ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ສຫລ ຂໍໃຫ້ ອາຊ່ຽນ ຮ່ວມມືກັນ ແລະໃຊ້ການທູດ ແກ້ໄຂ ຂໍ້ຂັດແຍ້ງ


ລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ຈັບມືກັບ ທູດສະຫະລັດ ອາເມຣິກາ ປະຈໍາກໍາປູເຈຍ ທ່ານ William E. Todd ໃນຄະນະທີ່ ທ່ານນາງໄດ້ເດີນທາງໄປເຖິງ.

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ​ໄດ້ມ້ວນ ທ້າຍ​ກອງ
ປະ​ຊຸ​ມພູມີພາກ​ໃນ​ຂົງ​ເຂດເອ​ເຊຍໂດຍ​ຮຽກຮ້ອງ​ໃຫ້ບັນດາ​ປະ​ຊາ​ຊາດ ​ໃນ​ເຂດເອ​ເຊຍ​ອາ​
ຄະ​ເນ​ ຈົ່ງ​ດຳ​ເນີນ​ງານ ​ແບບ “ຮ່ວ​ມ​ໄມ້​ຮ່ວ​ມມື​ ແລະ​ໃຊ້ການ​ທູດ” ​ເພື່ອ​ແກ້​ໄຂ​ບັນຫາຂັດ​ແຍ້​ງ
ກ່ຽວ​ກັບ​ເລື່ອງເຂດ​ນໍ້າ​ແດນດິນ ​ເຊັ່ນການ​ບໍ່​ລົງ​ລອຍ​ກັນໃນ​ທະ​ເລ​ຈີນໃຕ້.

ຢູ່​ທີ່​ກອງ​ປະ​ຊຸ​ມຖະ​ແຫຼງຂ່າວໃນ​ວັນ​ພະຫັດວານ​ນີ້ ທ່ານນາງ Clinton ກ່າວ​ວ່າ ທຸ​ກໆ​ຝ່າຍ​
ທີ່​ພົວພັນ​ໃນ​ການ​ອ້າງ​ກຳມະສິດ​ເອົາ​ເຂດ​ນ່ານນໍ້າ​ທີ່​ຍັງ​ມີ​ການ​ຂັດ​ແຍ້​ງ ກັນ ຄວນຈະຫຼີກ​ເວັ້ນ
ຈາກ​ການ​ອອກ​ຄຳ​ນາບ​ຂູ່​ໃດໆ​ກໍ​ຕາມ ​ແລະ​ໃຫ້​ເປີດ​ການ​ເຈ ລະ​ຈາ​ຫາລື​ກັນ​ພາຍ​ໃນ​ສະມາ
ຄົມ​ບັນດາ​ປະຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້​ຫຼືອາ​ຊ່ຽນ​ແທນ.

​ຫລັງ​ຈາກ​ລັດຖະມົນຕີ​ການ​ຕ່າງປະ​ເທດຈີນ ທ່ານ Yang Jiechi ​ໄດ້ພົບປະ​ກ່ອນ​ໜ້ານັ້ນ
ກັບ​ທ່ານ​ນາງ Clinton ບັນດາ​ເຈົ້າ​ໜ້າ​ທີ່ສ​ະຫະລັດ ກ່າວ​ວ່າ ທ່ານ​ໄດ້​ສົ່ງ​ສັນ​ຍານ​ແບບ​ລະມັດ
ລະວັງວ່າ ປະ​ເທດ​ຂອງ​ທ່ານ ເຕັມ​ໃຈທີ່ຈະ​ເຂົ້າ​ຮ່ວມການ​ເຈລະຈາ ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງ​
ເລື່ອງເຂດນໍ້າ​ແດນ​ດີ​ນໃນ​ຕົ້ນ​ເດືອນ ​ກັນຍາ​ຈະ​ມາ​ເຖິງ​ນີ້.

ບຣູ​ໄນ ຈີນ ມາ​ເລ​ເຊຍ ​ຟິລິບ​ປີນ ໄຕ້​ຫວັນ ​ແລະຫວຽດນາມ ​ຕ່າງ​ກໍ​ອ້າງ​ເອົາ​ກຳມະສິດທັງ
​ໝົດຫລື​ບາງພາກ​ສ່ວນ​ຂອງທະ​ເລ​ຈີນ​ໃຕ້ ຊຶ່ງປະ​ກອບ​ດ້ວຍ​ເນື້ອ​ທີ່​ຫາ​ປາ​ອັນ​ກວ້າງ​ໃຫ່ຍ
​ແລະ​ອາດ​ຈະ​ມີບໍ່​ນໍ້າມັນ​ແລະ​ແກັສທຳ​ມະ​ຊາດ​ສຳຮອງ​ຂະ ໜາດ​ໃຫຍ່​ນັ້ນ.

XS
SM
MD
LG