ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງ Clinton ຈະຍົກເລີກ ງານໂຄສະນາ ຫາສຽງ ຢູ່ໃນລັດ California


Hillary Clinton Health
please wait

No media source currently available

0:00 0:01:36 0:00

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຈະບໍ່ລົງຫາສຽງ ໃນລັດ California ທາງພາກຕາເວັນຕົກ ຂອງ ປະເທດ ໃນວັນຈັນມື້ນີ້ ຫຼື ວັນອັງຄານມື້ອື່ນ ຫຼັງຈາກໄດ້ຖືກວິນິດໄສວ່າ ເປັນໂຣກ ປອດບວມ.

ໂຄສົກຂອງທ່ານນາງ Clinton ໄດ້ປະກາດເມື່ອຕອນແລງ ວັນອາທິດວານນີ້ ວ່າ ທ່ານນາງ ຈະບໍ່ເດີນທາງ ຕາມແຜນການທີ່ໄດ້ວາງໄວ້ກ່ອນໜ້ານີ້ ຊຶ່ງຈະລວມມີ ການໂຄສະນາ ລະດົມທຶນ ແລະ ການກ່າວຄຳປາໄສກ່ຽວກັບເສດຖະກິດ ນຳດ້ວຍ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump, ກາງ, ເດີນທາງໄປເຂົ້າຮ່ວມ ພິທີ​ໄວ້ອາ​ໄລແຫ່ງ​ຊາດ ແລະ​ລະນຶກ​ເຖິງພວກ​ເຄາະ​ຮ້າຍ ໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 11 ກັນຍາ​, ວັນທີ 11 ກັນຍາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump, ກາງ, ເດີນທາງໄປເຂົ້າຮ່ວມ ພິທີ​ໄວ້ອາ​ໄລແຫ່ງ​ຊາດ ແລະ​ລະນຶກ​ເຖິງພວກ​ເຄາະ​ຮ້າຍ ໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 11 ກັນຍາ​, ວັນທີ 11 ກັນຍາ 2016.

ຄະນະໂຄສະນາຫາສຽງຂອງທ່ານນາງ Clinton ກ່າວວ່າ ທ່ານໝໍຄົນໜຶ່ງ ໄດ້ກວດ ທ່ານນາງ Clinton ໃນວັນສຸກຜ່ານມາ ຍ້ອນອາການໄອທີ່ຍືດເຍື້ອ ແລະ ໃນເວລານັ້ນ ໄດ້ບອກ ທ່ານນາງວ່າ ເປັນໂຣກປອດບວມ. ພວກທ່ານໝໍໄດ້ໃຫ້ຢາຕ້ານເຊື້ອໂຣກ ແກ່ທ່ານນາງ ແລະ ໄດ້ແນະນຳ ໃຫ້ທ່ານນາງພັກຜ່ອນ ແລະ ດັດແກ້ຕາຕະລາງ ຂອງທ່ານນາງ.

ແຕ່ການວິນິດໄສ ແມ່ນບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະຊົນ ຈົນຮອດວັນອາທິດວານນີ້ ຫຼັງຈາກທີ່ທ່ານນາງໄດ້ປາກົດວ່າ ມີອາການບໍ່ໝັ້ນຄົງ ຢູ່ທີ່ພິທີລຳລຶກເຖິງຜູ້ເຄາະຮ້າຍ ໃນການໂຈມຕີ ວັນທີ 11 ກັນຍາ ຢູ່ທີ່ລັດ New York. ທ່ານນາງໄດ້ອອກໄປຈາກ ພິທີດັ່ງກ່າວຢ່າງກະທັນຫັນ ແລະ ພາບວີດີໂອ ໄດ້ສະແດງໃຫ້ເຫັນວ່າ ທ່ານນາງໄດ້ຮັບ ການຊ່ອຍເຫຼືອ ໂດຍຫຼາຍຜູ້ຄົນ ກ່ອນທີ່ຈະໂຊເຊລົ້ມລົງ ຈາກທາງຍ່າງ ແລະ ໄດ້ຖືກ ຊ່ອຍສົ່ງຂຶ້ນລົດຕູ້ໄປ.

ທ່ານໝໍຂອງທ່ານນາງ Clinton ໄດ້ກ່າວວ່າ ຫຼັງຈາກນັ້ນມາ ທ່ານນາງ ມີອາການ “ອຸນ - ຫະພູມໃນຮ່າງກາຍຮ້ອນເກີນໄປ ແລະ ຂາດແຄນນ້ຳໃນຮ່າງກາຍ” ແຕ່ “ຟື້ນຕົວ ຄືນສູ່ສະພາບປົກກະຕິໄດ້ ເປັນຢ່າງດີ.”

ຜູ້ສະໝັກທ່ານນີ້ ມີອາຍຸໄດ້ 68 ປີ ຕໍ່ຈາກນັ້ນ ໄດ້ອອກມາປາກົດຕົວຈາກເຮືອນພັກ ຂອງ ລູກສາວ ນາງ Chelsea ບ່ອນທີ່ທ່ານນາງ ໄດ້ໂບກມືທັກທາຍພວກຜູ້ສະໜັບສະໜູນ.

“ຂ້າພະເຈົ້າຮູ້ສຶກດີຫຼາຍ. ມັນເປັນມື້ທີ່ ສວຍສົດງົດງາມ ຢູ່ໃນ New York” ນັ້ນຄື ຄຳເວົ້າຂອງທ່ານນາງ Clinton ໃນຂະນະທີ່ ລົດຂອງທ່ານນາງເດີນທາງອອກໄປ.

Hillary Clinton Falls Ill at 9/11 Memorial
please wait

No media source currently available

0:00 0:01:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG