ບັນດາສະມາຊິກສະພາ ກຳລັງພາກັນເຮັດວຽກ ເພື່ອຫັນປ່ຽນການປິດພາກສ່ວນຫ້ອງ
ການລັດຖະບານ ທີ່ອອກມາຈາກກອງປະຊຸມປິດລັບໃນວັນພຸດວານນີ້ ໂດຍຢືນຢັນວ່າ
ໄດ້ບັນລຸຂໍ້ຕົກລົງດ້ານຄວາມປອດໄພຊາຍແດນໃນອີກບໍ່ເທົ່າໃດມື້ທີ່ຈະມາເຖິງ ແຕ່ໄດ້
ເນັ້ນໜັກວ່າຄວາມແຕກຕ່າງລະຫວ່າງທັງສອງພັກຝ່າຍຍັງມີຢູ່ໃນພາກສ່ວນປະກອບສະເພາະສຳລັບຂໍ່ຕົກລົງບົ່ມຊ້ອນ.
ທັງສອງພັກຝ່າຍຂອງກອງປະຊຸມຄະນະກຳມະການພິຈາລະນາ ສ້າງໜ້າວຽກຮ່າງແຜນ
ການສົ່ງເສີມຄວາມປອດໄພຊາຍແດນສະຫະລັດຕ້ອງໃຫ້ເສັດສິ້ນລົງ ກ່ອນໜ້າທຶນຂອງ
ລັດຖະບານກາງຈະໝົດອາຍຸລົງໃນວັນທີ 15 ກຸມພານີ້ ໂດຍໄດ້ປຶກສາຫາລືໃນທາງສ່ວນ
ໂຕກັບບັນດາເຈົ້າໜ້າທີ່ພາສີສະຫະລັດ ແລະພວກປ້ອງກັນຊາຍແດນໂດຍສະເພາະ. ກອງປະຊຸມທີ່ວ່ານັ້ນ ໄດ້ເກີດຂຶ້ນນຶ່ງມື້ຫຼັງຈາກປະທານາທິບໍດີສະຫະລັດ ທ່ານດໍໂນລ
ທຣຳ ໄດ້ອະນຸມັດທຶນຄືນ
ໃໝ່ຮຽກຮ້ອງໃຫ້ມີກຳແພງກັ້ນ ຢູ່ຕາມຊາຍແດນລະຫວ່າງສະຫະລັດກັບເມັກຊິໂກ.
ສະມາຊິກສະພາສູງ ປະທານຄະນະກຳມະການງົບປະມານ ທ່ານຣິດຈາຣດ໌ ແຊລບີ
ສັງກັດພັກຣິພັບບລິກັນ ຈາກລັດອາລາບາມາ ກ່າວຕໍ່ບັນດານັກຂ່າວວ່າ "ເວລາຫຍັບ
ໃກ້ເຂົ້າມາ. ພວກເຮົາມີຄວາມຫວັງ. ມີນ້ຳສຽງດີ ໃນບັນດາຜູ້ປຶກສາຫາລືຕ່າງໆ. ບັດນີ້
ພວກເຮົາກຳລັງພົບກັບຂໍ້ຕົກລົງທີ່ມີເນື້ອຫາ.”
ສະມາຊິກສະພາສູງນ້ຳເບີ 2 ສັງກັດພັກເດໂມແຄຣັດ ທ່ານດິກ ເດີຣບິນ ຈາກລັດອິລ
ລີນອຍ ກ່າວວ່າ " ພວກເຮົາທັງໝົດມີຄວາມຮູ້ສຶກກົດດັນ ຢາກໃຫ້ຕົກລົງກັນໄດ້ ແລະ
ຂ້າພະເຈົ້າກໍເຊື່ອວ່າ ພວກເຮົາຄວນ."
ສະມາຊິກສະພາຕໍ່າສັງກັດພັກຣີພັບບລິກັນ ຈາກລັດເທນເນັສຊີ ທ່ານຈັກ ຟລາຍສແມ
ກ່າວວ່າ “ຂ້າພະເຈົ້າສືບຕໍ່ມອງເຫັນໄປໃນທາງດີ. ພວກເຮົາມີແນວຄິດດີຫຼາຍຢູ່ໃນຫ້ອງ
ນັ້ນ. ພວກເຮົາມີຈິດໃຈທີ່ດີຫຼາຍຢູ່ໃນຫ້ອງນັ້ນ.”
ໃນຂະນະດຽວກັນ ບັນດາສະມາຊິກສະພາສະຫະລັດກໍໄດ້ຮັບຮູ້ວ່າ ຄວາມບໍ່ເຫັນພ້ອມ
ນຳກັນຍັງມີ ທີ່ຈະຕ້ອງໄດ້ແກ້ໄຂ.