ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນຢ້ຽມຢາມ ອາ​ເມ​ຣິກາ​ລາ​ຕິນ


ທ່ານ​ນາງ ຮີ​ລລາຣີ ຄລິນ​ຕັນ ​ລັດ​ຖະມົນຕີ​ການ​ຕ່າງ
ປະ​ເທດສະຫະລັດ ເດີນທາງ​ໄປ​ເຖິງ ລີ​ມາ ນະ​ຄອນ​ຫຼວງ
ຂອງປະ​ເທດເປຣູ​ ໃນວັນອາທິດ​ວານ​ນີ້ ​ໃນ​ການ​ເລີ່​ມຕົ້ນ​
ການ​ເຄື່ອນ​ໄຫວ​ຢ້ຽມຢາມພາກ​ພື້ນ​ອະ​ເມຣິກາ​ລາ​ຕິນ.

ທ່ານ​ນາງ​ຄລິນ​ຕັນ ທຳ​ການພົບ​ປະ​ກັບບັນດາລັດຖະມົນ​ຕີ
ການຕ່າງປະ​ເທດ ຂອງ​ອົງການກຸ່ມ​ປະ​ເທດ​ໃນ​ພາກ​ພື້ນ​
ອາ​ເມຣິກາ ຫລື OAS ໃນ​ວັນ​ຈັນ​ມື້​ນີ້. ນອກ​ນັ້ນ​ແລ້ວ​
ທ່ານ​ນາງ​ຍັງ​ມີ​ໝາຍກຳໜົດ​ການ​ພົບ​ປະ​ກັບ​ ປະທານາ
ທິບໍດີ​ຂອງເປຣູ ທ່ານ ອາ​ລັນ ກາ​ເຊັຽນຳ.

ຫລັງ​ຈາກ​ນັ້ນ ທ່ານ​ນາງ​ຄລິນ​ຕັນຈະ​ເດີນທາງໄປ​ຍັງ ເອກົວ​ດໍ ​ແລະ ​ໂຄ​ລຳ​ເບັຽ ​
ເພື່ອ​ເຈລະຈາຫາລື​ກັບ​ພວກຜູ້ນຳ​ລັດຖະບານ​ຂອງ​ປະ​ເທດ​ເຫລົ່ານັ້ນ. ທີ່ ​ເອ​ກົວ​ດໍ
ທ່ານ​ນາງ​ຄລິນ​ຕັນຈະກ່າວ​ຄຳ​ປາ​ໃສ ​ກ່ຽວ​ກັບ ນະໂຍບາຍ​ຂອງ​ທ່ານ​ປະທານາທິບໍດີ
ໂອ​ບາ​ມາ ທີ່​ມີ​ຕໍ່​ບັນດາ​ປະ​ເທດຊີກ​ໂລກ​ຕາເວັນ​ຕົກ.

XS
SM
MD
LG