ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ດໍາເນີນງານໜັກຂຶ້ນ ເພື່ອຊ່ອຍເຫຼືອປະເທດຕ່າງໆ ໃຫ້ກຸ້ມຕົນເອງ (ເບິ່ງວີດີໂອ)


ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດເວົ້າເລື້ອງການຊ່ອຍເຫລືອຂອງສະຫະລັດ.
ວັນທີ 16 ກຸມພາ 2012.
ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດເວົ້າເລື້ອງການຊ່ອຍເຫລືອຂອງສະຫະລັດ. ວັນທີ 16 ກຸມພາ 2012.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ ​ສະຫະລັດ​
ກໍາລັງ​ດໍາ​ເນີນ​ງານ​ໜັກ​ຂຶ້ນ​ໃນ​ຂົງ​ເຂດ​ຕ່າງໆທີ່​ໜ້ອຍ​ລົງ​ກວ່າ​ເກົ່າ ​ໃນ​ຖານະ​ເປັນ​ພາກສ່ວນ
ນຶ່ງ​ຂອງ​ຄວາມ​ພະຍາຍາມທາງ​ການ​ທູດ ​ແລະ​ການ​ຊ່ອຍ​ເຫລືອ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ
ແລະຊ່ອຍ​ປະ​ເທດ​ຕ່າງໆ​ໃຫ້​ກຸ້ມ​ຕົນ​ເອງ​ໄດ້​ຫລາຍ​ຂຶ້ນ.

ໃນ​ການ​ກ່າວຖະ​ແຫລ​ງ​ ໃນ​ວັນ​ພຸດ​ວານ​ນີ້​ ຕໍ່​ກອງ​ປະຊຸມ​ທີ່​ອົງການພັດທະນາ​ລະຫວ່າງ​
ຊາດ​ຂອງ​ສະຫະລັດ ​ຫລື USAID ນັ້ນ​ ທ່ານ​ນາງຄລິນ​ຕັນ ​ກ່າວ​ວ່າ ການ​ເນ້ນ​ໜັກ​ນີ້​
ແມ່ນ​ແນ​ໃສ່​ການ​ພັດທະນາ​ທີ່​ມີ​ຜົນກະທົບ​ສູງ ທີ່​ນໍາ​ມາ​ແຫ່ງ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ
ຖະກິດ ​ແລະ​ໃນຂັ້ນ​ຕໍ່​ໄປ​ ຈະ​ເຮັດ​ໃຫ້ການ​ຊ່ອຍ​ເຫລືອ​ຂອງ​ສະຫະລັດ​ນັ້ນ​ບໍ່​ເປັນເລື້ອງຈໍາ
ເປັນ ຊຶ່ງ​ທ່ານ​ນາງຄລິນ​ຕັນ​ ກ່າວ​ວ່າ ​ເປົ້າ​ໝາຍ​ຂອງ​ພວກເຮົາ ​ກໍ​ແມ່ນ​ການ​ກຸ້ມ​ຕົນ​ເອງ
ປະຊາຊົນ​ສາມາດ​ຫາ​ລ້ຽງ​ກຸ້ມ​ຕົນ​ເອງ ແລະ​ມີ​ລັດຖະບານ​ ທີ່​ມີ​ຄວາມ​ເປັນ​ຫ່ວງ​ພຽງພໍ​ຕໍ່
ປະຊາຊົນ​ຂອງ​ຕົນ​ເພື່ອ​ອໍານວຍ​ໃຫ້ການ​ຮັກສາ​ສຸຂະພາບ ​ແລະ​ດໍາ​ເນີນ​ການ​ທຸກ​ຢ່າງ​ທີ່
ພວກ​ເຮົາຮູ້ຈັກ​ ​ເພື່ອ​ໃຫ້​ປະຊາຊົນ​ຂອງ​ຕົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່ດີ​ຂຶ້ນ.

ແຕ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ ກ່າວ​ເຕືອນ​ ກ່ຽວ​ກັບ​ການທ້າ​ທາຍ​ຕ່າງໆ​
ດ້ານ​ງົບ​ປະມານ ​ໃນ​ກຸງ​ວໍ​ຊິງ​ຕັນ​ ທີ່​ບັງຄັບ​ພວກ​ອົງການຕ່າງໆ​ໃຫ້​ດໍາ​ເນີນ​ງານ​ຫລາຍ​
ຂຶ້ນ​ດ້ວຍ​ງົບປະມານ​ທີ່​ໜ້ອຍ​ລົງ. ທ່ານນາງຄລິນ​ຕັນ​ກ່າວ​ຕື່ມ​ວ່າ ພວກ​ສະມາຊິກ​ລັດຖະ
ສະພາ​ສະຫະລັດ​ບາງທ່ານ​ບໍ່​ມອງ​ເຫັນ​ຄຸນຄ່າ ໃນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ກະຊວງ​
ການຕ່າງປະ​ເທດ​ແລະ​ອົງກາ​ນ USAID ​ແຕ່​ວ່າ​ຈຸດ​ເພ່ງ​ເລັງ​ໃສ່​ວຽກ​ງານຂອງ​ເຂົາເຈົ້າ​ຈະ​
ຊ່ອຍ​ຮັບປະກັນ​ຄວາມ​ພະຍາຍາມ​ເຫລົ່າ​ນີ້​ໃຫ້​ດໍາ​ເນີນຕໍ່​ໄປ.

ທ່ານ​ນາງຄລິນ​ຕັນ​ ໄດ້​ເນ້ນ​ເຖິງ​ການ​ຕັດເງິນ​ຊ່ອຍ​ເຫລືອທາງ​ດ້ານ​ການກະ​ເສດ​ແກ່​ປະ​ເທດ ​
ໂກ​ໂຊ​ໂວ ​ເຊີ​ເບຍ​ແລະ​ຢູ​ເກຣນໂດຍ​ທີ່ແຫ​ລ່ງຊັບພະຍາກອນຕ່າງໆໄດ້​ຫັນ​ໄປ​ໃສ່​ການ​ຊ່ອຍ
ເຫລືອ​ໃນ​ຄວາມ​ພະຍາຍາມ​ທາງ​ດ້ານ​ກະ​ເສດ​ໃນ​ທະວີບອາ​ຟຣິກາ. ທ່ານ​ນາງຄລິນ​ຕັນ ​ຍັງ
ກ່າວ​ເຊ່ນ​ກັນ​ວ່າ ສະຫະລັດ​ກໍາລັງ​ລົງທຶນ​ຫລາຍ​ຂຶ້ນ​ໃນ​ດ້ານ​ວິທະຍາສາດ ​ແລະ​ການປະ​ດິດ
ຄິດ​ສ້າງ​ໃໝ່ ຂະນະ​ດຽວ​ກັນກໍ​ສົ່ງ​ເສີມ​ບົດບາດ​ຂອງ​ພວກ​ແມ່ຍິງແລະ​ເດັກ​ສາວ ວ່າ​ເປັນ​ແຮງ
ຂັບ​ດັນ​ຂອງ​ການ​ພັດທະນາເສດຖະກິດ.

XS
SM
MD
LG