ບັນດາສະມາຊິກສະພາສູງສະຫະລັດ ໄດ້ເສັດສິ້ນການປະຊຸມໃນຕອນແລງວັນພະຫັດ
ວານນີ້ ໂດຍປາດສະຈາກການລົງຄະແນນສຽງຮັບເອົາຮ່າງກົດໝາຍ ທີ່ໃຫ້ທຶນແກ່ການ
ປະຕິບັດງານຂອງລັດຖະບານ ກາຍວັນສຸກມື້ນີ້.
ບັນດາສະມາຊິກສະພາສູງ ຈະເລີ້ມອະພິປາຍກັນອີກ ໃນຕອນເຊົ້າວັນສຸກມື້ນີ້ ກ່ຽວກັບ
ຮ່າງກົດໝາຍທີ່ທາງສະພາຕໍ່າ ໄດ້ຮັບຜ່ານ ໃນຕອນແລງວັນພະຫັດວານນີ້.
ມາດຕະການດັ່ງກ່າວ ໄດ້ມີການຮັບຮອງເອົາ ດ້ວຍຄະແນນສຽງ 230 ຕໍ່ 197.
ບັນດາສະມາຊິກສະພາ ມີທາງເລືອກຢູ່ສອງທາງ ຄື ເຫັນພ້ອມກັບມາດຕະການໃຊ້ຈ່າຍ
ຊົ່ວຄາວເປັນເວລານຶ່ງເດືອນທີ່ຮູ້ກັນຢູ່ລັດຖະສະພາວ່າ CR ຫຼືບໍ່ດັ່ງນັ້ນກໍປິດບາງສ່ວນ
ຂອງລັດຖະບານຈົນກວ່າຈະສາມາດຕົກລົງກັນໄດ້ໃນເລື່ອງການໃຊ້ຈ່າຍ.
ບັນດາສະມາຊິກພັກເດໂມແຄຣັດ ບໍ່ໃຫ້ການສະໜັບສະໜູນ ຕໍ່ຮ່າງກົດໝາຍນີ້ ຈຶ່ງບັງ
ຄັບການເຈລະຈາກັນລະຫວ່າງ ປະທານສະພາຕໍ່າທ່ານ ພອລ ຣາຍອັນ ແລະກຸ່ມນິຍົມ
ແນວທາງເດີມອິດສະຫຼະພາບ ຂອງສະພາຕໍ່າ ເພື່ອຄໍ້າປະກັນວ່າຮ່າງກົດໝາຍທີ່ຈະມີ
ການຮັບຮອງເອົາ. ປະທານຂອງກຸ່ມອິດສະຫຼະພາບໃນສະ ພາຕໍ່າ ທ່ານມາກ ມີດາວສ໌
ໄດ້ໃຫ້ຄວາມໝັ້ນໝາຍ ຕໍ່ການລົງຄະແນນສຽງໃນອະນາຄົດກ່ຽວກັບການໃຫ້ທຶນສະ
ໜັບສະໜຸນກອງທັບແລະຮ່າງກົດໝາຍຄົນເຂົ້າເມືອງ ທີ່ພວກນິຍົມແນວທາງເດີມເຫັນ
ພ້ອມນຳນັ້ນ.
ສະມາຊິກສະພາຕໍ່າ ທ່ານຣອລ ລາບຣາດໍ ຈາກກຸ່ມອິດສະຫຼະພາບ ກ່າວເຖິງຄວາມໝັ້ນ
ໝາຍຂອງຄະນະຜູ້ນຳ ທີ່ຈະນຳເອົາຮ່າງກົດໝາຍຄົນເຂົ້າເມືອງຂອງທ່ານ ຊຶ່ງເປັນຜູ້
ຮ່ວມສະເໜີກັບປະທານຄະນະກຳມະການຍຸຕິທຳຂອງສະພາຕໍ່າ ທ່ານບອບ ກູດແລັດ
ໃຫ້ມີການລົງຄະແນນສຽງ. ຮ່າງກົດໝາຍນີ້ແມ່ນຮວມທັງ ການແກ້ໄຂຢ່າງຖາວອນທາງ
ດ້ານນິຕິບັນຍັດ ຕໍ່ໂຄງການພວກເດັກນ້ອຍທີ່ເຂົ້າມາໃນສະຫະລັດບໍ່ມີເອກກະສານ ຫຼື
ດາກາ.
ໃນເດືອນກັນຍາປີກາຍ ປະທານາທິບໍດີດໍໂນລ ທຣໍາໄດ້ສັ່ງໃຫ້ຍຸຕິ ໂຄງການຂອງລັດ
ຖະບານທ່ານໂອບາມາ ທີ່ໄດ້ປົກປ້ອງບັນດາຊາວໜຸ່ມເຂົ້າເມືອງທີ່ບໍ່ມີເອກກະສານຜູ້
ທີ່ໄດ້ຖືກນຳເຂົ້າມາສະຫະລັດຢ່າງຜິດກົດໝາຍໃນຂະນະທີ່ຍັງ ເປັນເດັກນ້ອຍຢູ່ນັ້ນ.
ສະມາຊິກສະພາພັກເດໂມແຄຣັດໄດ້ຊຸກຍູ້ໃຫ້ຮ່າງກົດໝາຍການໃຊ້ຈ່າຍຊົ່ວຄາວຮວມການແກ້ໄຂຕໍ່ພວກດາກາ 800,000 ຄົນຜູ້ທີ່ຈະສູນເສຍການຄຸ້ມຄອງຂອງເຂົາເຈົ້າ
ຈາກການຖືກເນລະເທດໃນວັນທີ 5 ເດືອນມີນາຈະມາເຖິງນີ້ນອກຈາກວ່າ ສະພາ
ຈະເອົາມາດຕະການ.