ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ສະຫະລັດ​ຮຽກຮ້ອງ​ອີກ​ ໃຫ້​ ຈີນເຫັນ​ພ້ອມ​ກັບ​ກົດ ​ປະຕິບັດ ສໍາລັບເຂດ ທະເລຈີນໃຕ້


ລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi (ຂວາ) ແລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຖະແຫຼງຂ່າວຮ່ວມກັນ ທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ (5 ກັນຍາ 2012)
ທ່ານ​ນາງ ຮິ​ລ​ແລຣີ ຄລິນຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຮຽກ ຮ້ອງ​ອີກ​ຄັ້ງ​ນຶ່ງ​ ໃຫ້​ຈີນ​ຈົ່ງເຫັນ​ພ້ອມ​ກັບ​ກົດ​ປະຕິບັດ ສໍາລັບ​ການ​ຈັດການ​ກັບ​ເລຶ່ອງ​ເຂດ​ນໍ້າ​ແດນ​ດິນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ.

​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ເມື່ອ​ວັນ​ພຸດ​ມື້​ນີ້ ທີ່​ປັກ​ກິ່ງນັ້ນ ທ່ານ​ນາງ​ໄດ້​ບອກ​ພວກ​ນັກ​ ຂ່​າວວ່າ ການທີ່​ຈີນ​ແລະ​ສະມາ​ຄົມ​ອາ​ຊ່ຽນ ເຫັນ​ພ້ອມກັນ​ນໍາກົດ​ປະຕິບັດດັ່ງກ່າວ​ນັ້ນ ​ແມ່ນ​ຈະ​ເປັນ​ຜົນ​ປະ
ໂຫຍ​ດສໍາລັບ​ທຸກໆ​ຄົນ. ​ແຕ່​ທ່ານ​ນາງຄລິນ​ຕັນ​ປະຕິ​ເສດ​ຂໍ້​ກ່າວ​ຫາ​ທີ່​ວ່າ ​ສະຫະລັດ​ກໍາລັງ​ພະຍາ ຍາມ​ຈະ​ຍັບ​ຍັ້ງອິດ​ທິພົນ​ຂອງ​ຈີນນັ້ນ ​ໂດຍ​ກ່າວ​ວ່າ ວໍຊິງ​ຕັນ​ບໍ່ຢາກ​ມີ​ການ​ແຂ່ງຂັນ ທີ່​ບໍ່​ສ້າງຜົນ​ດີ​ໃດໆ ກັບ​ຈີນ.

ທ່ານ​ນາງ ຄລິນ​ຕັນ ກ່າວ​ວ່າ: “ສະຫະລັດ​ບໍ່​ໄດ້​ເອົາ​ທ່າ​ທີ​ໃດໆກ່ຽວ​ກັບ ການ​ຍາ​ດ​ແຍ່ງກັນອ້າງ​ເອົາ​ກໍ​າມະ​ສິດ​ໃນເຂດ​ນໍ້າ​ແດນດິນນັ້ນ. ຄວາມ​ສົນ​ໃຈ​ຂອງ​ພວກ​ເຮົາ ​ແມ່ນ​ຢູ່​ທີ່​ການ​ຮັກສາ​ໄວ້​ຊຶ່ງສັນຕິພາບ ​ແລະ​ສະຖຽນ​ລະ​ພາບ ​ເຄົາລົບ​ນັບ​ຖື​ກົດໝາຍ​ສາກົນ ​ເສລີພາບ​ໃນ​ການ​ເດີນ​ເຮືອ ​ແລະ​ການ​ພານິດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ ​ແລະ​ບໍ່​ມີ​ການ​ກີດ​ຂວງ.”

