ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ຢ້ຽມຢາມ ນະຄອນ Zagreb ປະເທດ ​Croatia


ລັດຖະມົນຕິການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວ ຄໍາປາໄສ ໃນລະຫວ່າງກອງປະຊຸມທີ່ປະເທດ Croatia
ລັດຖະມົນຕິການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວ ຄໍາປາໄສ ໃນລະຫວ່າງກອງປະຊຸມທີ່ປະເທດ Croatia
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary
Clinton ກ່າວ​ຕໍ່​ບັນດາ​ຜູ້​ນໍາ Crotia ​ໃນ​ວັນ​ພຸດວານ​ນີ້​ວ່າ
ປະ​ເທດ​ຂອງ​ເຂົາ​ເຈົ້າ ມີ​ໂອກາດ​ອັນ​ໃຫຍ່​ຫລວງ ​ແລະສະຫະ
ລັດມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ​ກ່ຽວ​ກັບ​ອະນາ​ຄົດ ທີ່​ Crotia
ຈະເຂົ້າ​ຮ່ວ​ມ​ເປັນ​ສະມາຊິກຂອງສະຫະ​ພາບ​ຢູ​ໂຣບ.


Crotia ມີ​ກຳນົດທີ່​ຈະ​ຮ່ວມສະຫະພາບ​ຢູ​ໂຣບທີ່​ມີ​ສະມາຊິກ 27 ປະ​ເທດ ​ໃນ​ເດືອນ​ກໍລະກົດ​ປີໜ້າ​ນີ້. ​ແລະເວລາໄດ້​ເປັນ​ສະມາຊິກຂອງ ອົງການ NATO ​ແລ້ວ.

ທ່ານນາງ Clinton ກໍາລັງ​ຢ້ຽມຢາມ ​ນະຄອນ​ຫລວງ ​ Zagreb ຂອງ Crotia ອັນ​ເປັນ​ພາກສ່ວນນຶ່ງ ໃນ​ການ​ຢ້ຽມຢາມເຂດແຫຼມ Balkans ຕາ​ເວັນ​ຕົກ. ​ໃນ​ຂະນະ​ທີ່​ມີ​ການ​ພົບ​ປະ​ກັບປະທານາທິບໍດີ Crotia ທ່ານ Ivo Josipovic ​ແລະ​ນາຍົກ​ລັດຖະມົນ​ຕີ ທ່ານ Zoran Milanovic ທ່າ​ນນາງ Clinton ​ໄດ້​ສົນທະນາ​ຫາລືກ່ຽວ​ກັບ​ຄວາມ​ສຳ ພັນ​ສອງ​ຝ່າຍ ​ສະພາບ​ເສດຖະກິດ​ໂລກ ​ແລະ​ບົດບາດ​ຂອງ Crotia ຢູ່​ໃນ​ຂົງ​ເຂດ. ທ່ານ​ນາງ ກ່າວ​ວ່າ ບໍ​ລິ​ສັດ​ຕ່າງໆ​ຂອງສະຫະລັດ ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ໄປ​ລົງ​ທຶນຢູ່​ໃນ Crotia.
ທ່ານ​ນາງກ່າວ​ວ່າ:

“ພວກ​ທ່ານ​ມີ​ແຮງ​ງານ​ທີ່​ມີ​ການ​ສຶກສາ​ສູງ. ພວກ​ທ່ານມີ​ໂຄງ​ລ່າງ​ພື້ນ ຖານທີ່​ໄດ້​ຮັບ​ການພັດທະນາ​ແລ້ວ. ພວກ​ທ່ານ​ມີ​ພູມສາດ​ທີ່​ເໜາະ​ສົມ. ປະ​ເທດ​ທ່ານເປັນ​ເປົ້າໝາຍທີ່​ສົດ​ໃສໃນດ້ານ​ການ​ລົງທຶນ. ​ແຕ່​ວ່າ ພວກ​ທ່ານ​ຍັງ​ມີ ຜູ້​ຫວ່າງ​ງານ​ສູງ ສໍາ​ລັບ​ຊາວ​ໜຸ່ມ ທີ່​ຄວນ​ຈະ​ໄດ້​ຮັບ​ການ​ແກ້ ​ໄຂ ​ໂດຍ​ການ​ເ​ປີດ​ທຸລະ​ກິດ​ການ​ຄ້າ ​ໃຫ້​ມີ​ການ​ແຂ່ງຂັນ​ກັນຫຼາຍ​ຂື້ນ.”

ລັດ​ຖະມົນຕີ ກາ​ນຕ່າງປະ​ເທດ Clinton ​ໄດ້ເດີນທາງ​ໄປ​ເຖິງ​ນະຄອນ ຫຼວງ Zagreb ຈາກ​ເມືອງ Pristina ບ່ອນ​ທີ່​ທ່ານນາງ​ໄດ້​ກ່າວ​ຢໍ້າ​ເຖິການ​ໃຫ້​ຄວາມ​ສະໜັບສະໜຸນ​ຂອງວໍ​ຊິງ​ຕັນ ​ຕໍ່​ການ​ເປັນ​ເອກ​ກະລາດ ຂອງ​ Kosovo ໂດຍ​ກ່າວ​ວ່າ “ສະຫະລັດ ຍັງ​ຢຶດໝັ້ນຕໍ່ອະທິປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ Kosovo.”
XS
SM
MD
LG