້ ໂດຍຜ່ານຂໍ້ຄວາມທີ່ສົ່ງມາໃຫ້ ໂດຍຊ່ອງທາງການສື່
ສານຂ້າມຊາຍແດນ ຢູ່ທີ່ບ້ານສະຫງົບເສີກ ປັນມູນຈອມ. ນັກຂ່າວທັງແປດຄົນ ເຊິ່ງ 4
ຄົນມາຈາກເຄືອຂ່າຍໂທລະພາບ ແລະ 4 ຄົນມາຈາກອົງການຂ່າວຕ່າງໆ ໄດ້ບິນໂດຍກົງ
ໄປຍັງເມືອງ ວອນຊານ ຢູ່ເທິງເຮືອບິນທະຫານລຳນຶ່ງ.

ກຸ່ມດັ່ງກ່າວ ຈະໃຊ້ເວລາເດີນທາງ 12 ຊົ່ວໂມງ ໂດຍທາງລົດໄຟ ບວກກັບອີກຫຼາຍຊົ່ວ
ໂມງຢູ່ໃນລົດເມ ແລະດ້ວຍທາງຍ່າງ ກ່ອນທີ່ພວກເຂົາເຈົ້າຈະໄປເຖິງ ບ່ອນທົດລອງ
ນິວເຄລຍ ປຸງກາຍ-ຣີ ໃນຂົງເຂດພູຜາທີ່ຫ່າງໄກສອກຫລີກ.

ບ່ອນທົດລອງນິວເຄລຍ ປຸງກາຍ-ຣີ ເປັນບ່ອນທີ່ເກົາຫຼີເໜືອ ໄດ້ທຳການທົດລອງ
ນິວເຄລຍ ຂອງຕົນ ທັງໝົດ 6 ຄັ້ງ ນັ້ນ ແມ່ນໄດ້ມີກຳນົດທີ່ຈະຖືກທຳລາຍຖິ້ມ ໃນ
ລະຫວ່າງວັນພຸດ ແລະ ວັນສຸກ ເຊິ່ງຂຶ້ນຢູ່ກັບ ສະພາບຂອງອາກາດ.

Koreas Nuclear Site
please wait
Embed

No media source currently available

0:00 0:00:39 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG