ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຮຽກຮ້ອງ ໃຫ້ອາຊ່ຽນ ເປັນເອກກະພາບກັນ ໃນການແກ້ໄຂ ບັນຫາທະເລຈີນໃຕ້


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານນາງ ຄລິນຕັນ ເດີນທາງໄປຢ້ຽມຢາມ ອິນໂດເນເຊຍ, ວັນທີ 3 ກັນຍາ 2012;
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານນາງ ຄລິນຕັນ ເດີນທາງໄປຢ້ຽມຢາມ ອິນໂດເນເຊຍ, ວັນທີ 3 ກັນຍາ 2012;
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary
Clinton ເດີນທາງໄປ​ຍັງອິນ​ໂດ​ເນ​ເຊຍ ​ໃນ​ວັນ​ຈັນ​ມື້​ນີ້ ບ່ອນ​ທີ່
​ທ່ານ​ນາງຈະ​ສະ​ແດງການ​ສະໜັບສະໜຸນ​ຂອງ​ສະຫະລັດ ຕໍ່
ແຜນ​ຂອງ​ຂົງ​ເຂດ​ເພື່ອ​ແກ້​ໄຂ​ບັນຫາການ​ຜິດ​ຖຽງ​ກັນກັບ​ຈີນ
ເລື້​ອງເຂດ​ນໍ້າ​ແດນ​ດິນ​ ​ໃນທະ​ເລ​ຈີນ​ໃຕ້ນັ້ນ.

​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງທີ່​ເດີນທາງ​ໄປ​ກັບທ່ານ​ນາງ​ລັດຖະມົນ​ຕີ ກ່າວ​
ວ່າ ທ່ານ​ນາງ​ຕ້ອງການຢາກ​ເຫັນ​ຄວາມ​ເປັນ​ເອກ​ກະພາບກັນ ​
ໃນລະຫວ່າງບັນດາ​ສະມາ​ຊິກ​ 10 ປະ​ເທດຂອງສະມາຄົມ​ອາ
​ຊ່ຽນ ຊຶ່ງໄດ້ພະຍາຍາມ​ມາເປັນ​ເວລາ​ນານ​ແລ້ວ ເພື່ອ​ສ້າງ​ກົດ
ແຫ່ງ​ການ​ປະພຶດ​ປະຕິບັດ ​ສໍາລັບ​ແກ້​ໄຂ​ບັນຫາ​ການ​ຍາດ​ແຍ່ງ
​ກັນ​ອ້າງ​ເອົາ​ເຂດ​ນໍ້າ​ແດນ​ດິນກັບ​ຈີນນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຊຸກຍູ້​ໃຫ້ທຸກ​ພັກ​ຝ່າຍ
ທີ່​ອ້າງ​ເອົາ​ກໍາມະສິດ​ໃນ​ເກາະດອນ​ຕ່າງໆ​ນັ້ນ ​ໃຫ້​ແກ້​ໄຂ​ບັນຫາ​ກັນ ​ແຕ່​ກໍ​ກ່າວ​ວ່າ ຕົນ​ບໍ່​ ເຂົ້າ​ຂ້າງ​ຝ່າ​ຍ​ໃດ​ໃນ​ເລື້ອງ​ນີ້.

ທ່ານ​ນາງ Clinton ມີ​ນັດ​ໝາຍ​ທີ່​ຈະ​ພົບ​ປະ​ກັບ​ບັນດາ​ຜູ້​ນໍາ​ຂອງອິນໂດ​ເນ​ເຊຍ ຮວມ​ທັງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນໂດ​ເນ​ເຊຍ ​ເພື່ອ​ສົນທະນາ​ກັນ​ເລື້ອງ​ບັນຫາ ຄວາມ​ໝັ້ນຄົງ ​ເສດຖະກິດ ​ແລະ​ເທັ​ກ​ໂນ​ໂລ​ຈີ.

ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ຂອງສະຫະລັດ ​ກ່າວ​ວ່າ ນອກ​ນີ້​ແລ້ວ ທ່າ​ນນາງ Clinton ຍັງ​ຈະ​ຖາມ​ວ່າ ອິນ​ໂດ​ເນ​ເຊຍ ມີ​ແຜນ​ທີ່​ຈະ​ຮັບ​ມື​ແນວ​ໃດກັບ ​ເຫດການ​ຮຸນ​ແຮງທີເກີດ​ຂື້ນຫວ່າງໝໍ່ໆ​ມາ​ນີ້​ ​ລະຫວ່າງ​ພວກ​ນັບຖື​ສາສະໜາ​ກຸ່ມ​ນ້ອຍນັ້ນ.
XS
SM
MD
LG