ແມ່ຍິງຈຳນວນ 100 ຄົນຈາກທົ່ວໂລກ ໄດ້ໄປເຕົ້າໂຮມກັນ
ຢູ່ທີ່ກະຊວງການຕ່າງປະເທດສະຫະລັດໃນວັນຈັນວານນີ້
ເພື່ອເປັນຂີດໝາຍໃນການເລີ່ມຕົ້ນຂອງການປະຕິບັດງານ
ກ່ຽວກັບອັນທີ່ເອີ້ນວ່າ “ການລິເລີ່ມຂອງພວກແມ່ຍິງ 100
ຄົນ ໃນຫົວຂໍ້ມອບອຳນາດໃຫ້ແກ່ພວກແມ່ຍິງແລະເດັກສາວ
ໂດຍຜ່ານການແລກປ່ຽນນາໆຊາດ ຫຼື “100 Women
Initiative: Empowering Women and Girls Through International Exchanges.”
ທ່ານນາງ Clinton ກ່າວຕໍ່ພວກແມ່ຍິງເຫຼົ່ານີ້ວ່າ ພວກ
ເຂົາເຈົ້າເປັນຜູ້ບຸກເບີກ ທີ່ເປັນແຮງບັນດົນໃຈໃຫ້ທ່ານນາງ
ແລະບຸກຄົນອື່ນໆ ໂດຍຜ່ານບົດບາດຂອງພວກເຂົາເຈົ້າໃນ
ດ້ານທຸລະກິດ ດ້ານການສຶກສາ ໃນວົງການລັດຖະບານ
ແລະສັງຄົມພົນລະເຮືອນ ຢູ່ໃນ 92 ປະເທດທີ່ເປັນບ້ານ ເກີດເມືອງນອນຂອງພວກເຂົາເຈົ້ານັ້ນ.
ພວກແມ່ຍິງເຫຼົ່ານີ້ຈະໃຊ້ເວລາ 3 ອາທິດ ປະກອບສ່ວນ
ເຂົ້າໃນກິດຈະການຕ່າງໆ ກັບພວກເຈົ້າໜ້າທີ່ລັດຖະບານ
ສະຫະລັດ ແລະພວກຜູ້ນຳຂອງປະຊາຄົມໃນເຂດທ້ອງຖິ່ນ
ຕ່າງໆ ທີ່ພວມດຳເນີນງານກ່ຽວກັບບັນຫາທີ່ຄ້າຍຄືກັນນີ້.
ການລິເລີ່ມດັ່ງກ່າວແມ່ນພາກສ່ວນນຶ່ງຂອງໂຄງການແລກປ່ຽນການຢ້ຽມຢາມຂອງພວກຜູ້ນຳ
ນາໆຊາດ ທີ່ນຳເອົາພວກຜູ້ນຳໃນປັດຈຸບັນແລະພວກຜູ້ນຳທີ່ກຳລັງໂຜ່ໂຕຂຶ້ນມາໃໝ່ ປະມານ
5,200 ຄົນ ມາຍັງສະຫະລັດ ເພື່ອພົວພັນກັບພວກຄູ່ຕຳແໜ່ງຢູ່ໃນສະຫະລັດ ແລະຮຽນຮູ້
ກ່ຽວກັບສັງຄົມ ແລະວັດທະນະທຳຂອງອາເມຣິກາ.
ທ່ານນາງ Clinton ໄດ້ດຳເນີນງານເພື່ອນຳເອົາເລື່ອງສິດທິຂອງພວກແມ່ຍິງ ຂຶ້ນເປັນນະໂຍ
ບາຍທີ່ສຳຄັນອັນນຶ່ງ ໃນຕອນທີ່ທ່ານນາງເປັນສະຕີໝາຍເລກນຶ່ງຂອງສະຫະລັດໃນຊຸມປີ
1990 ແລະບັດນີ້ ໃນຖານະລັດຖະມົນຕີການຕ່າງປະເທດຂອງສະຫະລັດ. ໃນມື້ວານນີ້
ທ່ານນາງກ່າວວ່າ ການລົງທືນໃສ່ແມ່ຍິງນັ້ນ ເປັນການກະທໍາທີ່ຖືກຕ້ອງແລະສາມາດຊ່ວຍ
ຜ່ອນເບົາບັນຫາຕ່າງໆ ເຊ່ນຄວາມທຸກຍາກແລະຄວາມອຶດຫິວນັ້ນ ລົງໄດ້.
// ສຽງ //
ທ່ານນາງຄລິນຕັນກ່າວວ່າ “ສໍາລັບຂ້າພະເຈົ້າແລ້ວ ການລົງທຶນໃສ່ແມ່ຍິງແມ່ນ
ສະຫລາດ ແລະກໍໄດ້ຜົນ.”
ລາຍການທີ່ເລີ່ມຕົ້ນຂຶ້ນໃນວັນຈັນວານນີ້ ແມ່ນນຶ່ງໃນເຫດການຫຼາຍໆຢ່າງ ທີ່ຈະມີຂຶ້ນໃນ
ໄລຍະນຶ່ງປີຂ້າງໜ້າເພື່ອເນັ້ນໜັກບັນຫານະໂຍບາຍການຕ່າງປະເທດ ທີ່ສຳຄັນໆ ທີ່ມີຜົນ
ສະທ້ອນໂດຍກົງຕໍ່ພວກແມ່ຍິງແລະເດັກສາວຢູ່ໃນທົ່ວໂລກ.
ວັນຄົບຮອບ 100 ປີຂອງວັນແມ່ຍິງສາກົນ ແມ່ນວັນອັງຄານມື້ນີ້. ທ່ານນາງ Clinton ແລະສະຕີໝາຍເລກນຶ່ງຂອງສະຫະລັດ ຄືທ່ານນາງ Michelle Obama ຈະພາກັນ
ສະເຫຼີມສະຫຼອງວັນດັ່ງກ່າວ ດ້ວຍການໃຫ້ກຽດແກ່ພວກ ແມ່ຍິງ 10 ຄົນຈາກປະເທດ
ຕ່າງໆໃນທົ່ວໂລກ ໃນພິທີມອບຫຼຽນກ້າຫານໃຫ້ເຂົາເຈົ້າ ທີ່ນະຄອນຫຼວງວໍຊິງຕັນ ໃນ
ອີກຫລາຍໆຊົ່ວໂມງຂ້າງໜ້ານີ້.
ພ້ອມດຽວກັນນີ້ ວີໂອເອກໍຂໍສົ່ງຄວາມສຸກ ຄວາມປາດຖະໜາດີ ແລະພອນອັນປະເສີດ
ທັງປວງ ໃຫ້ແກ່ແມ່ຍິງທຸກຖ້ວນໜ້າ ໃນວັນແມ່ຍິງສາກົນມື້ນີ້.