ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ Chelsea Clinton ແຕ່ງງານ


ນາງ Chelsea ລູກ​ສາວ​ອະດີດ​ປະທານາທິບໍດີຂອງ​ສະຫະລັດ​ ໄດ້ແຕ່ງງານ​ກັບ​ທ້າ​ວ Marc Mezvinski ນາຍ​ທະນາຄານ​ລົງທຶນ ທີ່​ເປັນ​ຄົນຮັກ​ກັນ​ມາ​ເປັນ​ເວລາ​ດົນ​ນານ​ ໃນ​ພິທີ​ສົມລົດ ທີ່ຈັດ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ຫລູຫລາ​ທີ່ຄະລືຫາດ​ແຫ່ງ​ນຶ່ງ​ ​ແຄມ​ແມ່​ນ້ຳ Hudson ​ໃນ​ລັດ​ນີວຢອກ.

ນາງ Chelsia Clinton ວັຍ 30 ປີ ​ໄດ້​ແຕ່ງງານ​ກັບ​ທ້າວ Mezvinsky ວັຍ ​32 ປີ ​ໃນ​ວັນ​ເສົາ​ວານ​ນີ້​ ທີ່ ຄະລືຫາດ Astor Court ຫ່າງ​ໄກຈາກ​ສາຍ​ຕາ​ຜູ້​ຄົນ ໃນ​ເມືອງ Rhinebeck ຊຶ່ງ​ຕັ້ງຢູ່​ຫ່າງ​ຈາກນະຄອນ​ນີວຢອກ​ ໄປ​ທາງ​ທິດ​ເໜືອ 160 ຫລັກ​ກິ​ໂລ​ແມັດ.

ພໍ່​ແມ່​ຂອງ​ເຈົ້າ​ສາວ ຄື​ອະດີດ​ປະທານາທິບໍດີ Bill Clinton ​ແລະ​ທ່ານ​ນາງ Hillary Clinton ລັດຖະມຸນຕີ​ການ​ຕ່າງ ປະ​ເທດ​ສະຫະລັດໃນ​ປັດຈຸ​ບັນ ​ໄດ້​ອອກ​ຖະ​ແຫລ​ງການ​ ສະບັບ​ນຶ່ງ ໃນ​ເວລາ​ຕໍ່​ມາ ​ກ່າວ​ວ່າ ພວກ​ທ່ານ​ທັງ​ສອງ​ໄດ້​ເປັນ​ສັກຂີ​ພິຍານ ໃນພິທີ​ສົມລົດ​ດ້ວຍຄວາມ​ພາກພູມ​ໃຈ​ແລະ​ຕື້ນ​ຕັນ​ໃຈ ຢ່າງ​ໃຫຍ່ຫລວງ​. ນອກນັ້ນ​ ພວກ​ທ່ານ​ທັງ​ສອງ​ຍັງ​ໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ໄປ​ຍັງປະຊາຊົນ ​ໃນ​ເມືອງ Rhinebeck ທີ່ໄດ້​ອວຍ​ໄຊ​ ໃຫ້​ພອນ​ແກ່ເຂົາ​ເຈົ້າ​ນັ້ນ.

ພວກ​ນັກ​ທ່ອງ​ທ່ຽວ​ແລະ​ນັກ​ຂ່າວ​ມາ​ຈາກ​ທົ່ວ​ໂລກ​ໄດ້​ພາກັນ​ລຸ​ຫລັ່ງ​ ໄປ​ຍັງ​ເມືອງ​ໃນເຂດຮ່ອມ​ພູ​ແຫ່ງ​ນີ້​ ໃນ​ຄວາມ​ຫວັງ​ວ່າ​ຈະ​ໄດ້​ເຫັນພວກ​ດາລາ​ໜັງ ທີ່ມີຊືສຽງ​ໂດ່​ງດັງ ​ແລະ​ພວກ​ເ​ເຂກ​ຮັບ​ເຊີນ​ທີ່​ມີ​ຊື່​ສຽງ​ຄົນ​ອື່ນໆ​ ທີ່ໄປຮ່ວມ​ໃນ​ພິທີ​ດັ່ງກ່າວ​ນີ້​.

XS
SM
MD
LG