(ຄລີກບ່ອນຮູບເພື່ອຂະຫຍາຍ)ແຜນທີ່ການຂັດແຍ້ງຢູ່ທະເລຈີນໃຕ້
(ຄລີກບ່ອນຮູບເພື່ອຂະຫຍາຍ)ແຜນທີ່ການຂັດແຍ້ງຢູ່ທະເລຈີນໃຕ້

ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Yang Jiechi ​ ກ່າວ​ວ່າ ຈີນ​ຍັງ​ມີ​ຄວາມມຸ້ງໝັ້ນ​ທີ່​ຈະ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້​ງກັນ​ນີ້ ​ຜ່ານ​ການ​ເຈລະຈາ​ຕໍ່​ຮອງໂດຍ​ກົງ​ແລະກາ​ນປຶກສາ​ຫາລື​ທີ່​ແບບ​ເປັນ​ມິດ​ກັນ. ນອກ​ນີ້​ແລ້ວ ທ່ານ Yang Jiechi ຍັງ​ຢືນ​ຢັດ​ວ່າ ​ຈີນ​ຄໍ້າປະກັນ
ເສລີພາບ​ໃນ​ການ​ເດີນເຮືອ​ຢູ່​ໃນ​ທະ​ເລ​ຈີນ​ໄດ້​ນັ້ນ. ຜ່ານ​ມາ ຈີນ​ຢືນ​ຢັດ​ ໃຫ້​ມີ​ການ​ເຈລະຈາ​ກັນ​ແບບ​ສອງ​ຝ່າຍ ກັບ​ແຕ່ລະ​ປະ​ເທດທີ່​ມີ​ຖານະ​ອ່ອນ​ແອກ​ວ່າຕົນ ​ທີ່ຍາດ​ແຍ່ງ​ກັນ​ອ້າງ​ເອົາ​ກໍາມະ
ສິດ ຢູ່​ໃນ​ຂົງ​ເຂດ​ທີ່​ອຸດົມສົມບູນ​ດ້ວຍ​ພະລັງງານນັ້ນ ຊຶ່ງ​ເປັນ​ທ່າ​ທີທີ່​ເຮັດ​ໃຫ້​ຈີນ​ມີ​ອິທະ​ພົນ​ຢ່າງ​ຫລວງຫຼາຍ.

ທ່ານ​ນາງຄລິນ​ຕັນ ກໍາລັງ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຫົກ​ປະ​ເທດ​ໃນ​ຂົງ ​ເຂດ​ເອ​ເຊຍແປ​ຊິ​ຟິກ ທີ່​ໂດຍ​ສ່ວນ​ໃຫຍ່​ແມ່ນ​ເພ່ງ​ເລັງ​ໃສ່​ບັນຫາ​ຂົງ​ເຂດ​ທະ ​ເລ​ຈີນ​ໃຕ້ ​ແຕ່​ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ທ່ານ​ນາງ​ຍັງ​ໄດ້​ປຶກສາ​ຫາລື​ ​ເລຶ່ອງ ຊີ​ເຣຍ ອິຣ່ານ ​ເກົາຫຼີ​ເໜືອ ​ແລະ​ການ​ທ້າ​ທາຍ​ຕໍ່ເສດຖະກິດ​ໂລກ ກັບ​ບັນດາ​ຜູ້​ນໍາ​ຈີນ. ທ່ານ​ນາງ​ຈະ​ເດີນທາງ​ໄປ​ຍັງ​ປະ​ເທດ​ຕິ​ມໍຕາເວັນ
ອອກ ຫຼື Timor ​ແລ​ສ​ເຕ ​ໃ​ນຕອນ​ບ່າຍ​ວັນ​ພຸດ​ມື້ນີ້ ກ່ອນ​ຈະ​ເດີນທາງ​ຕໍ່ໄປ​ຍັງປະ​ເທດບຣູ​ໄນ ​ແລະຣັດ​ເຊຍ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ກັບ​ບັນດາ​ຜູ້​ນໍາ​ຂົງເຂດ​ເອ​ເຊຍແປ​ຊິ​ຟິກ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG